ຊາວບ້ານຈາກເຂື່ອນນໍ້າທາ1 ໄດ້ຮັບ ເຂົ້າສານ

ທາງການ ອອກແຈກຈ່າຍ ເຂົ້າສານ ອາຫານແຫ້ງ ໃຫ້ແກ່ ປະຊາຊົນ ຢູ່ບ້ານຈັດສັນ ເຂື່ອນນ້ຳທາ 1.

ໝູ່ບ້ານຈັດສັນ ທີ່ທາງໂຄງການ ເຂື່ອນນໍ້າທາ1 ຍົກຍ້າຍຊາວບ້ານ ເຂົ້າມາຢູ່ Screen captured VT times video

ເຈົ້າໜ້າທີ່ທາງການ ແຂວງຫລວງນ້ຳທາ ອອກແຈກຢາຍເຂົ້າສານ ອາຫານແຫ້ງ ໃຫ້ປະຊາຊົນ 300 ຄອບຄົວ ທີ່ຖືກຍົກຍ້າຍ ມາຢູ່ບ້ານ ຈັດສັນທີ່ເຂື່ອນນ້ຳທາ 1 ທີ່ຕັ້ງຢູ່ເມືອງນາແລ ການແຈກຢາຍ ສະບຽງອາຫານໃຫ້ປະຊາຊົນ ເທື່ອນີ້ເປັນຄັງທີສອງ ຫລັງຈາກທີ່ບໍ່ໄດ້ ແຈກ ຢາຍສະບຽງອາຫານ ໃຫ້ປະຊາຊົນ, ດັ່ງປະຊາຊົນ ທ່ານນຶ່ງກ່າວວ່າ:

"ເອີ ເທື່ອທີສອງນີ້ ແຈກແລ້ວ ແຈກໄດ້ປະມານ 20 ປາຍມື້ນີ້ນະ ເພິ່ນມາແຈກຈ່າຍ ຢູ່ບ້ານນີ້ຫັ້ນ ໄດ້ອັນນ່າ 20 ປາຍມື້ນີ້ ອັນເຂົາມາຈ່າຍ ໃຫ້ໝົດ ອັນແຕ່ຢູ່ສະໜາມນຶ່ງ ສະໜາມສອງ ບ້ານຫາດເຕົ້າ ບ້ານຫ້ວຍລາວ ບ້ານຕະວັນ ບ້ານນ້ຳລິນ ນະ".

ເຈົ້າໜ້າທີ່ກ່າວວ່າ: ຊາວບ້ານໄດ້ເຂົ້າສານ 20 ກິໂລຕໍ່ຄົນ ສຳລັບຜູ້ໃຫຍ່ ສ່ວນວ່າ ເດັກນ້ອຍຈະໄດ້ 10 ກິໂລຕໍ່ຄົນ ຄື ກັບການແຈກຢາຍ ຄັ້ງທຳອິດໃນເດືອນ ຕຸລາ ປີ 2016 ນອກຈາກນີ້ ຍັງມີອາຫານ ແຫ້ງຈຳນວນນຶ່ງ ໃຫ້ທຸກຄອບຄົວ ເພື່ອໃຫ້ປະຊາຊົນໄດ້ມີ ອາຫານການກິນ ໃນຍາມຝົນ ທີ່ການເດີນທາງລະຫ່ວາງ ບ້ານໄປຫາຕົວເມືອງ ບໍ່ສະດວກ. ປະຊາຊົນປະສົບບັນຫາ ເລື້ອງການເດີນທາງ ໃນຍາມຝົນຍ້ອນວ່າ ເສັ້ນທາງບໍ່ດີ, ດັ່ງຊາວບ້ານ ກ່າວຕື່ມອີກວ່າ:

"ບ້ານເກົ່າຫັ້ນນ່າ ບໍ່ໄດ້ເລີຍນະດຽວນີ້ນິ ເຂົ້າໄປກໍຍາກສຸດ ຄັນຝົນຕົກນີ້ ຄືບໍ່ໄດ້ໄປ ໄລຍະຝົນນີ້ ຖືວ່າໄປບໍ່ໄດ້ແລ້ວ ດຽວນີ້ນະ ເສັ້ນທາງນີ້ ເພິ່ນກໍວ່າຈະແປງ ແຕ່ວ່າບໍ່ເຄື່ອນໄຫວ ອີ່ຫຍັງເລີຍ"

ເຈົ້າໜ້າທີ່ທາງການແຂວງ ເຄີຍເຂົ້າມາບຸກເບີກເສັ້ນທາງ ຢູ່ເຂດບ້ານຈັດສັນ ເຂື່ອນນ້ຳທາ1 ໄປຫາບ້ານເກົ່າ ຂອງເຂົາເຈົ້າໄລຍະທາງ 25 ກິໂລແມັດ ຂຶ້ນໄປທາງທິດເໜືອ ເມື່ອຫລາຍເດືອນກ່ອນ ແຕ່ວ່າ ເສັ້ນທາງທິດໃຕ້ ຍັງບໍ່ທັນມີການ ບຸກເບີກສ້ອມແປງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org