ທາງການລາວອາຈເລີກ ຄໍາສັ່ງ ຫ້າມ ປູກກ້ວຍ
ທາງການລາວ ອາຈມີ ອະນຸຍາດ ໃຫ້ ນັກລົງທຶນຈີນ ປູກກ້ວຍ ສືບຕໍ່ໄປ ແຕ່ຫ້າມໃຊ້ ສານເຄມີ ທີ່ ອັນຕະລາຍ ເດັດຂາດ.
-
ໄມຊູລີ
2017-11-28 -
-
-
Your browser doesn’t support HTML5 audio
ໜັງສືພິມຜູ້ຈັດການ ຂອງໄທ ຣາຍງານໃນວັນທີ 26 ພຶສຈິກາ ທີ່ຜ່ານມາວ່າ; ທາງການລາວ ໄດ້ຕົກລົງເຫັນດີ ໃຫ້ຈີນປູກກ້ວຍ ຢູ່ແຂວງ ພາກເໜືອ ຂອງລາວຕໍ່ ແຕ່ຫ້າມໃຊ້ສານເຄມີ ທີ່ອັນຕະຣາຍ ຢ່າງເດັດຂາດ. ກ່ຽວກັບເຣື້ອງນີ້ພາໃຫ້ ຊາວລາວສ່ວນຫຼາຍ ຮູ້ສຶກເປັນຫ່ວງ ໃນການນຳໃຊ້ສານເຄມີ ຖ້າຫາກທາງການ ຈະອະນຸຍາດ ໃຫ້ຈີນກັບມາ ປູກກ້ວຍ ໃນແຂວງພາກເໜືອ ເພື່ອສົ່ງອອກໄປ ປະເທສຈີນ ອີກ ຄັ້ງໃໝ່ ຫຼັງຈາກທີ່ຣັຖບານລາວ ສັ່ງໂຈະການປູກກ້ວຍໄປແລ້ວ ເມື່ອປີຜ່ານມາ. ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 27 ພຶສຈິກາ ນີ້ວ່າ:
“ສ່ວນໂຕນີ້ ກະເປັນຫ່ວງຄືເກົ່າຫັ້ນແຫຼ້ວ, ເຣື້ອງສານເຄມີຫັ້ນເນາະ. ໂອ້! ມັນກະຕ້ອງມີໜ່ວຍແບບວ່າໝັ່ນກວດກາ ຫັ້ນແຫຼ້ວ, ສອງເດືອນ ເທື່ອນຶ່ງ ຫຼື ເດືອນລະເທື່ອບໍ່ ຊີ້ນ່າ. ອອກສຸ່ມຕົວຢ່າງກວດກາ ບໍ່ຈຳເປັນຕ້ອງໄປໝົດທຸກໝ້ອງດອກ ເຮົາແບບສຸ່ມນາ."
ໃນຂະນະດຽວກັນ, ຊາວລາວອີກທ່ານນຶ່ງ ໃຫ້ຄໍາເຫັນວ່າ ຄົງເປັນເຣື້ອງທີ່ດີ ທີ່ຈີນຈະກັບມາ ປູກກ້ວຍອີກຄັ້ງນຶ່ງ ເພາະຈະເປັນການ ສ້າງ ວຽກເຮັດງານທຳ ໃຫ້ປະຊາຊົນ ໃນທ້ອງຖິ່ນ ດີກວ່າປະດິນໄວ້ລ້າໆຫຼາຍ 10 ພັນເຮັກຕ້າ, ແຕ່ທັງນີ້ແລະທັງນັ້ນ ກໍຕ້ອງມີການ ຮັບປະກັນ ບໍ່ໃຫ້ ມີຜົລກະທົບຕໍ່ສະພາບແວດລ້ອມ ດັ່ງທີ່ເຄີຍເປັນມາແລ້ວ:
“ກະດີຫັ້ນແຫຼະ ເພາະວ່າຄັນມັນສ້າງຣາຍຮັບໃຫ້ປະຊາຊົນ, ແຕ່ວ່າບໍ່ໃຫ້ມັນມີຜົລກະທົບ ຕໍ່ສະພາບແວດລ້ອມ-ສັງຄົມ. ຄັນປູກແບບທີ່ວ່າ ມັນບໍ່ມີຜົລກະທົບ ຕໍ່ດິນຟ້າອາກາດ, ຕໍ່ປະຊາຊົນ, ຕໍ່ຊີວິຕຊັພສິນ ກັບສະພາບແວດລ້ອມວ່າຊັ້ນສາ ຜົລໄດ້ຮັບ ມັນກະມີ ກະດີກວ່າຊິປະດິນ ເປົ່າຫວ່າງໄວ້ ອັນນັ້ນອັນນີ້, ປະຊາຊົນກະມີຣາຍຮັບ ມີວຽກເຮັດງານທຳ ມັນກະດີຫັ້ນແຫຼະ."
ກ່ຽວກັບຂ່າວນີ້ ເພື່ອຄວາມກະຈ່າງແຈ້ງ ວິທຍຸເອເຊັຽເສຣີໄດ້ສອບຖາມໄປຍັງກົມປູກຝັງ, ກະຊວງກະສິກັມ ແລະປ່າໄມ້ ໃນວັນທີ 27 ພຶສຈິກາ 2017 ນີ້, ໄດ້ຮັບຄໍາຊີ້ແຈງ ພຽງສັ້ນໆ ຈາກເຈົ້າໜ້າທີ່ ກ່ຽວຂ້ອງວ່າ ທຸກສີ່ງທຸກຢ່າງ ຍັງຢູ່ໃນຂັ້ນຕອນ ຮິບໂຮມຂໍ້ມູນ ແລະ ສຶກສາ ຄວາມເປັນໄປໄດ້ ແລະນໍາເຂົ້າ ປະຊຸມປຶກສາຫາລືກ່ອນອີກເທື່ອນື່ງ ແລ້ວຈຶ່ງຈະສລຸບຜົລໄດ້ວ່າ ຈະອະນຸຍາດ ຫຼືບໍ່.
ຢ່າງໃດກໍຕາມ ເມື່ອປີ 2016 ທີ່ຜ່ານມາ ທາງການລາວໄດ້ ປະກາດສັ່ງໂຈະ ການປູກກ້ວຍ ຢູ່ຕາມແຂວງພາກເໜືອຂອງລາວ ຄື: ແຂວງ ບໍ່ແກ້ວ, ອຸດົມໄຊ, ຫຼວງນ້ຳທາ ແລະ ຫຼວງພຣະບາງ ພາຍຫຼັງກວດພົບວ່າ ສວນກ້ວຍຫຼາຍແຫ່ງ ທີ່ຈີນມາລົງທຶນນັ້ນ ມີການນຳໃຊ້ສານ ເຄມີ ແລະ ຢາຂ້າຫຍ້າ ຢ່າງຫຼວງຫຼາຍ ສົ່ງຜົລກະທົບ ຕໍ່ ສະພາບແວດລ້ອມ ຢ່າງຮ້າຍແຮງ ແລະຍິ່ງໄປກ່ວານັ້ນ ມີຄົນງານລາວຫຼາຍຄົນ ທີ່ເຮັດວຽກຢູ່ສວນກ້ວຍ ລົ້ມປ່ວຍ ເສັຽຊີວິດ ຍ້ອນ ຜົນກະທົບ ຈາກສານເຄມີ ທີ່ຕົກຄ້າງ ໃນສວນກ້ວຍນັ້ນ.