ຄົນງານຈີນຈະມາອີກ 11 ພັນ

ໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຈະເພີ້ມຄົນງານຈີນ ໃນປີໜ້າ ເພື່ອເລັ່ງ ການກໍ່ສ້າງ ໃຫ້ສຳເຣັດ ໃນປີ 2021.

ການກໍ່ສ້າງທາງຣົດໄຟ ຢູ່ເຂດບ້ານນາເຕີຍ ຂ.ຫຼວງນໍ້າທາ RFA/VD

ໂຄງການສ້າງທາງຣົດໄຟລາວ-ຈີນ ຈະນຳເອົາຄົນງານຈີນມາຕື່ມອີກປະມານ 11 ພັນຄົນ ເພີ້ມຈາກທີ່ມີຢູ່ແລ້ວ 19 ພັນຄົນໃຫ້ເປັນທັງໝົດ 30 ພັນຄົນ ເພື່ອເລັ່ງເຮັດວຽກກໍ່ສ້າງໃຫ້ສຳເຣັດ ຕາມແຜນ ທີ່ກຳນົດໄວ້ ໃນທ້າຍປີ 2021, ດັ່ງເຈົ້າໜ້າທີ່ ເມືອງໄຊ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 27 ທັນວາ ນີ້ວ່າ:

“ຈັກໜ້ອຍໜ້າວຽກມັນຫຼາຍ ຂະເຈົ້າກະເອົາມາ ສົມຄູ່ກັບໜ້າວຽກ ຂອງຂະເຈົ້າຫັ້ນ ກະຊິໃຫ້ມີຕາມແຜນຂອງເພິ່ນໄດ້ວາງໄວ້ຫັ້ນແຫຼະ ເພີ່ນກະຢາກຍ້າຍໆໄປໆມາໆ ນີ້ແຫຼະ.”

ທ່ານກ່າວຕື່ມວ່າຕັ້ງແຕ່ປີ 2019 ເປັນຕົ້ນໄປ ໂຄງການທາງຣົດໄຟລາວ-ຈີນ ຈະເອົາຄົນງານຈີນເຂົ້າມາ ເທື່ອລະຈັກຄົນ ແລະໄປຢູ່ເຂດໃດ ແດ່ນັ້ນ ກໍບໍ່ຮູ້ແນ່, ແຕ່ເວົ້າສະເພາະຢູ່ເມືອງໄຊ ປັດຈຸບັນ ມີຄົນງານຈີນ ເຂົ້າມາເຮັດວຽກເຈາະອຸມົງ ແລະສ້າງເສັ້ນທາງຣົດໄຟ ຈຳນວນບໍ່ ຕໍ່າກວ່າ 2 ພັນຄົນ ແລະເຊື່ອວ່າ ປີໜ້າ ຈະເຂົ້າມາຫຼາຍຢ່າງແນ່ນອນ ຍ້ອນເພື່ອເລັ່ງກໍ່ສ້າງ ໂຄງການໃຫ້ ສຳເຣັດ ຊື່ງເຫຼືອເວລາປະມານ 3 ປີ.

ປັດຈຸບັນ ໂຄງການດັ່ງກ່າວ ໄດ້ນຳຄົນງານຈີນເຂົ້າມາເຮັດວຽກແລ້ວປະມານ 19 ພັນຄົນ ແຕ່ຍັງຕ້ອງການຄົນງານຈີນ ເຂົ້າມາເພີ້ມຕື່ມອີກ ຈົນຮອດທັງໝົດ 30 ຄົນ ອີງຕາມການຣາຍງານ ຂອງ ທ່່ານ ຄຳສຸກ ບຸນຍະວົງ ສະມາຊິກສະພາແຫ່ງຊາດ ປະຈຳແຂວງ ຜົ້ງສາລີ ໃນ ຣະຫວ່າງກອງປະຊຸມ ສມັຍສາມັນເທື່ອທີ່ 6 ຂອງສະພາແຫ່ງຊາດຊຸດທີ່ 8 ທີ່ຜ່ານມາ.

ເມື່ອວັນທີ 12 ທັນວາ ຜ່ານມານີ້ ທ່ານ ລັດຕະນະມະນີ ຄູນນີວົງ ຫົວໜ້າຄນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ກ່າວຕໍ່ ສື່ ຂອງທາງການລາວ ວ່າປັດຈຸບັນ ໂຄງການກໍ່ສ້າງທາງຣົດໄຟ ມີຄວາມຄືບໜ້າ 46,5% ດຽວນີ້ ກຳລັງມີການເຈາະອຸມົງ 69 ແຫ່ງ ແລະ ສ້າງຂົວໃຫ້ຣົດໄຟ ອີກ 139 ແຫ່ງ ຮວມທັງໄດ້ຕິດຕັ້ງສາຍສົ່ງໄຟຟ້າ ຄວາມຍາວ 860 ກິໂລແມັດ ແລະຣະບົບນໍ້າປະປາ 128 ກິໂລແມັດ.

ໂຄງການສ້າງທາງຣົດໄຟລາວ-ຈີນ ທີ່ຈະແລ່ນຜ່ານ ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພຣະບາງ, ແຂວງວຽງຈັນ ແລະນະຄອນຫຼວງ ວຽງຈັນ ຕາມແຜນ ແມ່ນຈະສ້າງສຳເຣັດໃນປີ 2021.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org