ຜູ້ສົ່ງເສີມເຣື້ອງເບື່ອເມົາໃນ ສັງຄົມ ລາວ
2014.10.02

ການດື່ມເຫລົ້າ ດື່ມເບັຽ ເປັນ ອັນຕະລາຍ ຕໍ່ ສຸຂພາບ ກໍ່ໃຫ້ເກີດ ອຸບັດຕິເຫດ ໄດ້ງ່າຍ ແລະ ເປັນພັຍ ເຖິງ ຊີວິດ. ປານນັ້ນ ກໍຍັງມີ ຄົນດື່ມ ຢ່າງ ຫຼວງຫຼາຍ ເປັນ ຕົ້ນແມ່ນ ເບັຽ ທີ່ ທາງການ ລາວ ສົ່ງເສີມ ໃຫ້ຜລິດ ແລະ ໂຄສະນາ ຂາຍ ຢ່າງເປັນ ຂະບວນ ເຖິງ ຈະຮູ້ວ່າ ມັນມີ ຜົລກະທົບ ອັນບໍ່ດີ ຕໍ່ ສັງຄົມ ລາວ ກໍຕາມ.
ສິ່ງມຶນເມົາ ທັງເຫລົ້າ ແລະເບັຽ ເປັນຕົ້ນ ກໍແມ່ນເບັຽ ທີ່ ທາງການ ລາວ ໃນ ປັດຈຸບັນ ຊຸກຍູ້ ສົ່ງເສີມ ໃຫ້ ມີການຂຍາຍ ການຜລິດ ຢ່າງ ກວ້າງຂວາງ ຊຶ່ງຄາວ ຣະບອບ ເກົ່າ ທີ່ ຜູ້ນໍາລາວ ປັດຈຸບັນ ຖືວ່າເປັນ ຣະບອບ ເປື່ອຍ ເຫຍື່ອຍ ເໜົ່າເໝັນ ມີ ແຕ່ຜລິດ ຢູ່ ນະຄອນ ຫລວງ ວຽງຈັນ ແຫ່ງດຽວ ເທົ່ານັ້ນ; ແຕ່ຕົກມາ ຣະບອບ ໃໝ່ ທີ່ ມີການ ປົກຄອງ ແບບ ພັກດຽວ ຜູກຂາດ ອໍານາດ ແບບ ຜະເດັດການ ຜູ້ນໍາພັກ ປະຊາຊົນ ປະຕິວັດ ລາວ ບໍ່ພຽງແຕ່ ເອົາ ໃຈໃສ່ ປັບປຸງ ໂຮງງານເບັຽ ທີ່ມີແລ້ວ ເທົ່ານັ້ນ ແຕ່ ຍັງຂຍາຍ ໂຮງງານ ເບັຽ ໄປຕື່ມອີກ ຈົນຮອດ ແຂວງ ຈໍາປາສັກ ພາກໃຕ້ ສຸດ ຂອງ ປະເທສ ເພື່ອເພີ່ມ ກໍາລັງ ການຜລິດ ໃຫ້ ໄດ້ຫລາຍ ຂຶ້ນຕື່ມ ເຖິງຈະຮູ້ ວ່າມັນເປັນ ອັນຕະຣາຍ ຕໍ່ ສຸຂພາບ ເປັນບໍ່ເກີດ ຂອງ ອຸບັດຕິເຫດ ເປັນພັຍ ເຖິງ ຊີວິດ ແລະ ເຮັດໃຫ້ ຄອບຄົວ ຕລອດ ເຖິງສັງຄົມ ມີບັນຫາ ເຣື່ອງການ ໃຊ້ຄວາມ ຮຸນແຮງ. ດັ່ງນັ້ນ ຈຶ່ງ ມີການ ວິພາກ ວິຈານ ກັນ ຢ່າງກວ້າງຂວາງ ວ່າ ນະໂຍບາຍ ຂອງ ຜູ້ນໍາພັກ ທີ່ວ່ານັ້ນ ຢ່າງໜ້ອຍ ແຕ່ລະອັນ ມີ ສອງທິດທາງ ທີ່ ຂັດແຍ່ງກັນ ເຊັ່ນ:
ທິດທາງ ນຶ່ງ ເພື່ອການ ໂຄສະນາ ວ່າ ຕ້ອງການ ຮັກສາ ສຸຂພາບ ຂອງ ປະຊາຊົນ ລາວ ໃຫ້ ຄອບຄົວ ແລະ ສັງຄົມ ມີຄວາມສງົບ ບໍ່ມີການ ໃຊ້ຄວາມ ຮຸນແຮງ ແຕ່ອີກ ທິດທາງ ນຶ່ງ ເພື່ອ ຜົລ ປະໂຫຍດ ຂອງ ພວກຕົນ ຊໍ້າພັດ ສົ່ງເສີມ ໃຫ້ ມີ ການຜລິດ ສິ່ງ ມຶນເມົາ ເປັນຕົ້ນ ກໍແມ່ນ ເຫລົ້າເບັຽ ທີ່ ເປັນ ອັນຕະລາຍ ຕໍ່ ສຸຂພາບ ເປັນບໍ່ເກີດ ອັນສໍາຄັນ ຂອງ ອຸບັດຕິເຫດ ເຮັດໃຫ້ ຄອບຄົວ ແຕກແຍກ ຄວາມ ສາມັກຄີ ຮັກແພງ ແລະ ສັງຄົມ ມີບັນຫາ ເຣື່ອງການ ໃຊ້ຄວາມ ຮຸນແຮງ ຊຶ່ງ ຜູ້ນໍາລາວ ປັດຈຸບັນ ສົ່ງເສີມ ໂດຍ ພຍາຍາມ ຂຍາຍເຫລົ້າເບັຽ ໄປ ທົ່ວປະເທສ ທັງໃນ ຕົວເມືອງ ແລະ ຊົນນະບົດ: ສຽງ...
ເວົ້າເຖິງເຣຶ່ອງ ເຫລົ້າ ເຣຶ່ອງເບັຽ ຫລື ສິ່ງມຶນເມົາ ອື່ນໆ ໃຜໆ ກໍຮູ້ວ່າ ແມ່ນ ທາດເບື່ອ ໂດຍສະເພາະ ມີ ຜົລກະທົບ ໃສ່ ເສັ້ນປະສາດ ແລະ ໃສ່ຕັບ ແມ່ນ ທາດເສບຕິດ ຄົນຕິດ ໄດ້ງ່າຍ ມັນກະຕຸ້ນ ປະສາດ ໃນສມອງ ເພີ່ມຄວາມຂຸ້ນ ຂອງເລືອດ. ເມື່ອ ມີ ປະຣິມານ ເຫລົ້າ ໃນເລືອດສູງ ເປັນ ອັນຕະລາຍ ຕໍ່ ສຸຂພາບ ມີຄວາມສ່ຽງ ສູງ ເວລາ ຂັບຂີ່ ຍວດຍານ ພາຫະນະ ອັນເປັນ ບໍ່ເກີດ ຂອງ ອຸບັດຕິເຫດ ຕາມທ້ອງ ຖນົນ.
ນອກຈາກ ຢາສູບແລ້ວ ກໍແມ່ນ ເຫລົ້າ ທີ່ ເປັນສາເຫດ ເຮັດໃຫ້ຄົນ ເສັຽຊີວິດ ໄວກວ່າ ອາຍຸ ຕາຍຍ້ອນ ພຍາດຕັບ ຂາດ ສານອາຫານ ຍ້ອນຄວາມ ຮຸນແຮງ ແລະ ອຸບັດຕິເຫດ ຕ່າງໆ. ແຕ່ ເມື່ອເວົ້າເຖິງ ການດື່ມ ເຫລົ້າ ຫລາຍຄົນ ມັກເວົ້າ ເຖິງ ການຂັບຂີ່ ຍວດຍານ ພາຫະນະ. ດັ່ງນັ່ນ ຈຶ່ງມີການ ເຕືອນ ຜູ້ຂັບຂີ່ ຕາມ ທ້ອງຖນົນ ໃຫ້ ຣະມັດຣະວັງ ດື່ມເຫຼົ້າເມົາ ແລ້ວ ບໍ່ໃຫ້ຂັບຂີ່ ເພາະຄົນເມົາ ຄວບຄຸມ ສະຕິ ຂອງ ຕົນບໍ່ໄດ້ ບໍ່ເຫັນ ຮູບພາບ ຫລື ການກໍານົດ ໄລຍະທາງ ກໍ ບໍ່ຊັດເຈນ.
ການດື່ມ ເຫລົ້າ ດື່ມເບັຽ ຫລາຍ ແລະ ດື່ມເປັນປະຈໍາ ເຮັດໃຫ້ເສັຽ ສຸຂພາບ ນັກ ວິຊາການ ບອກວ່າ ຖ້າຜູ້ໃດ ດື່ມເບັຽ ແກ້ວນ້ອຍ ຂນາດ 330 ມິນລີລິດ ຫລາຍກວ່າ ນຶ່ງແກ້ວ ຫລື ເຫລົ້າ wine ນຶ່ງຈອກ ຫລືເຫລົ້າ ຂາວ ນຶ່ງຈອກ ນ້ອຍ ຕໍ່ນຶ່ງ ຊົ່ວໂມງ ຜູ້ດື່ມ ຈະເມົາຫລາຍ ຂຶ້ນ ຕາມລໍາດັບ ດື່ມດົນໆໄປ ມ້າມ ແລະຕັບ ຈະອັກເສບ, ຕັບແຂງ ແລະ ເສັຍຊີວິດ ໄດ້.
ພຍາດ ຕັບແຂງ ເປັນສາເຫດ ຂອງຄວາມ ດັນເລືອດສູງ ເຮັດໃຫ້ Cholesterol ສູງ ຫົວໃຈ ໃຫຍ່. ຖ້າດື່ມ ຫລາຍ ຈະເຮັດໃຫ້ ຫົວໃຈ ເຕັ້ນຜິດ ປົກກະຕິ ຄວາມຈື່ຈໍາ ບໍ່ດີ ເສັ້ນເລືອດ ສມອງຕັນ ເປັນ stroke ດັ່ງນັ້ນ ຫລາຍໆຄົນ ຈຶ່ງວ່າ ບໍ່ຄວນດື່ມ ເຫລົ້າ ດື່ມເບັຽ ແລະ ສິ່ງມືນເມົາ ອື່ນໆ ຫລາຍ ເກີນຄວນ ຈົນມຶນເມົາ ຄວນດື່ມ ພໍກິນເຂົ້າ ແຊບກໍພໍ.