ລາວ ຂາດເງິນບາດ ແລະໂດລາ

ຈໍາປາທອງ
2016.10.20
f-exchange ການແລກປ່ຽນເອົາ ເງິນໂດລາແລະເງິນບາດ ຢູ່ ສປປລາວ ກໍາລັງຄືບຄານ
Screen captured from you tube

ປັຈຈຸບັນ ທະນາຄານ ເອກກະຊົນ ແລະຮ້ານແລກປ່ຽນ ເງິນຕຣາ ຢູ່ ສປປລາວ ບໍ່ຮັບເງິນກີບ ທີ່ລູກຄ້າ ມາແລກປ່ຽນ ເອົາເງິນໂດລາ ຫຼື ເງິນບາດ ຍ້ອນຂາດແຄນ ສະກຸນເງິນຕຣາ ຕ່າງປະເທສ ດັ່ງກ່າວ. ທະນາຄານ ແຕ່ລະແຫ່ງ ມີແຕ່ເງິນ ກີບ. ກ່ຽວກັບ ເຣຶ່ອງນີ້ ເຈົ້າໜ້າທີ່ ທະນາຄານ ເອກກະຊົນ ແຫ່ງນຶ່ງ ໃນ ນະຄອນຫຼວງ ວຽງຈັນ ເວົ້າກັບ RFA ໃນວັນທີ 19 ຕຸລານີ້ວ່າ:

"ເພາະຊ່ວງນີ້ ທຸກ ທະນາຄານ ເພິ່ນຈໍາກັດ ການແລກນະ ກໍພໍດີຊ່ວງນີ້ ເງິນກີບເຮົາ ເຕັມນະ ເຈົ້າແລກ ເງິນບາດ ຄືກັນ ເພາະວ່າຊ່ວງນີ້ ເງິນກີບ ພວກຂ້ອຍ ມັນເຕັມຫັ້ນນະ ເພາະວ່າມັນ ຈ່າຍເຂົ້າ ແບັງຊາດ ບໍ່ທັນນະ".

ສ່ວນເຈົ້າໜ້າທີ່ ທະນາຄານ ເອກກະຊົນ ອີກແຫ່ງນຶ່ງ ເວົ້າວ່າ ໃນລະຍະນີ້ ບໍ່ມີລູກຄ້າ ນໍາເງິນ ໂດລາ ມາແລກເອົາ ເງິນກີບ ຈາກທາງ ທະນາຄານ ແລະ ທະນາຄານ ກໍບໍ່ມີເງິນ ໂດລາ ສໍາຮອງໄວ້ ເພື່ອແລກປ່ຽນ ໃຫ້ ແລະວ່າ ຢ່າງໃດກໍຕາມ ການຂາດແຄນ ເງິນໂດລາ ແລະ ເງິນບາດ ອາຈເປັນ ລະຍະສັ້ນໆ:

"ຄັນມີ ເຮົາກໍແລກໃຫ້ ເຮົາຕອບແທນ ບໍ່ໄດ້ ເພາະວ່າບາງວັນ ກໍບໍ່ມີລູກຄ້າ ມາຂາຍ ສັກທີນະ ຕົວນີ້ເຮົາ ເຮົາຂາຍ ໄປຫຼາຍແລ້ວ ມັນເກັບຊື້ ຍັງບໍ່ໄດ້ ເພາະວ່າ ລູກຄ້າ ກໍບໍ່ຄ່ອຍ ມາຂາຍໃຫ້ ແບັງ ກໍຊ່ວງ ລະຍະສັ້ນໆ ໜ້າຈະ ຣະຍະສັ້ນໆນໍ".

ສໍາລັບຮ້ານແລກປ່ຽນ ເງິນຕຣາ ໃນ ນະຄອນຫຼວງ ວຽງຈັນ ກໍເວົ້າໄປ ໃນທໍານອງ ດຽວກັນວ່າ ໃນລະຍະນີ້ ຮ້ານແລກປ່ຽນ ເງິນຕຣາ ສ່ວນຫຼາຍ ບໍ່ໄດ້ຮັບຊື້ ເງິນກີບ ຫລື ຂາຍເງິນ ໂດລາ ແລະເງິນບາດ ແລ້ວ:

"ບໍ່ ມື້ນີ້ບໍ່ໄດ້ແລກ ຕອນນີ້ ອັນນາ ບາດເພິ່ນ ກໍບໍ່ໄດ້ຂາຍ ແລ້ວກໍ ໂດລາ ເພິ່ນກໍບໍ່ໄດ້ ຂາຍແລ້ວເຈົ້າ ມີແຕ່ ໂດລາ ມາແລກກີບ ຫລື ວ່າບາດແລກ ກີບນັ້ນໄດ້ຢູ່ ເພາະວ່າ ອັນນາ ຢູ່ຮ້ານແລກປ່ຽນ ດຽວນີ້ ຂະເຈົ້າ ກໍບໍ່ຂາຍ ຄືກັນ".

ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ທະນາຄານ ການຄ້າ ຕ່າງ ປະເທສລາວ ຕໍ່ RFA ໃນວັນທີ 18 ຕຸລາ, ທະນາຄານ ການຄ້າ ຕ່າງປະເທສ ກຳນົດໃຫ້ ປະຊາຊົນ ແລະ ນັກລົງທຶນ ຕ່າງປະເທສ ທີ່ຕ້ອງການ ແລກປ່ຽນ ເງິນກີບ ເອົາເງິນ ໂດລາ ສະຫະຣັຖ ແລະ ເງິນບາດໄທ ຈະຕ້ອງໄດ້ ຕໍ່ແຖວ ຫລື ຈອງຄິວໄວ້ ໃນມື້ ວັນເສົາກ່ອນ ເພື່ອ ມາແລກປ່ຽນ ເງິນ ຕາມວັນເວລາ ທີ່ ທາງ ທະນາຄານ ນັດໝາຍ ແລະ ສາມາດ ແລກປ່ຽນ ໄດ້ພຽງຄັ້ງລະ 5 ລ້ານກີບ ຫລືປະມານ 600 ໂດລາ ສະຫະຣັຖ ແລະ ທະນາຄານ ແຕ່ລະ ສາຂາ ຈະແລກປ່ຽນ ໃຫ້ມື້ນຶ່ງ ພຽງ 20 ຄົນ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.