ຜູ້ນໍາລາວຂໍໃຫ້ສາກົນ ຊ່ອຍເຫຼືອ
2016.09.27

ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ສປປລາວ ຖແລງຕໍ່ ກອງປະຊຸມ ສະມັດຊາໃຫ່ຽ ສະຫະປະຊາຊາຕ ຄັ້ງທີ່ 71 ເມື່ອວັນທີ 23 ກັນຍາ ຜ່ານມາ ວ່າ ສປປລາວ ຈະສາມາດ ປະຕິບັດ ເປົ້າໝາຍ ແຜນການ ການພັທນາ ແຫ່ງຊາຕ 5 ປີ ຄັ້ງທີ 8 ຊຶ່ງ ໄດ້ຈັດເອົາ ເປົ້າ ໝາຍ ການພັທນາ ແບບຍືນຍົງ ຂອງ ສະຫະປະຊາຊາຕ ເຂົ້ານໍາເພື່ອໃຫ້ ປະຊາຊົນລາວ ຫລຸດພົ້ນຈາກ ຄວາມທຸກຍາກ ໄດ້ນັ້ນ ມັນມີ ຄວາມຈໍາເປັນ ຕ້ອງໄດ້ຮັບ ການ ສນັບສນູນ ແລະ ການຊ່ວຍເຫຼືອ ຈາກ ວົງຄະນາຍາຕ ສາກົນ. ດັ່ງທ່ານ ໄດ້ກ່າວ ໃນຕອນນຶ່ງວ່າ:
"ສປປ ລາວ ເປັນປະເທດ ດ້ອຍພັທນາ ແລະ ບໍ່ມີ ຊາຍແດນ ຕິດກັບທະເລ ຍັງປະເຊີນ ກັບ ສິ່ງທ້າທາຍ ແລະ ຂໍ້ຈໍາກັດ ຫຼາຍຢ່າງ ໃນ ການພັທນາ ພື້ນຖານ ໂຄງລ່າງ ແລະ ການພັທນາ ຊັພຍາກອນ ມະນຸດ ທີ່ມີ ຄຸນນະພາບ ຈຶ່ງມີຄວາມ ຈໍາເປັນ ຕ້ອງໄດ້ຮັບ ການ ສນັບສນູນ ຊ່ວຍເຫຼືອ ຈາກ ວົງຄະນາຍາຕ ສາກົນ ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຕັດສິນໃຈສູງ ຂອງ ຣັຖບານ ສປປ ລາວ ບວກກັບ ຄວາມຮ່ວມມື ການຊ່ວຍເຫຼືອ ທີ່ ສະເໜີຕົ້ນ ສະເໝີປາຍ ຂອງ ວົງຄະນາຍາດ ສາກົນ ພວກ ຂ້າພະເຈົ້າ ຈະສາມາດ ບັນລຸເປົ້າໝາຍ ດັ່ງກ່າວ ນັ້ນໄດ້".
ທ່ານວ່າ ໃນຕໍ່ໜ້ານີ້ ຣັຖບານ ສປປ ລາວ ຈະສຸມໃສ່ ສືບຕໍ່ ປະຕິບັດ ແຜນພັທນາ ສັງຄົມ-ເສຖກິດ 5 ປີ ຄັ້ງທີ່ 8 ຊຶ່ງ ໄດ້ຈັດເອົາ ເປົ້າໝາຍ ການພັທນາ ແບບຍືນຍົງ ຂອງ ສະຫະປະຊາຊາຕ ເຂົ້ານໍາ ເຊັ່ນດຽວກັນ ກັບແຜນ ຍຸທສາດ ການພັທນາ 2025 ແລະ ວິສັຍທັສ 2030 ຮ່ວມທັງ ແຜນການ ເກັບກູ້ລະເບີດ ໃຫ້ໄດ້ຫຼາຍ ທີ່ສຸດ ເທົ່າທີ່ ຈະຫຼາຍໄດ້ ເພື່ອໃຫ້ ປະຊາຊົນລາວ ໃນບ່ອນທີ່ ໄດ້ຮັບ ຜົນກະທົບ ນັ້ນມີການ ດໍາຣົງຊີວິດ ແບບມີ ຄວາມປອດພັຍ.