ນາຍົກລາວເນັ້ນຫ້າມ ຕັດໄມ້

ສິດນີ
2016.06.01
F-Thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ
screen captured from LNTV video

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ລາວ ໄດ້ອອກຄຳສັ່ງ ຫ້າມການ ຕັດໄມ້ ທຸກຊນິດ ໃນລາວ ເລີ້ມແຕ່ ວັນທີ 1 ເດືອນ ມິຖຸນາ ປີນີ້ ເປັນຕົ້ນໄປ ໂດຍສະເພາະ ໃນພື້ນທີ່ປ່າ ທີ່ເອີ້ນວ່າ SANAM 1 ຫລືປ່າໄມ້ ແຫ່ງທີນຶ່ງ ຊຶ່ງ ເປັນປ່າ ທັມມະຊາດ.

ການປະກາດ ຂໍ້ຫ້າມ ດັ່ງກ່າວ ແມ່ນມີຂຶ້ນ ໃນກອງປະຊຸມ ປະຈຳເດືອນ ພຶສພາ ຂອງຄນະ ຣັຖບານ ຣະຫວ່າງ ວັນທີ 24 ຫາ 25 ເດືອນ ພຶສພາ ທີ່ ເປັນປະທານ ໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ລາວ.

ທ່ານ ລຽນ ທິແກ້ວ ຣັຖມົນຕຣີ ກະຊວງ ກະສິກັມ ແລະ ປ່າໄມ້ລາວ ກ່າວຕໍ່ ສື່ມວນຊົນ ທ້ອງຖິ່ນ ໃນອາທິດ ທີ່ຜ່ານມາວ່າ ການຕັດໄມ້ ໃນໂຄຕາ ທີ່ ທາງການ ອະນຸມັດ ໃຫ້ ໃນຣະຍະ ທີ່ຜ່ານມາ, ໃນນັ້ນ ຮ່ວມດ້ວຍ ໄມ້ລົ້ມ ແລະ ຕົ້ນໄມ້ ໃນໂຄງການ ພັທນາ ໂຄງຮ່າງ ພື້ນຖານ ຂອງ ຣັຖບານ ໃຫ້ ສິ້ນສຸດລົງ ມື້ວັນທີ 1 ມິຖຸນາ ປີນີ້.

ການສັ່ງຫ້າມ ຕັດໄມ້ຊົ່ວຄາວ ຂອງຣັຖບານ ແມ່ນເພື່ອ ທົບທວນ ນະໂຍບາຍ ການບັງຄັບໃຊ້ ໂຄຕາ ການຕັດໄມ້ ທີ່ ທາງການລາວ ອະນຸມັດ ໃຫ້ ໃນລະຍະ ທີ່ຜ່ານມາ. ທ່ານກ່າວ ກ່ຽວກັບ ເຣື້ອງນີ້ ໃນ ກອງປະຊຸມ ຖແລງຂ່າວ ຫຼັງຈາກ ກອງປະຊຸມ ຄນະຣັຖບານ ວ່າ ນາຍົກ ຣັຖມົນຕຣີລາວ ໄດ້ອອກ ຄຳສັ່ງ ໃຫ້ ທຸກພາກສ່ວນ ຫ້າມຕັດໄມ້ ອອກຈາກ ພື້ນທີ່ ປ່າໄມ້ SANAM 1 ຊຶ່ງ ເປັນປ່າ ທັມມະຊາດ ແລະ ປ່າປົກປ້ອງ ເພື່ອບໍ່ໃຫ້ ມີຊ່ອງໂວ່ ສຳລັບກຸ່ມ ລັກຕັດໄມ້, ທ່ານວ່າ ກະຊວງ ກະສິກັມ ແລະ ປ່າໄມ້ລາວ ຈະ ເປັນຜູ້ກວດກາ ແລະ ບັງຄັບໃຊ້ ຂໍ້ຫ້າມ ດັ່ງກ່າວ ຂອງ ຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.