ນາຍົກຣັຖມົນຕຣີເນັ້ນ ລຶບລ້າງ ການສໍ້ຣາສ

ອຸ່ນແກ້ວ ສຸກສະຫວັນ
2021.04.08
ນາຍົກຣັຖມົນຕຣີເນັ້ນ ລຶບລ້າງ ການສໍ້ຣາສ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຕໍ່ ພະນັກງານ ກະຊວງການເງິນ ໃຫ້ແກ້ໄຂ ບັນຫາ ການສໍ້ຣາດ ບັງຫຼວງ.
ນັກຂ່າວພົລເມືອງ

ໃນເວລາທີ່ເຂົ້າຮ່ວມພິທີມອບ-ຮັບຕຳແໜ່ງຣັຖມົນຕຼີກະຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ໃນວັນທີ 6 ເມສາ, ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຕໍ່ພະນັກງານ ກະຊວງ ການເງິນ ໃຫ້ແກ້ໄຂປະກົດການຫຍໍ້ທໍ້ ພາຍໃນຂະແໜງການເງິນ, ຕ້ານຄວາມບໍ່ ໂປ່ງໃສ, ແກ້ໄຂບັນຫາການສໍ້ຣາດບັງຫຼວງ ຂອງ ພະນັກງານການເງິນ ທີ່ສວຍໂອກາດເອົາປໂຍດ ເຂົ້າໂຕເອງ.

ປັດຈຸບັນ ຣັຖມົນຕຼີກະຊວງການເງິນຜູ້ໃໝ່ ແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ ທີ່ມາຮັບໜ້າທີ່ແທນ ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງການເງິນຜູ້ເກົ່າ.

ກ່ຽວກັບເລື່ອງນີ້ ຜູ້ປະກອບການຣົດຂົນສົ່ງສິນຄ້າ ລະຫວ່າງປະເທດ ທ່ານນຶ່ງກ່າວວ່າ ການແກ້ໄຂບັນຫາ ສໍ້ຣາດບັງຫລວງຂອງ ພະນັກງານຂະແໜງການເງິນ ນັ້ນເປັນບັນຫາ ແກ້ໄຂຍາກ ຍ້ອນມີເຈົ້າໜ້າທີ່ ປະຈຳດ່ານສາກົນ ຫຼື ເຈົ້າໜ້າທີ່ພາສີບາງຄົນຍັງສວຍ ໃຊ້ໂອກາດເອົາ ຜົນປະໂຫຍດເຂົ້າໂຕເອງ.

"ໂອ້; ເບິ່ງຄືຊິຫຍຸ້ງຍາກແຫຼະ ມັນເປັນມາແຕ່ກ່ອນແລ້ວເດ້ ກະຍັງມີຢູ່ເປັນບາງສ່ວນຊິນະ ຊຸດແລ້ວນີ້ກະວ່າ ທ່ານ ທອງລຸນ ເນາະ ຈະແກ້ໄຂໄດ້ ໃນບາງສ່ວນ ດຽວນີ້ກະເລີ່ມແລ້ວ ແກ້ໄຂບໍ່ໄດ້ດອກ ບັນຫານີ້ ຢູ່ລາວ."

ທ່ານ ກ່າວຕື່ມວ່າ ກ່ອນໜ້ານີ້ ເຈົ້າໜ້າທີ່ ປະຈຳດ່ານບໍ່ເຕັນ ບອກໃຫ້ຣົດຂົນສົ່ງສິນຄ້າ ຈາກຈີນທີ່ເຂົ້າມາດ້ານບໍ່ເຕັນ ນຳຣົດເຂົ້າ ຫ້ອງສະແກນສິນຄ້າ ພ້ອມກັບເສັຽເງິນຄັນລະ 350,000 ກີບ ໂດຍບໍ່ມີການແຈ້ງໃຫ້ຮູ້ ລ່ວງໜ້າ ແລະ ບໍ່ມີການອອກໃບຮັບເງິນ ໃຫ້ເລີຍ ແລະ ໃນເວລານັ້ນ ຜູ້ປະກອບການຂົນສົ່ງ ອີກຫຼາຍຄົນບໍ່ພໍໃຈ ເກີດການຜິດຖຽງ ກັບ ເຈົ້າໜ້າທີ່ປະຈຳດ່ານ ພາສີບໍ່ເຕັນ ແຕ່ສຸດທ້າຍ ເຈົ້າຂອງຣົດຈຳເປັນ ຕ້ອງຍອມຈ່າຍເງິນໃຫ້ເຈົ້າໜ້າທີ່.

ໃນຂນະດຽວກັນ ຜູ້ປະກອບການທ່ອງທຽວ ທ່ານນຶ່ງເຊື່ອວ່າ ການແກ້ໄຂບັນຫາ ສໍ້ຣາດບັງຫຼວງ ໃນຂະແໜງການເງິນ ແມ່ນແກ້ໄຂ ຍາກທີ່ສຸດ ເຖິງວ່ານາຍົກຣັຖມົນຕຣີ ແຕ່ລະທ່ານ ໄດ້ເນັ້ນໃຫ້ແກ້ໄຂກໍຕາມ.

"ເພິ່ນເວົ້າຄັກໂອ່ ນາຍົກຜູ້ໃໝ່ດຽວນີ້ນະ ເພິ່ນມີຄວາມຄິດເຫັນນີ້ ເພິ່ນກະເວົ້າວ່າ ເອົາຈິງເອົາຈັງຢູ່ ແຕ່ວ່າ ຄັນມີແຕ່ລາວຜູ້ດຽວ ກະຊິບໍ່ໄດ້ຫັ້ນແຫຼະ ຄັນບໍ່ມີຜູ້ຮ່ວມໄມ້ຮ່ວມມື ຄັນຖ້າວ່າມີຜູ້ຮ່ວມໄມ້ຮ່ວມມື ລາວກໍຊິໄດ້ຢູ່ ຄັນຖ້າວ່າ ມີຫຼາຍຄົນເນາະ ເຮັດໄປນຳກັນ ຖ້າມແຕ່ຜູ້ດຽວເວົ້າ ກະຄືເກົ່າຫັ້ນແຫຼະ."

ເຖິງຢ່າງໃດກໍຕາມ ຊາວລາວອີກທ່ານນຶ່ງ ກໍເຊື່ອວ່າ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ຄົນປັດຈຸບັນຈະສາມາດໄກ້ໄຂບັນຫາ ການສໍ້ຣາດບັງຫຼວງ ໃນຂະແໜງການເງິນໄດ້.

"ໜ້າຈະໄດ້ຢູ່ໃດ໊ ແກ້ໄຂແທ້ເຈົ້າ ອັນນີ້ ອັນນັ້ນ ຫົວໜ້າພາສີກະຂຶ້ນກັບ ການແຕ່ງຕັ້ງຂອງກະຊວງການເງິນນະ ກະຄິດວ່າເພິ່ນ ຈະແກ້ໄຂໄດ້ຢູ່."

ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ 9 ໃນເດືອນມິນາ ຜ່ານມາ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຼີ ລາວໄດ້ກ່າວ ບາງຂະແໜງການຂອງພັກ-ຣັຖ ຍັງບໍ່ເຂົ້າໃຈກົລໄກເສຖກິດ ແລະ ການເຊື່ອມໂຍງ ກັບພາກພື້ນ.

"ບາງຂະແໜງການຂອງພັກ-ຣັຖ ບໍ່ກຳໄດ້ ແລະ ບໍ່ເຂົ້າໃຈເຖິງກົລໄກເສຖກິດໃໝ່ ແລະ ການເຊື່ອມໂຍງກັບພາກພື້ນ ເຮັດໃຫ້ບໍ່ ສາມາດອອກຂໍ້ກຳນົດ ອອກລະບຽບການ ໃນການຄຸ້ມຄອງ, ສົ່ງເສີມ ຫຼື ຈຳກັດການເຄື່ອນໄຫວ ດຳເນີນທຸຣະກິດ ຂອງນັກທຸຣະກິດ ພາຍໃນ ແລະ ຕ່າງປະເທດ ອັນນີ້ ແມ່ນຂະແໜງການຂອງຣັຖ ແລະ ສິ່ງທີ່ເຮົາມີບັນຫາ ມະຍຸ ມະຍະ ເກັບລາຍຮັບບໍ່ໄດ້ ບໍ່ແມ່ນ ພະນັກງານ ຂອງຣັຖບໍ."

ອີງຕາມຂໍ້ມູນຈາກອົງການ ຄວາມໂປ່ງໃສ ສາກົນ ຫຼື Transparency International ປະຈຳປີ 2020 ທີ່ໄດ້ລະບຸວ່າ ປະເທດລາວ ເປັນປະເທດ ທີ່ມີຄວາມໂປ່ງໃສ ຢູ່ໃນອັນດັບທີ 134 ຂອງໂລກ ຈາກທັງໝົດ 180 ປະເທດ ໃນຂນະທີ່ ປີ 2019 ປະເທດລາວ ຖືກຈັດຢູ່ໃນອັນດັບທີ 130.

ໃນກຸມປະເທດອາຊຽນ 10 ປະເທດ, ປະເທດລາວ ກໍເປັນປະເທດ ທີ່ບໍ່ມີຄວາມໂປ່ງໃສ ຢູ່ໃນອັນດັບທ້າຍໆ ຮອງ ຈາກປະເທດ ກຳພູຊາ ແລະ ພະມ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.