ຊາວລາວຂ້ອງໃຈຄ່າທໍານຽມ ຕາດິນ
2015.10.26
ໜັງສີພິມ ວຽງຈັນທາມສ ຣາຍງານ ວ່າ ປະຊາຊົນ ຕ້ອງຈ່າຍ ຄ່າ ທໍານຽມ ເຮັດ ໃບຕາດິນ ຫຼາຍລ້ານ ກີບ ຕໍ່ຕອນ. ຕົວຢ່າງ ປະຊາຊົນ ຜູ້ນຶ່ງ ຢູ່ ເມືອງ ນາຊາຍທອງ ນະຄອນຫຼວງ ວຽງຈັນ ຕ້ອງຈ່າຍ ເງິນ ເຖິງ 8 ລ້ານ 8 ແສນກີບ ໃຫ້ ເຈົ້າໜ້າທີ່ ພະນັກງານ ເປັນຄ່າ ບໍຣິການ ໃນ ການອອກ ໃບຕາດິນ.
ປະຊາຊົນ ລາວ ຫຼາຍຄົນ ຈົ່ມວ່າ ຕ້ອງໄດ້ ເສັຽຄ່າ ເຮັດ ໃບຕາດິນ ອີກ ຢ່າງໜ້ອຍ ສຸດແມ່ນ 3 ແສນກີບ. ແຕ່ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ ກໍຊີ້ແຈງ ວ່າ ການ ເກັບຄ່າ ທໍານຽມ 3 ແສນ ກີບ ບໍ່ໄດ້ຫຼາຍ ເກີນໄປ ແລະ ບໍ່ໄດ້ ຜິດ ຣະບຽບ ກົດໝາຍ:
"ອັນນີ້້ມັນ ບໍ່ໄດ້ເສັຽ ຫຼາຍດອກ ແຕ່ດິນ ຫຼາຍ ກໍໄດ້ ເສັຽຫຼາຍ ຄ່າ ສະເພາະ ຕອນນັ້ນ ແມ່ນ ຕາຣາງແມັຕ ນຶ່ງ 300 ກີບ ຄ່າ ສະເພາະ ຕອນ 2 ແສນປາຍ ແລ້ວ ຄ່າສໍາຣວດ ຕໍ່ ແມັຕນຶ່ງ 300".
ແຕ່ນາງ ກໍເວົ້າວ່າ ຄ່າທໍານຽມ ລົງທະບຽນ ໃບຕາດິນ ແມ່ນ 45 ພັນ ກີບ, ບວກກັບ ຄ່າແທກ ທີ່ດິນ 300 ກີບ ຕໍ່ ຕາຣາງ ແມັຕ. ເມື່ອຖາມວ່າ ຖ້າຄ່າ ໃບຕາດິນ ແພງ ເຖິງ ຂນາດນັ້ນ ຄົນ ທີ່ຍາກຈົນ ຈະເຮັດ ໃບຕາດິນ ໄດ້ ແນວໃດ, ນາງ ຕອບວ່າ ປະຈຸບັນ ນີ້ ທາງການ ຍັງບໍ່ມີ ໂຄງການ ຊ່ວຍເຫລືອ ດ້ານ ການເງິນ ໃຫ້ ແກ່ ປະຊາຊົນ ຜູ້ ທຸກຍາກ ທີ່ຕ້ອງການ ເຮັດ ໃບຕາດິນ ນັ້ນເທື່ອ, ຊຶ່ງ ໝາຍຄວາມ ວ່າ ປະຊາຊົນ ທີ່ ທຸກຍາກ ຈະບໍ່ ສາມາດ ເຮັດ ໃບຕາດິນ ໄດ້.
ການອອກ ໃບຕາດິນ ຊັກຊ້າ ກໍຍ້ອນ ປະຊາຊົນ ສ່ວນຫຼາຍ ຍັງ ຍາກຈົນ ບໍ່ມີເງິນ ເສັຽຄ່າ ທໍານຽມ, ຊຶ່ງ ສ່ວນຫຼາຍ ກໍແມ່ນ ຜູ້ທີ່ຢູ່ ເຂດ ຊົນນະບົດ ຫ່າງໄກ.