ຊາວອຸດົມໄຊຍັງຖ້າຄ່າ ຊົດເຊີຍ
2018.12.13
ປະຈຸບັນການຊົດເຊີຍເງິນໃຫ້ແກ່ ປະຊາຊົນແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຍັງຊັກຊ້າຢູ່, ເຊິ່ງໃນຫຼາຍພື້ນທີ່ ຫາກໍສຳເຣັຈຂັ້ນຕອນຮິບໂຮມເອກກະສານ ເປັນຕົ້ນສັມມະໂນຄົວ ແລະ ບັດປະຈຳໂຕ ຂອງຜູ້ທີ່ໄດ້ ຮັບຜົລກະທົບ ເພື່ອນຳເຂົ້າສູ່ຂະບວນການຊົດເຊີຍ, ແຕ່ໂຄງການກໍຍັງບໍ່ໄດ້ ກຳນົດມື້ຊົດເຊີຍ ຢ່າງຄັກແນ່ເທື່ອ. ດັ່ງເຈົ້າໜ້າທີ່ເມືອງໄຊ ທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ນີ້ວ່າ:
“ເຮົາກະຍັງບໍ່ທັນຮູ້ວ່າເພິ່ນຈັກໃຫ້ປີໃດ, ແຕ່ວ່າເພິ່ນມາເອົາຂໍ້ມູນ ໃຫ້ກ໋ອບປີ້ປຶ້ມສັມມະໂນຄົວ ຫຼືວ່າບັດປະຈຳໂຕໃຫ້ເພິ່ນ ເພື່ອຊິອອກເປັນ ໜັງສື ຢັ້ງຢືນຄ່າຊົດເຊີຍຫັ້ນນະ. ເນື້ອທີ່ແມ່ນຫຍັງນີ້ ເພິ່ນມາເກັບໄປໝົດແລ້ວ."
ທ່ານກ່າວຕື່ມວ່າ ປະຊາຊົນທີ່ເສັຽທີ່ດິນ ແລະບ່ອນຢູ່ອາໃສ ໃຫ້ໂຄງການດັ່ງກ່າວ ຍັງມີຄວາມກັງວົນໃຈຢູ່ ຍ້ອນຢາກໄດ້ຄ່າຊົດເຊີຍໂດຍໄວ ເປັນຕົ້ນປະຊາຊົນ 30 ຄອບຄົວຢູ່ບ້ານທ້ຽວ, ເມືອງໄຊ ທີ່ສ່ວນໃຫຍ່ໄດ້ເສັຽດິນນາ ໃຫ້ແກ່ການສ້າງ ທາງຣົດໄຟ ນັ້ນກໍຍັງຕິດຕາມຖາມ ຄວາມຄືບໜ້າ ການຊົດເຊີຍຢູ່ເລື້ອຍໆ, ແຕ່ກໍຍັງບໍ່ໄດ້ຮັບຄຳຕອບ ຈາກພາກສ່ວນກ່ຽວຂ້ອງ.
ກ່ຽວກັບເຣື້ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ຄນະຮັບຜິດຊອບຊົດເຊີຍ ຜູ້ທີ່ໄດ້ຮັບຜົລກະທົບຈາກໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ປະຈຳແຂວງອຸດົມໄຊ ເພື່ອຂໍຮັບຮູ້ຄວາມຄືບໜ້າ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຂໍ້ມູນໄດ້ ໃນເວລານີ້.
ຢ່າງໃດກໍ່ຕາມ, ເມື່ອເດືອນສິງຫາ ທີ່ຜ່ານມານັ້ນ, ປະຊາຊົນຈຳນວນ 13 ຄອບຄົວ ທີ່ຢູ່ບ້ານຫ້ວຍຂຸມ, ເມືອງໄຊ ຫາກໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ເປັນກຸ່ມທຳອິດ, ໃນຂນະທີ່ທົ່ວແຂວງອຸດົມໄຊ ຍັງມີປະຊາຊົນລໍຖ້າ ການຊົດເຊີຍຢູ່ ປະມານ 5 ພັນຄອບຄົວ.
ມາຮອດມື້ນີ້ ການກໍ່ສ້າງອຸມົງຣົດໄຟ ຢູ່ແຂວງອຸດົມໄຊ ນັບມື້ມີຄວາມຄືບໜ້າຫຼາຍ ເຊິ່ງບໍຣິສັດຮັບເໝົາສ້າງທາງຣົດໄຟ ໄດ້ເຈາະອຸມົງສຳເຣັຈ ແລ້ວ 04 ແຫ່ງ ຈາກຈຳນວນອຸມົງທັງໝົດ 32 ແຫ່ງ ອັນປະກອບດ້ວຍ ອຸມົງນາງທົງ 01 ຢູ່ເມືອງນາໝໍ້, ອຸມົງກໍ່ນ້ອຍ 03, ອຸມົງວັງຍານ, ແລະ ອຸມົງນາວອນ ຢູ່ເຂດເມືອງໄຊ.