ທາງການຄວບຄຸມຣາຄາ ສິນຄ້າ

ສິດນີ
2017.04.11
f-food ສິນຄ້າທີ່ວາງຂາຍຕາມທ້ອງຕລາດ ໃນລາວ
RFA/LX

ຜແນກອຸດສາຫະກັມແລະການຄ້າ ແຂວງຫຼວງພຣະບາງ ໄດ້ອອກແຈ້ງເຕືອນ ບັນດາ ພໍ່ຄ້າແມ່ຄ້າ ບໍ່ໃຫ້ຂຶ້ນ ຣາຄາສິນຄ້າ ໃນຊ່ວງບຸນ ປີໃຫມ່ ໃຫ້ຕິດ ຣາຄາສິນຄ້າຂອງຕົນ ຢ່າງເປີດແປນ ເປັນເງິນກີບ ແລະເງິນສາກົນ ຂອງສິນຄ້າ ທີ່ນຳເຂົ້າ ເພື່ອບໍ່ໃຫ້ ເອົາປຽບລູກຄ້າ ຫຼືນັກທ່ອງທ່ຽວ. ດັ່ງເຈົ້າຫນ້າທີ່ ຜແນກ ອຸດສາຫະກັມ ແລະການຄ້າ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວໃນວັນທີ 10 ເມສາ ນີ້ວ່າ:

"ນຶ່ງໃຫ້ຕິດສິນຄ້າ ຣາຄາເງິນກີບທຸກໆສິນຄ້າ, ສອງສິນຄ້າທີ່ນຳເຂົ້າຕ້ອງຕິດສາກົນ ເປັນພາສາລາວ ເບື້ອງພາສາໄທກໍມີ ເບື້ອງນຶ່ງຕ້ອງ ເປັນພາສາລາວ ສ່ວນປະສົມແນວໃດ ເຂົາຕ້ອງຕີເປັນ ພາສາລາວ ໃສ່ຢ່າງລະອຽດໂລດ".

ທ່ານກ່າວຕື່ມວ່າ ການທີ່ຕ້ອງໄດ້ເພີ້ມມາຕການ ຢ່າງເຂັ້ມງວດ ໃຫ້ຕິດພາສາ ສາກົນໃນສິນຄ້າ ທີ່ນຳເຂົ້າ ຮ່ວມກັບ ພາສາລາວ ນັ້ນແມ່ນ ເຮັດຕາມກົດບັດອາຊຽນ ທີ່ໄດ້ບົ່ງໄວ້ວ່າ ໃຫ້ຕິດພາສາສາກົນ ຮ່ວມກັບພາສາປະເທດ ຜູ້ນຳເຂົ້າ ເພື່ອເປັນການ ຄຸ້ມຄອງ ຄວາມປອດພັຍ ຂອງຜູ້ບໍຣິໂພກ ຫາກກວດພົບວ່າ ຖ້າໃຜບໍ່ ປະຕິບັດຕາມ ຈະຖືກປັບໄຫມ ຫລື ໃສ່ໂທດ.

ທ່ານວ່າ ນອກຈາກນັ້ນ ທາງຫ້ອງການ ຍັງໄດແຈ້ງເຕືອນ ໄປຍັງບັນດາ ພໍ່ຄ້າແມ່ຄ້າ ຫ້າມຂຶ້ນຣາຄາສິນຄ້າ ຂອງຕົນໃນຊ່ວງ ບຸນປີໃຫມ່ ພ້ອມທັງ ຈະສົ່ງ ເຈົ້າຫນ້າທີ່ ລົງໄປກວດກາ ຣາຄາສິນຄ້າ ໃນທ້ອງຕລາດ ໃນແຕ່ລະມື້ ຮ່ວມທັງ ຄຸນນະພາບ ຂອງ ອາຫານແລະສິນຄ້າ ປະເພດຕ່າງໆ.

ນອກຈາກແຂວງຫຼວງພຣະບາງ ທີ່ໄດ້ອອກແຈ້ງການເຕືອນ ພໍ່ຄ້າແມ່ຄ້າ ບໍ່ໃຫ້ຂຶ້ນຣາຄາສິນຄ້າ ໃນຊ່ວງບຸນປີໃຫມ່ ແລ້ວ ກໍຍັງມີອີກຫຼາຍ ແຂວງໃນລາວ ກໍໄດ້ປະຕິບັດເຊັ່ນກັນ ເປັນຕົ້ນ ໃນວັນທີ 29 ມິນາ ແຂວງບໍ່ແກ້ວ ກໍໄດ້ອອກແຈ້ງເຕືອນ ແລະ ລົງພື້ນທີ່ ກວດກາສິນຄ້າ ຕາມທ້ອງຕລາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.