ສ້າງໂຮງຮຽນຈາກໄມ້ຍຶດໄດ້ ອາຈມີບັນຫາ
ແບ່ງປັນໄມ້ ຍຶດໄດ້ ໄປສ້າງ ໂຮງຮຽນ ໃນເຂດ ຊົນນະບົດ ຕາມທີ່ ປະຊາຊົນ ສະເໜີນັ້ນ ເປັນສິ່ງທີ່ ເປັນໄປ ໄດ້ຍາກ.
-
ສົມເນ
2017-01-05 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ກ່ຽວຂ້ອງ ໃນການປະມູນໄມ້ ທ່ານນຶ່ງ ກ່າວວ່າ, ໄມ້ທີ່ແຕ່ລະ ແຂວງຍຶດໄດ້ ແລະ ນໍາມາເປີດ ປະມູນຂາຍ ນັ້ນຈະບໍ່ສາມາດ ແບ່ງໄປ ສ້າງໂຮງຮຽນ ຢູ່ຕາມເຂດ ຊົນນະບົດ ທີ່ມີຄວາມ ຈໍາເປັນໄດ້, ຕາມຫາງສຽງ ຂອງ ປະຊາຊົນ ທີ່ໄດ້ສະເໜີ ລົງໃນ ສື່ສັງຄົມ ເພາະວ່າມັນ ເປັນເຣື້ອງທີ່ ເປັນໄປໄດ້ຍາກ ຍ້ອນວ່າຣັຖບານ ຕ້ອງເອົາເງິນ ຈາກການຂາຍໄມ້ ໄປໃຊ້ໃນສິ່ງທີ່ ຈໍາເປັນອື່ນໆ. ດັ່ງທ່ານ ໄດ້ກ່າວ ໃນຕອນນຶ່ງວ່າ:
"ໄມ້ທີ່ເຂົາເຈົ້າຍຶດໄດ້ ເວລາປະມູນຂາຍ ອອກແລ້ວ ມັນເປັນທຶນເຂົ້າຣັຖ ຂອງຣັຖ ເພື່ອມາສນັບສນູນ ຊ່ວຍເຫຼືອ ວຽກງານອື່ນ ເພາະວ່າ ຢູ່ໃນໂຮງຮຽນ ສ່ວນຫຼາຍ ແມ່ນອົງການສາກົນ ຊ່ວຍເຫຼືອ ຫລືວ່າຫ້ອງການ ພັທນາຊຸມຊົນ ຊ່ວຍເຫລືອ ນີ້ຈະເປັນທຶນ ຊ່ວຍເຫລືອ".
ຫລັງຈາກທີ່ມີຂ່າວວ່າ ຫຼາຍແຂວງ ໂດຍສະເພາະ ແຂວງພາກໄຕ້ ສາມາດຍຶດໄມ້ ຜິດກົດໝາຍ ຫຼາຍໝື່ນແມັດກ້ອນ ຈາກການປະຕິບັດ ຄໍາສັ່ງຂອງ ນາຍົກ ຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ປະຊາຊົນ ສ່ວນໃຫ່ຽ ກໍເຫັນດີ ເຫັນພ້ອມນໍາ ການປະຕິບັດງານ ຂອງເຈົ້າໜ້າທີ່ ໃນແຕ່ລະແຂວງ. ສໍາລັບໄມ້ ທີ່ຍຶດມາໄດ້ ນັ້ນ ທ່ານ ທອງລຸນ ສີສຸລິດ ໄດ້ສັ່ງໃຫ້ ນໍາອອກມາ ປະມູນຂາຍ ເພື່ອ ເປັນຣາຍໄດ້ ເຂົ້າຣັຖ, ແຕ່ພ້ອມດຽວກັນນັ້ນ ເມື່ຶອ ເດືອນພືສຈິກາ ປະຊາຊົນ ຫຼາຍຄົນ ສົ່ງຄວາມເຫັນ ຜ່ານສື່ສັງຄົມ ວ່າຢາກໃຫ້ ຣັຖບານ ແບ່ງເອົາໄມ້ ແລະ ຣາຍໄດ້ ຈາກການຂາຍໄມ້ ຈໍານວນນຶ່ງ ໄປປຸກໂຮງຮຽນ ໃຫ້ເດັກນ້ອຍ ຢູ່ໃນເຂດ ຫ່າງໄກສອກຫຼີກ ເພາະວ່າເດັກນ້ອຍ ຈໍານວນຫຼາຍ ບໍ່ທັນມີ ຫ້ອງຮຽນ ພຽງພໍ, ນໍາໄປສ້າງ ສຸຂສາລາ ແລະ ສິ່ງຈໍາເປັນອື່ນໆ ທີ່ເຂດ ຊົນະບົດຍັງ ຂາດເຂີນຢູ່.
ເອເຊັຽເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ ກ່ຽວຂ້ອງຫຼາຍບ່ອນ, ແຕ່ບໍ່ໄດ້ຄໍາຕອບ ຈາກໝົດທຸກຄົນ. ເຈົ້າໜ້າທີ່ ທ່ານນຶ່ງ ທີ່ຂໍສງວນຊື່ ອະທິບາຍວ່າ ຜ່ານມາ ການສ້າງໂຮງຮຽນ ຢູ່ເຂດ ຊົນນະບົດ ຫ່າງໄກ ສອກຫລີກ ແມ່ນໄດ້ຮັບ ການຊ່ວຍເຫລືອ ຈາກອົງການສາກົນ ໂດຍມີຫ້ອງການ ພັທນາຊຸມຊົນ ເປັນຜູ້ດູແລ. ທ່ານວ່າ ສໍາລັບໄມ້ ປະມູນຂາຍນີ້ ເປັນຄົນລະສ່ວນ ກັບໄມ້ທີ່ ທາງການ ຈະໄປສ້າງໂຮງ ຮຽນ. ໄມ້ສໍາລັບ ສ້າງໂຮງຮຽນ ນັ້ນແມ່ນໄມ້ ຈາກປ່າ ຂອງ ປະຊາຊົນ ຊຶ່ງຫ້ອງການ ພັທນາຊຸມຊົນ ເປັນຜູ້ວາງແຜນ ການຊ່ວຍເຫລືອ:
"ຄັນວ່າເອົາໄມ້ ໄປເຮັດໂຮງຮຽນ ຢູ່ເຂດຫ່າງໄກ ສອກຫລີກ ມັນກໍຈະເປັນ ໄມ້ກະແຕ້ ໄມ້ສານ ທີ່ເຂົາເຈົ້າ ເຮັດເອງ ບາງເຂດບ້ານ ທີ່ລົດໄປບໍ່ເຖິງ ເຂົາເຈົ້າ ກໍໄດ້ເອົາໄມ້ ຢູ່ໃນປ່າ ຊົມໃຊ້ ຂອງ ເຂົາເຈົ້າ ຫ້ອງການ ພັທນາຊຸມຊົນ ຊ່ວຍເຫລືອ ເປັນທຶນ ຊ່ວຍເຫລືອ".
ເຈົ້າໜ້າທີ່ ອະທິບາຍຕື່ມວ່າ ການແບ່ງເອົາໄມ້ ແລະທຶນຮອນ ຈາກການຂາຍໄມ້ ທີ່ຍຶດໄດ້ ເພື່ອນໍາໄປຊ່ວຍສ້າງ ໂຮງຮຽນ ຢູ່ເຂດ ຊົນນະບົດນີ້ ເປັນໜ້າທີ່ ຂອງຫ້ອງການ ພັທນາ ຊຸມຊົນ ແລະ ທາງການແຂວງ ຈະເວົ້າຈາ ກັນເອງ ແລະວ່າ ທ່ານເອງ ບໍ່ສາມາດໃຫ້ ຄໍາຕອບໄດ້.