ນັກທຸຣະກິຈລາວແລະ AEC

ການສ້າງຕັ້ງ ປະຊາຄົມ ເສຖກິດ ອາຊຽນ ຫລື AEC ເປັນທັງ ໂອກາດ ແລະ ສິ່ງທ້າທາຍ ສໍາລັບ ນັກ ທຸຣະກິຈ ລາວ ທີ່ຕ້ອງມີ ການຮວມຕົວ ການຮຽນຮູ້ ແລະ ການປັບຕົວ ເຂົ້າກັບ ສະພາບຕົວຈິງ ໃຫ້ໄດ້.

ຕະຫລາດນັດ ສວນ ສາທາຣະນະ ເຈົ້າອານຸວົງ RFA/MP

ການສ້າງຕັ້ງ ປະຊາຄົມ ເສຖກິດ ຂອງ ກຸ່ມປະເທດ ສະມາຊິກ ສະມາຄົມ ເອເຊັຽຕາເວັນອອກ ສ່ຽງໃຕ້ ຫລື AEC ຊຶ່ງ ເລີ່ມແຕ່ວັນທີ 31 ທັນວາ 2015 ເປັນຕົ້ນມາ ສໍາລັບ ນັກ ທຸຣະກິດ ລາວ ບໍ່ວ່າຈະເປັນ ລຸ້ນໜຸ່ມ ຫລື ລຸ້ນ ອາວຸໂສ ຮວມເຖິງ ບໍຣິສັດ ຂນາດນ້ອຍ ຫລື ຂນາດກາງ ຫລື SMEs ກໍແມ່ນ ມີທັງບັນຫາ ທ້າທາຍ ແລະ ມີ ທັງກາລະໂອກາດ ອັນດີສຳລັບ ກິຈການ ຂອງພວກຕົນ ໄປພ້ອມໆກັນ ຮວມເຖິງ ການຮວມຕົວ ການຮຽນຮູ້ ແລະ ການປັບຕົວ ນຳດ້ວຍ. ຕາມຄໍາເວົ້າ ຂອງ ນັກ ທຸຣະກິດ ໜຸ່ມລາວ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ຕໍ່ RFA ເມື່ອໄວໆມານີ້. ທ່ານກ່າວວ່າ ໃນເງື່ອນໄຂ ທີ່ລາວ ເຊື່ອມໂຍງ ທາງດ້ານ ເສຖກິດ ກັບຂົງເຂດ ແລະ ສາກົລ ພາຍຫລັງ ການສ້າງຕັ້ງ AEC ນີ້ ນັກ ທຸຣະກິດ ລາວ ມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ ປັບຕົວ ຫລາຍຢ່າງ ເພື່ອ ທີ່ຈະໄປນຳ ປະຊາຄົມ ນີ້ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org