ລາວຕ້ອງເພີ້ມຄົນເກັ່ງພາສາ ອັງກິດ
2015.12.31

ສປປລາວ ຍັງຕ້ອງການ ຜູ້ຊ່ຽວຊານ ພາສາ ອັງກິດ ເພີ້ມອີກ ໃນຂນະທີ່ ຈະມີການ ເປີດ ປະຊາຄົມ ເສຖກິຈ ອາຊຽນ ໃນ ວັນທີ 31 ທັນວາ ນີ້. ເຈົ້າຂອງ ໂຮງຮຽນ ສອນ ພາສາ ອັງກິດ ໃນ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ ປັດຈຸບັນ ຄົນລາວ ສ່ວນຫຼາຍ ໃຊ້ ພາສາ ອັງກິດ ໄດ້ພຽງແຕ່ ຣະດັບ ພື້ນຖານ, ຜູ້ທີ່ ສາມາດ ໃຊ້ ພາສາ ອັງກິດ ປະກອບ ອາຊີບໄດ້ ຍັງມີໜ້ອຍຢູ່:
“ຖ້າເວົ້າຕົງ ຄືຊິຍັງ ເນາະ ເພາະວ່າ ມັນຍັງຢູ່ ຣະດັບ ພື້ນຖານ ເປັນສ່ວນຫລາຍ. ຖ້າສະເລ່ັ່ຽ 70-80% ຂ້ອຍຄິດວ່າ ມັນຫນ້າຈະ ຍັງຢູ່ໃນ ຣະດັບກາງ ຣະດັບ ພື້ນຖານ ເປັນສ່ວນຫລາຍ, ພໍ ສື່ສານ ພໍ ເວົ້າໄດ້ ແຕ່ວ່າ ຈະເອົາເປັນ ວິຊາການ ອາດຈະມີ ເປີເຊັນ ຫນ້ອຍ”.
ທ່ານກ່າວ ຕື່ມວ່າ ປັດຈຸບັນ ມີນັກຮຽນ ນັກສຶກສາ ພະນັກງານ ຣັຖ ປະຊາຊົນ ທົ່ວໄປ ສົນໃຈ ມາຮຽນ ພາສາອັງກິດ ຫຼາຍຂຶ້ນ ແຕ່ຍັງບໍ່ໄດ້ ຝຶກ ເວົ້າ ໃນຊີວິດ ປະຈຳວັນ:
“ສ່ວນຫລາຍ ຈະເປັນ ພາສາເວົ້າ ຫຼາຍກວ່າ ເພາະວ່າ ສິ່ງແວດລ້ອມ ອາດຈະບໍ່ ເອື້ອອຳນວຍ ໃນການ ໃຊ້ ພາສາ ອັງກິດ, ເຊັ່ນ ວ່າ ມາຮຽນ ໃນຫ້ອງຮຽນ ແຕ່ບໍ່ມີ ໂອກາດ ໄດ້ໃຊ້ ໄດ້ເວົ້າ. ສ່ວນຫຼາຍ ພາສາຂຽນ ພາສາ ອ່ານ ພໍໃຊ້ໄດ້ ແຕ່ພາສາ ເວົ້ານີ້ ຍາກ ຫນ້ອຍນຶ່ງ”.
ໂຮງຮຽນ ໃນລາວ ປັດຈຸບັນ ຍັງບໍ່ ເນັ້ນຫນັກໃສ່ ການສອນ ພາສາອັງກິດ ຫຼາຍ ເທົ່າທີ່ຄວນ, ຍັງສອນ ພາສາ ຈີນ ພາສາ ວຽດນາມ ແລະ ຝຣັ່ງເສສ ຫຼາຍຢູ່. ສປປ ລາວ ຈະເຂົ້າຮ່ວມ ປະຊາຄົມ ເສຖກິຈ ອາຊຽນ ຊຶ່ງ ຈະໃຊ້ ພາສາ ອັງກິດ ເປັນ ພາສາກາງ ໃນ ການສື່ສານ.