ບ.ປາກງາ ມ.ປາກອູ ເສັຽຫາຍ ຍ້ອນເຂື່ອນ

ໄຊຍາ
2019.01.08
ເຂື່ອນນໍ້າອູ 2 ເມືອງປາກອູ ແຂວງຫຼວງພຣະບາງ
RFA/NY

ປະຊາຊົນບ້ານປາກງາ 10 ປາຍຄອບຄົວ ເມືອງປາກອູ ແຂວງຫລວງພຣະບາງ ທີ່ອາສັຍຢູ່ໃຕ້ເຂື່ອນນໍ້າອູ 2 ຖືກຜົລກະທົບ ຈາກການປ່ອຍ ນໍ້າຈາກເຂື່ອນນໍ້າອູ 2 ໃນໄລຍະຣະດູຝົນຜ່ານມາ ເຮັດໃຫ້ທີ່ດິນສວນຍຸບຕົວ 5 ເຮັກຕ້າປາຍ ແລະສິ່ງຂອງອື່ນໆ ຈຳນວນນຶ່ງ, ປະຈຸບັນ ປະຊາຊົນທີ່ຖືກ ຜົລກະທົບຍັງລໍ ຖ້າຄ່າຊົດເຊີຍ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ເມືອງປາກອູ ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນວັນທີ 08 ມົກຣານີ້ວ່າ:

"ເງິນຊົດເຊີຍບໍ່ແມ່ນພັຍທັມມະຊາດ ໄດ້ຖືວ່າຈາກການແຫ້ງຂອງນໍ້າເຂື່ອນ 2 ນີ້ນ່າ ເຂົາປ່ອຍຂື້ນຫລາຍ ໆ ແລ້ວແຫ້ງ ແລ້ວມັນກາຫລຸດລົງ ໝົດເລີຍແລ້ວແຫ້ງໄວ ໆ 2 ນາທີ ມັນກາຫລຸດລົງໄປບໍ່ແມ່ນໜ້ອຍໆ ຄັນຄືແຕ່ກີ້ນໍ້າຂຶ້ນ ທັມມະດາແຫ່ງ ທັມມະດາ ກໍ່ບໍ່ມີບັນຫາຫຍັງ."

ທ່ານກ່າວຕື່ມວ່າ ຣະດູຝົນຜ່ານມາເຂື່ອນນໍ້າອູ 2 ຮັບນໍ້າຈາກເຂື່ອນນໍ້າອູ 1 ປະຣິມານຫລາຍ ເຮັດໃຫ້ເຂື່ອນນໍ້າອູ 2 ຕ້ອງປ່ອຍນໍ້າອອກຈາກ ເຂື່ອນຢ່າງໄວວາ ເຮັດໃຫ້ດິນສວນທີ່ປູກພືດຜົລ ແລະ ຕົ້ນໄມ້ກິນໝາກ ຂອງປະຊາຊົນ ບ້ານປາກງາ ຍຸບໂຕລົງ.

ພາຍຫລັງທີ່ຖືກຜົລກະທົບ ປະຊາຊົນ ບ້ານປາກງາ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ແຈ້ງໄປຍັງທານການ ແຂວງຫລວງພຣະບາງຊາບ ແລະ ລົງມາກວດກາ ແຕ່ເດືອນພຶສຈິກາ ປີກາຍ ເພື່ອດຳເນີນການຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນ ແຕ່ມາຮອດປະຈຸບັນ ຍັງບໍ່ມີຄວາມຄືບໜ້າ.

"ຖືວ່າລົງມາເອົາຂໍ້ມູນແລ້ວ ເຂົາບໍ່ຖາມເພາະສົ່ງໄປແຂວງແລ້ວ ສົ່ງໄປແລ້ວເປັນແນວໃດ ສະພາບການຣາຍງານ ໃຫ້ການຈັດຕັ້ງເຮົາຮູ້ ເຮົາສິປະກາດໃຫ້ພໍ່ແມ່ ປະຊາຊົນຜູ້ເສັຍຫາຍຮັບຮູ້ ຊ້ານານແນວໃດກໍ່ຢ່າ."

ເຖິງແນວໃດກໍ່ຕາມ ມາຮອດປະຈຸບັນ ທາງຫ້ອງການປົກຄອງ ແຂວງ ຫລວງພຣະບາງ ຍັງບໍ່ທັນໄດ້ອອກມາຊີ້ແຈງ ເຖິງລາຍລະອຽດ ວ່າຈະຈ່າຍຄ່າ ຊົດເຊີຍໃຫ້ ປະຊາຊົນເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.