ເຂດເສຖກິດ ມ.ຈອມເພັດ ໃນ ຂັ້ນຕອນສໍາຣວດ

ໂຄງການ ເຂດ ເສຖກິດ ພິເສດ ເມືອງຈອມເພັດ ແຂວງຫຼວງພະບາງ ຍັງຢູ່ໃນ ຂັ້ນຕອນ ສໍາຣວດ ປະເມີນ ຜົລກະທົບ ຕໍ່ ສິ່ງແວດລ້ອມ

ກຸ່ມບໍຣິສັດພູສີ ກໍ່ສ້າງຈໍາກັດ ທີ່ເປັນຜູ້ໄດ້ຮັບສັມປະທານ ພັທນາເຂດເສຖກິດພິເສດ ເມືອງຈອມເພັດ RFA/NY

ປັດຈຸບັນ ບໍຣິສັດພູສີ ຜູ້ສໍາປະທານໂຄງການເຂດເສຖກິດພິເສດ ເມືອງຈອມເພັດ ແຂວງຫລວງພຣະບາງ ຍັງຢູ່ໃນຂັ້ນຕອນ ສໍາຣວດພື້ນທີ່, ປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ກ່ອນຈະແບ່ງເຂດຈັດສັນ ໃຫ້ນັກລົງທຶນເຂົ້າມາຈັບຈ່ອງພັທນາ. ຕາມຄໍາເວົ້າ ຂອງເຈົ້າໜ່້າທີ່ຜແນກ ແຜນການແລະການລົງທຶນ ແຂວງຫລວງພຣະບາງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ສິງຫາ ນີ້:

"ເຂດເສຖກິດພິເສດ ນໍ ຢູ່ຫລວງພຣະບາງກໍາລັງ ຢູ່ໃນຂັ້ນຕອນການສໍາຣວດເນື້ອທີ່ລະອຽດນໍ ໂດຍສະເພາະເກັບກໍາເນື້ອທີ່ ວ່າມີຈັກຕອນ ເນື້ອທີ່ກະສິກັມ ເນື້ອທີ່ຕ່າງໆລະອຽດນໍ ຈະເຮັດບົດປະເມີນ ຜົລກະທົບສິ່ງແວດລ້ອມຫັ້ນ ຢູ່ໃນຂັ້ນຕອນນີ້ຢູ່ນໍ."

ທ່ານເວົ້າວ່າ ມາເຖິງປັດຈຸບັນ ມີນັກລົງທຶນຕ່າງປະເທສຫລາຍຄົນ ຈາກປະເທສຈີນ, ໄທແລະວຽດນາມ ໃຫ້ຄວາມສົນໃຈ ຢາກມາລົງທຶນ ເຮັດທຸຣະກິດ ຢູ່ໃນເຂດ ເສຖກິດແຫ່ງນີ້.ແຕ່ທາງບໍຣິສັດ ຜູ້ສໍາປະທານໂຄງການ ຍັງບໍ່ສາມາດເປີດເຜີຍ ຣາຍລະອຽດ ກ່ຽວກັບຜູ້ທີ່ສົນໃຈ ຢາກມາລົງທຶນນັ້ນໄດ້ເທື່ອ ຮວມທັງຈະມີການລົງທຶນ ປະເພດໃດແດ່.

ທ່ານກ່າວຕື່ມວ່າ ໂຄງການເຂດເສຖກິດພິເສດແຫ່ງນີ້ ເປັນໂຄງການຫຸ້ນສ່ວນ, ບໍຣິສັດພູສີ ຖືຫຸ້ນ 70% ແລະຣັຖບາລສປປລາວ 30%. ໂຄງການນີ້ ຕັ້ງຢູ່ໃນເສັ້ນທາງຜ່ານ ຂອງໂຄງການຣົດໄຟ ລາວ-ຈີນ ຊຶ່ງທ່ານຄິດວ່າ ຈະເປັນສິ່ງຊຸກຍູ້ ການຂຍາຍຕົວ ຂອງ ເສຖກິດ ແຂວງຫລວງພຣະບາງ ໃນອະນາຄົດ.

ໂຄງການເຂດເສຖກິດພິເສດເມືອງຈອມເພັດ ມີເນື້ອທີ່ທັງໝົດ 4,850 ເຮັກຕາ, ກວມເອົາດິນເມືອງຈອມເພັດ 3,350 ເຮັກຕາ ແລະດິນ ນະຄອນຫລວງພຣະບາງ 1,500 ເຮັກຕາ. ໃນນັ້ນກວມເອົາທັງດິນ ຂອງປະຊາຊົນ ຈໍານວນນຶ່ງ ແຕ່ຍັງບໍ່ຮູ້ວ່າຫຼາຍໜ້ອຍ ເທົ່າໃດ. ບໍຣິສັດພູສີ ຈະລົງທຶນເບື້ອງຕົ້ນປະມານ 1 ຕື້ 200 ລ້ານ ໂດລາ ສະຫະຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org