ຜູ້ຄົນສົງສັຍຫວຍລາວບໍ່ ໂປ່ງໃສ
ປັດຈຸບັນ ຜູ້ຄົນກຳລັງ ວິຈານ ການອອກຫວຍ ພັທນາລາວ ວ່າ ມີການລ໊ອກ ເລກ ແລະ ບໍ່ມີຄວາມ ໂປ່ງໃສ ບໍ່ເປັນໜ້າ ເຊື່ອຖື.
-
ສິດນີ
2016-10-19 -
-
-
Your browser doesn’t support HTML5 audio
ການອອກຫວຍ ໃນຄັ້ງວັນທີ 14 ຕຸລາ ຜ່ານມາ ບັນດາ ສາຂາ ຕົວແທນຈຳໜ່າຍ ຫວຍ ພັດທະນາ ບໍ່ຍອມຂາຍ ເລກ 09, 49, 89 ຊຶ່ງ ເປັນເລກ ສັນຍາລັກ ຂອງຄວາຍ ຫລື ເລກຄວາຍ, ແຕ່ຕົວຈິງ ກໍອອກເລກ 509 ຊຶ່ງເລກທ້າຍ ສອງຕົວ ຄືເລກ 09 ແມ່ນ ເລກຄວາຍ ທີ່ສາຂາ ຈຳໜ່າຍ ບໍ່ຍອມຂາຍ. ອີງຕາມ ການບອກເລົ່າ ຂອງ ຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ.
ນອກຈາກນີ້ ຊາວນະຄອນຫຼວງ ວຽງຈັນ ທ່ານນີ້ ຍັງກ່າວວ່າ ການອອກຫວຍ ໃນງວດ ວັນທີ 10 ເດືອນ ຕຸລາ ທີ່ຜ່ານມາ ມີການປະກາດ ທາງ ວິທຍຸ ກະຈາຍສຽງ ວ່າ ເລກທີ່ອອກ ແມ່ນ 134, ແຕ່ 10 ນາທີ ຕໍ່ມາ ໄດ້ມີການ ປ່ຽນຜົນຂອງ ການອອກຫວຍ ມາເປັນ 662. ການແຈ້ງຜົນ ການອອກຫວຍ ຜ່ານຣະບົບ ໂທຣະສັບ ກໍບໍ່ຄືກັນ ເຊັ່ນ, ຣະບົບ ເຄືອຂ່າຍຂອງ Unitel ໄດ້ແຈ້ງຜົນ ການອອກເລກ 134, ໃນຂນະທີ່ ຣະບົບເຄືອຂ່າຍ Lao Telecom ໄດ້ແຈ້ງໄປ ແມ່ນ 662. ດັ່ງທ່ານໄດ້ກ່າວ ຕໍ່ ເອເຊັຽເສຣີ ໃນວັນທີ 16 ຕຸລາ ຕອນນຶ່ງວ່າ:
"ປະກາດອອກເລກນຶ່ງ ແລ້ວ ພັດປີ້ນມາເປັນ ອີກເລກນຶ່ງ ແລະກະຄັ້ງ ຫລ້າສຸດ ກະລ໊ອກເລກ ວ່າບໍ່ຂາຍ ເລກຄວາຍ ໃນຕອນສວາຍ ພັດໃກ້ ສິປິດຂາຍ ແລ້ວ ຈັ່ງເປີດຂາຍ ສຸດທ້າຍ ກໍອອກເລກຄວາຍ ຄືເກົ່າ".
ແຕ່ໃນເວລາດຽວກັນ ຕົວແທນຈຳໜ່າຍ ກໍປະຕິເສດວ່າ ບໍ່ມີການ ລ໊ອກເລກ, ດັ່ງ ນາງໂສມມາລີ ທຳມະວົງ ຫົວໜ້າ ຕົວແທນຈຳໜ່າຍ ຫວຍ ພັດທະນາ ລາວ ໄດ້ກ່າວຕໍ່ ເອເຊັຍ ເສຣີ ໃນວັນທີ 18 ຕຸລາ ວ່າ:
"ຕາມທີ່ເຮັດມາ ກໍບໍ່ໄດ້ຍິນ ຫຍັງເນາະ ວ່າເພິ່ນລ໊ອກ ການອອກຫວຍ ແລະ ເລກຄວຍ ຫັ້ນມັນ ອາດຈະເຕັມແທ້ ເພາະວ່າ ມື້ນັ້ນ ມີຄົນຊື້ ເລກ ຄວາຍ ຫຼາຍ".
ເພື່ອຂໍຄວາມກະຈ່າງແຈ້ງ ກ່ຽວກັບເລື້ອງນີ້, ໃນ ວັນທີ 19 ຕຸລາ ເອເຊັຽເສຣີ ໄດ້ຕິດຕໍ່ ທ່ານ ສີລາ ວຽງແກ້ວ ຮອງ ຣັຖມົນຕຼີ ກະຊວງ ການເງິນ ໃນຖານະເປັນ ໜ່ວຍງານ ທີ່ຮັບຜິດຊອບ ຫວຍ ພັດທະນາ, ແຕ່ ທ່ານ ປະຕິເສດ ທີ່ ຈະໃຫ້ຂໍ້ມູນ.
ໃນປີທີ່ຜ່ານມາ ກໍອອກເລກເຕົ່າ ສາມງວດ ຕິດຕໍ່ກັນ ຄື: ງວດ ວັນທີ 25 ກັນຍາ 2015 ເລກອອກ ແມ່ນ 367, ງວດວັນທີ 29 ກັນຍາ 2015 ເລກອອກ ແມ່ນ 267, ແລະ ງວດວັນທີ 2 ຕຸລາ 2015 ເລກອອກ ແມ່ນ 567. ເປັນທີ່ຮູ້ກັນ ໂດຍ ທົ່ວໄປວ່າ ຄົນລາວ ຖືວ່າ ເລກ 67 ເປັນເລກ ສັນຍາລັກ ຂອງເຕົ່າ ຊຶ່ງ ຜູ້ທີ່ຊີ້ເລກ ຈະເຊື່ອວ່າ ເປັນເລກ ບໍ່ດີ ແລະຊ່ວຍ ສະນັ້ນ ຈຶ່ງບໍ່ມີໃຜ ຊື້ເລກນີ້.