ຣົດຫລູຂອງຜູ້ນໍາ ຂາຍໝົດ
2017.03.01

ຣົດຫລູຂອງຜູ້ນຳລາວ ຍີ່ຫໍ້ BMW series 7 ລຸ້ນ 730Li ແລະ ຍີ່ຫໍ້ Mercedes Benz ລຸ້ນ S350 ທັງໝົດ 14 ຄັນ ໄດ້ຖືກປະມູນ ຂາຍອອກໝົດ ເປັນທີ່ຮຽບຮ້ອຍ ໃນວັນທີ 28 ກຸມພາ ທີ່ຜ່ານມາ ຢູ່ຫໍປະຊຸມ ແຫ່ງຊາດ ນະຄອນຫຼວງ ວຽງຈັນ ຫລັງຈາກ ທີ່ວຽກງານ ດັ່ງກ່າວ ໄດ້ເລື່ອນມາແຕ່ ວັນທີ 21 ກຸມພາ. ຣົດທີ່ໄດ້ລາຄາສູງ ແມ່ນຣົດຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ແລະ ຣົດ ຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ. ດັ່ງທ່ານສົມສີ ເຈົ້າໜ້າທີ່ ຮັບຜິດຊອບ ການປະມູນ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 28 ກຸມພາ ນີ້ວ່າ:
"ກະຖືວ່າຄັນລະຕື້ປາຍ 2-3 ຄັນຕື້ປາຍ ຣົດທ່ານນາຍົກ ຣົດທ່ານພັນຄຳ ມີ 3 ຄັນ ຣາຄາຕື້ປາຍ. ແຕ່ວ່າການແຂ່ງຂັນນີ້ ໂອ່ດຸເດືອດ 14 ຄັນ ຂາຍເໝິດ".
ໃນນັ້ນຣົດຂອງທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ຍີ່ຫໍ້ BMW series 7 ລຸ້ນ 730Li ໝາຍເລຂທະບຽນ ກຜ 8896 ປະມູນຂາຍ ໃນລາຄາສູງສຸດ 1,330 ລ້ານກີບ ໂດຍແມ່ນ ນັກທຸຣະກິຈລາວ ທ່ານ ທອງລິດ ກິ່ງແກ້ວອຸດົມ ເປັນຜູ້ຊນະ ການປະມູນ.
ຮອງລົງມາແມ່ນຣົດຂອງທ່ານ ພັນຄຳ ວິພາວັນ, ຮອງປະທານ ປະເທສລາວ ຍີ່ຫໍ້ BMW series 7 ລຸ້ນ 730Li ໝາຍເລຂທະບຽນ ກຜ 8901 ປະມູນຂາຍ ໃນລາຄາ 1,300 ລ້ານກີບ ໂດຍແມ່ນ ນັກທຸຣະກິຈລາວ ທ່ານ ຟຸກ ກິ່ງແກ້ວອຸດົມ.
ລາຄາປະມູນ ເບື້ອງຕົ້ນແມ່ນ ຣົດເບນສ ຕັ້ງຣາຄາໄວ້ ປະມານ 500 ລ້ານກີບ ແລະ ຣົດບີເອມ ຕັ້ງຣາຄາໄວ້ ປະມານ 800 ລ້ານກີບ, ຊຶ່ງໃນຣາຄານີ້ ແມ່ນລວມຄ່າ ເສັຽພາສີ ແລະແລ່ນເອກກະສານ ທຸກຢ່າງ ເພື່ອປ່ຽນຈາກ ຣົດຫຼວງ ເປັນຣົດສ່ວນຕົວ.
ການປະມູລຂາຍຣົດຜູ້ນຳ ຄັ້ງນີ້ ເປັນມາດການນຶ່ງ ຂອງນະໂຍບາຍ ຕ້ານການຟຸມເຟືອຍ ແລະ ຕ້ານການ ສໍ້ຣາສບັງຫລວງ ທີ່ ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີ ໄດ້ກ່າວຢູ່ ກອງປະຊຸມ ສະພາ ແຫ່ງຊາດ ໃນເດືອນຕຸລາ 2016 ຜ່ານມາ. ສ່ວນ ການປະມູນ ຂາຍຣົດ ຄັ້ງທີ່ສອງ ຄາດວ່າຈະມີຂຶ້ນ ໃນກາງເດືອນ ມິນາ 2017.