ທີ່ດິນ ປຊຊ ຖືກບຸກ​ເບີກ ໂດຍບໍ່​ຮູ້​ຈຸດ​ປະ​ສົງ

ໄມຊູລີ
2018.10.02
F-Savan-seno-industrial-park ຂົງເຂດຄູ້ມ ອຸດສາຫະກັມ ໃນເຊໂນ ແຂວງ ສວັນນະເຂດ ທີ່ກໍາລັງ ມີການພັທນາ
Savanpark-web

ເມື່ອປາຍເດືອນສິງຫາຜ່ານມາ ປະຊາຊົນທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ ບ້ານໄຊຍະມຸງຄຸນ ເມືອງອຸທຸມພອນ ແຂວງສວັນນະເຂດ ໄດ້ຮັບຜົນກະທົບ ຍ້ອນເຈົ້າໜ້າທີ່ຣັຖ ໄປບຸກເບີກທີ່ດິນ ບ່ອນທໍາມາຫາກິນ ຂອງຊາວບ້ານ ໃນພື້ນທີ່ດັ່ງກ່າວນີ້ ຢູ່ໃກ້ ກັບຫລັກ 26 ຕັ້ງແຕ່ ປີ 2013 ເປັນຕົ້ນມາ ໂດຍບໍ່ຮູ້ເຫດຜົນວ່າ ເຈົ້າໜ້າທີ່ ເອົາດິນຕອນດັ່ງກ່າວ ໄປເຮັດຫຍັງ ເພາະມາຮອດ ປັັດຈຸບັນ ດິນຕອນນັ້ນ ຍັງບໍ່ຖືກນໍາໃຊ້ແນວໃດເທື່ອ ແຕ່ປະຊາຊົນ ບໍ່ສາມາດໃຊ້ດິນຕອນນັ້ນ ເຮັດໄຮ່ເຮັດນາໄດ້, ດັ່ງປະຊາຊົນ ທ່ານນຶ່ງກ່າວວ່າ:

"2013 ກໍເຄີຍໄດ້ຍິນ ຢູ່ແຖວຫັ້ນ ເອົາໄປກັກໄວ້ຊື່ໆ ວ່າຊັ້ນຊະ ເພາະເມື່ອກ່ອນ ມັນເປັນໂຮງເລື່ອຍເກົ່າເດ ພວກນັ້ນ ຫລັກ 26 ນັ້ນ ເອີມັນມີເປັນໂຮງເລື່ອຍໄມ້ ພວກຄົນໄທຄົນຫຍັງ ໄປຕັ້ງຫັ້ນນະ ປະມານນີ້.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທ້ອງຖິ່ນ ແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ ເຣື່ອງການເອົາທີ່ດິນ ຊາວບ້ານນັ້ນ ມີຢູ່ແນ່ນອນ ແຕ່ບໍ່ຮູ້ວ່າ ຈຸດດັ່ງກ່າວນັ້ນ ເອົາໄປເຮັດຫຍັງ ເພາະບໍ່ມີຣາຍລະອຽດ ຢ່າງຈະແຈ້ງ ສະນັ້ນ ຈິ່ງຢາກໃຫ້ປະຊາຊົນ ຜູ້ທີ່ຖືກຜົນກະທົບນັ້ນ ເຂົ້າມາ ແຈ້ງການ ກັບຫ້ອງການ ແຂວງໂດຍກົງ ພ້ອມກັບ ນໍາຫລັກຖານ ໃບຕາດິນ ຂອງຕົນມາພ້ອມ. ທ່ານກ່າວວ່າ:

“ມັນກໍມີເໝິດແລ້ວ ແຕ່ວ່າ ມັນໃຊ້ເວລາຫລາຍ ມັນມີທຸກບ່ອນ ທີ່ມີການພັທນາເນາະ ບໍ່ວ່າ ແຕ່ຫລັກ 6 ຫລັກ 28, 29 ກໍມີ ຈັກຕົວໃດ ຈັກບໍຣິສັດໃດ ອັນນີ້ ກໍບໍ່ຮູ້ເນາະ ມີແຕ່ເພີ່ນຂຽນ ໃບສເນີມາ ມາແລ້ວ ຈະລົງໄປກວດ ໄປເບິ່ງວ່າ ມັນຢູ່ບ່ອນໃດ ຈຸດໃດ ບໍ່ຮູ້ແລ້ວ ຄັນບໍ່ເອົາ ເອກສານ ມາເບິ່ງເນາະ ຕ້ອງແມ່ນປະຊາຊົນ ສເນີມາໃດ ຮ້ອງມາຖືກດິນເຈົ້າ ມີເອກສານ ຂຶ້ນມາຫາ ພວກຂ້ອຍ ພວກຂ້ອຍ ກໍລົງໄປກວດໃຫ້ ໄປແຈ້ງ ໃຫ້ໄດ້ເໝິດ ແຕ່ວ່າ ສເນີມາ ບາດມີເອກສານໃດ.”

ທ່ານອະທິບາຍວ່າ ເອກະສານ ຫລັກຖານດັ່ງກ່າວນັ້ນ ຕ້ອງແມ່ນໃບຕາດິນ ເລຂທີ່ເທົ່າໃດ ແລະ ບໍຣິເວນທີ່ດິນຢູ່ໃສ ມີຈັກເຮັກຕາຣ໌ ປະກອບ ກັບເອກສານອື່ນໆ ຕ້ອງເອົາມາໃຫ້ ເຈົ້າໜ້າທີ່ ກວດຄືນໃໝ່ ຈິ່ງສາມາດ ເວົ້າໄດ້ວ່າ ເປັນດິນຊາວບ້ານແທ້ບໍ ຖ້າແມ່ນແທ້ ກໍຕ້ອງມີການຊົດເຊີຍ.

ເຖິງຢ່າງໃດກໍຕາມ, ປະຊາຊົນ ຜູ້ດຽວກັນນີ້ ເວົ້າວ່າ ດິນຢູ່ໃກ້ກັບບໍຣິເວນ ຫລັກ 26 ແຄມທາງເລຂ 9 ນັ້ນ ບໍ່ແມ່ນດິນບ່ອນດຽວ ທີ່ທາງການ ຈະເອົາໄປສ້າງບ່ອນພັກຣົດ ໂດຍສານ ແລະ ບໍ່ແມ່ນດິນບ່ອນດຽວທີ່ ຈະເອົາໄປສ້າງສນາມບິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.