ປະຊາຊົນເມືອງນາກາຍ ຢາກໄດ້ ໃບຕາດິນ ຖາວອນ

ໄມຊູລີ
2018.06.20
F-Namtheun ເຂື່ອນນໍ້າເທີນ ສອງ ທີ່ ໄດ້ເປີດໃຊ້ມາຫລາຍປິແລ້ວ
AFP

ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກເຂື່ອນນໍ້າເທີນ 2 ເມືອງນາກາຍແຂວງຄໍາມ່ວນ ແລະຖືກໂຍກຍ້າຍ ມາຢູ່ບ້ານຈັດສັນ ຈໍານວນ 1,310 ຄອບຄົວ ຮຽກຮ້ອງໃຫ້ຜູ້ຈັດສັນເຂື່ອນ ຊ່ວຍອອກໃບຕາດິນຖາວອນໃຫ້ ເນື່ອງຈາກວ່າເຂື່ອນດັ່ງກ່າວໄດ້ສ້າງ ສໍາເຣັດແລ້ວ ແລະຊາວບ້ານ ກໍໄດ້ຍ້າຍມາຢູ່ບ້ານຈັດສັນ ເປັນເວລາ 10 ປີແລ້ວ ແຕ່ປັຈຈຸບັນ ຍັງບໍ່ໄດ້ຮັບ ໃບຕາດິນຖາວອນ ເທື່ອ.

ກ່ຽວກັບເຣື້ອງນີ້ ປະຊາຊົນຢູ່ເຂດບ້ານຈັດສັນ ເຂື່ອນນໍ້າເທິນ 2 ທີ່ບໍ່ປະສົງອອກຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ມິຖຸນາ ນີ້ວ່າ:

“ເອີ ໃບຕາດິນນີ້ ເພິ່ນໄດ້ອອກໃບຮັບ ເປັນໜັງສືຊົ່ວຄາວ ນະທ່ານເອີ່ຍ ໄທເຮົາກໍໄດ້ແຕ່ ແບບສໍາເນົາ ດຽວນີ້ຫັ້ນ ປະຊາຊົນ ເຂົາເຈົ້າກໍ ຢາກໄດ້ແນວນັ້ນແຫລະ ດຽວນີ້ເນາະ ຢາກຄອງຄ່າ ເພາະວ່າຢາກໄປຂວດ ໄປຈໍາຫຍັງ ແລ້ວກໍໃບສໍາເນົາແລ້ວ ເພິ່ນບໍ່ເອົາເນາະ ເພາະ ປະຊາຊົນ ກໍມີຄວາມຈໍາເປັນ ຫຍຸ້ງຍາກຫລາຍແຫລະ ໄປຈໍາໃຜແລ້ວ ມັນກໍ່ບໍ່ໄດ້ ໃບແນ່ນອນ ແລ້ວເຂົາເຈົ້າ ກໍບໍ່ໃຫ້ເງິນໃຫ້ທອງຫຼືຂາຍ.”

ປະຊາຊົນ ຖືກໂຍກຍ້າຍ ມາຢູ່ບ້ານຈັດສັນນັ້ນ ມາຈາກ 10 ບ້ານ ຄື: ບ້ານດອນຈະເຣີນ, ບ້ານສົບຄໍາ, ບ້ານໜອງຮວມ, ບ້ານອຸດົມສຸກ, ບ້ານຫ້ວຍມາລັຍ, ບ້ານຫົວມາ, ບ້ານໂພນສອອນ, ບ້ານນາກາຍ, ບ້ານໂນນດອນ ແລະບ້ານຂອນແກ່ນ.

ທ່ານວ່າ ປະຊາຊົນຕ້ອງການໃບຕາດິນ ຖາວອນຍ້ອນຢາກ ເອົາໄປໃຊ້ເປັນປໂຍດ ເຊັ່ນ; ຢຶມເງິນທະນາຄານ ຫຼືຈໍານໍາ ເພື່ອເອົາເງິນມາ ລົງທຶນ ຫຼື ລ້ຽງຄອບຄົວ.

ຊາວບ້ານບອກວ່າ ໃນຣະຍະ 10 ປີ ທີ່ຍ້າຍມາຢູ່ບ້ານຈັດສັນ ຊີວິດການເປັນຢູ່ ກໍສະດວກຂຶ້ນ ມີສຸຂສາລາ ໂຮງຮຽນ ແລະສິ່ງອໍານວຍ ຄວາມສະດວກອື່ນໆ ແຕ່ເຣື້ອງອາຊິບ ຫຼືການຊອກຫາຣາຍຮັບນັ້ນ ຍັງປະສົບບັນຫາຢູ່, ມີຫຼາຍຄອບຄົວທີ່ປູກຝັງ ກໍບໍ່ໄດ້ເລີຍ ຍ້ອນດິນ ທີ່ທາງການ ຈັດສັນໃຫ້ນັ້ນ ສ່ວນຫລາຍເປັນດິນຫີນແຮ່ ຫຼື ດິນບໍ່ມີຄຸນນະພາບ ສໍາລັບການປູກຝັງ, ແລະວ່າ ດິນປູກຝັງທີ່ໄດ້ມານັ້ນ ຄອບຄົວນຶ່ງໄດ້ພຽງເຄິ່ງເຮັກຕ່າ ຖືວ່າບໍ່ພຽງພໍ ເພາະບາງຄອບຄົວມີ 8 ຄົນ. ອາຊິບການປະມົງ ທີ່ທາງການສົ່ງເສິມ ປັຈຈຸບັນຣາຄາປາ ຢູ່ຕລາດກໍຕໍ່າລົງ:

“ຖ້າເວົ້າເຣື້ອງສະດວກສະບາຍ ກໍສະດວກສະບາຍ ຖ້າເວົ້າວຽກງານໂຄງຮ່າງ ຖ້າເຣື້ອງຄ່າຄອງຊິບ ກໍຍັງຍາກຫັ້ນແຫລະອ້າຍເອີ່ຍ ຫາປາ ກໍມີຄວາມຫຍຸ້ງຍາກເນາະ ປົກກະຕິແລ້ວແຕ່ກ່ອນ ມັນ 10 ພັນ ດຽວນີ້ແຮ່ງປາຫລາຍ ຫາປາໄດ້ຫລາຍ ເຂົາເຈົ້າຊື້ແຕ່ 5 ພັນ 6 ພັນ ເອງໃດ໊.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຜູ້ຊ່ວຍເຫລືອ ຜູ້ໄດ້ຮັບຜົນກະທົບ ເວົ້າວ່າປັຈຈຸບັນ ເຣື້ອງໃບຕາດິນນັ້ນ ທາງການກໍກໍາລັງ ແລ່ນໃຫ້ ແລະ ປະຊາຊົນບ້ານຈັດສັນ ມີຊີວິດການເປັນຢູ່ ດີຂື້ນເລື້ອຍ.

ສ່ວນ ຍານາງ Maureen Harris ເຈົ້າໜ້າທີ່ ອົງການແມ່ນໍ້າສາກົນ ຕອບຄໍາຖາມ RFA ວ່າບ້ານຈັດສັນ ທີ່ນໍ້າເທີນ 2 ກໍມີຫົນທາງ ໂຮງຮຽນ ສຸກສາລາ ແລະການຊ່ວຍເຫລືອ ອື່ນໆແລ້ວ ແຕ່ເວົ້າໂດຍທົ່ວໄປ ຊີວິດການເປັນຢູ່ ຂອງປະຊາຊົນ ໃນບ້ານຈັດສັນ ກໍຍັງບໍ່ດີຂຶ້ນ ເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.