ຣັຖບານລາວເລັ່ງກວດກາ ເຂື່ອນ
2020.03.03

ຣັຖບານລາວເລັ່ງກວດກາຄືນ ເຂື່ອນໄຟຟ້າທົ່ວປະເທດ ເພື່ອປ້ອງກັນເຫດເຂື່ອນແຕກ. ການກວດຄັ້ງນີ້ ແມ່ນໄດ້ເຣີ້ມປະຕິບັດຕັ້ງແຕ່ ທ້າຍປີ 2017 ຈົນມາເຖິງທ້າຍປີ 2019 ໃນນັ້ນມີການກວດກາເຂື່ອນຂນາດນ້ອຍ, ຂນາດກາງ ແລະ ຂນາດໃຫຍ່ ຮວມທັງໝົດ 354 ໂຄງການ, ດັ່ງເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 03 ມິນາ ວ່າ
"ຣັຖບານລາວເພິ່ນກາມີການແຕ່ງຕັ້ງ ຄະນະກວດສອບ-ກວດກາຄືນ ຂອງບັນດາເຂື່ອນທັງຂນາດນ້ອຍ, ຂນາດກາງ, ຂນາດໃຫຍ່ເນາະ. ປັດຈຸບັນເຂື່ອນຂນາດນ້ອຍ ເພິ່ນກໍເຣີ້ມກວດເຣີ້ມຈັດຕັ້ງປະຕິບັດແລ້ວ ໄດ້ກະຊວງພະລັງງານ ໄດ້ລົງກວດໂດຍ ທີ່ວ່າມີ Contact engineer ທີ່ປຶກສາຂອງເບື້ອງຣັຖບານລາວ ລົງຕິດຕາມ."
ການກວດກາເຂື່ອນໄຟຟ້າ ເທື່ອນີ້ຣັຖບານລາວເນັ້ນໜັກໃສ່ດ້ານ ມາຕຖານໂຄງສ້າງການອອກແບບ, ເຕັກນິກການກໍ່ສ້າງເຂື່ອນ ເຊິ່ງທຸກ ເຂື່ອນຕ້ອງໄດ້ຮັບການຮັບຮອງ ຄວາມປອດພັຍຈາກບໍຣິສັດ ທີ່ປຶກສາຂອງຣັຖບານ.
ໃນຂນະທີ່ການລົງກວດກາໂຕຈິງ ຣັຖບານລາວໄດ້ແຕ່ງຕັ້ງ ຄະນະກຳມະການກວດກາ ເຊິ່ງປະກອບດ້ວຍຜູ້ຊ່ຽວຊານຈາກອົງການ International Commission on Large Dams ຫຼື ICOLD ແລະ ຄະນະສະເພາະກິດ ຈາກ ກະຊວງພະລັງງານ ແລະບໍ່ແຮ່.
ໄລຍະຜ່ານມາຄະນະກຳມະການກວດກາ ສາກົລ ໄດ້ລົງກວດສຳເຣັດໄປ 13 ໂຄງການ ໃນນັ້ນພົບວ່າມີເຂື່ອນນໍ້າຊຽນ ຢູ່ເມືອງຄູນ ແຂວງຊຽງຂວາງ ແລະ ໂຮງໄຟຟ້າຫົງລິກໄນ ບໍ່ໄດ້ມາຕຖານ.
ກ່ຽວກັບບັນຫາ ດ້ານຄວາມປອດພັຍ ເຂື່ອນໄຟຟ້າໃນລາວ ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການພັທນາຊຸມຊົນ ໃຫ້ຍີືນຍົງໄດ້ ກ່າວຕໍ່ ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່ານີ້ ໄລຍະຜ່ານມາກະຊວງ ພະລັງງານແລະບໍ່ແຮ່ ອະນຸມັດໂຄງການ ເຂື່ອນໄຟຟ້າຫຼາຍແຫ່ງ ໂດຍບໍ່ມີ ການກວດກາ ຢ່າງຣະອຽດ.
"ມັນກໍຮຽນຈາກບັນຫາ ທີ່ເກີດຂຶ້ນແຕ່ກ່ອນ ອາດຈະໂອ້ຍ ບໍ່ເປັນຫຍັງດອກ, 2 ປີ ຫລັງ 3 ປີ ຫລັງ ແຕກຫລາຍເພາະຜ່ານມາເຂົາບໍ່ໄດ້ ເວົ້າເຣື່ອງ Dam safety ເຂົາບໍ່ໄດ້ເບິ່ງເຣື່ອງມາຕຖານ ວັສດຸກໍ່ສ້າງ, ເຊກະໝານ ນໍ້າອ້າວ ເວລາ ມັນເກີດກໍໄປຕີໃສ່ ເຣື່ອງ Climate change."
ສ່ວນປະຊາຊົນທີ່ອາສັຍຢູ່ທ້າຍເຂື່ອນໄຟຟ້ານໍ້າງຽບ 1 ແຂວງບໍລິຄຳໄຊໄດ້ໃຫ້ຄວາມເຫັນຜ່ານເອເຊັຽເສຣີວ່າຄວາມປອດພັຍຂອງເຂື່ອນ ຕ້ອງມາກ່ອນ.
"ຈັງວະ ບໍ່ຈັກ ໂອ້ ທຳມະດາຫລັກການສາກົລ ມັນກໍແນວນັ້ນໝົດແລ້ວເນາະ ເຣື່ອງຄວາມປອດພັຍ."
ປັດຈຸບັນລາວ ມີແຫລ່ງຜລິດໄຟຟ້າ 61 ແຫ່ງ ໃນນີ້ມີເຂື່ອນໄຟຟ້າຂນາດກາງ ແລະ ຂນາດໃຫຍ່ 32 ແຫ່ງ, ສ່ວນເຂື່ອນໄຟຟ້າ ຂນາດ ນ້ອຍມີ 21 ແຫ່ງ, ໂຮງຜລິດໄຟຟ້າແສງຕາເວັນ 5 ແຫ່ງ, ໂຮງຜລິດໄຟຟ້າຖ່ານຫີນ 1 ແຫ່ງ ແລະ ໄຟຟ້າພລັງງານທົດແທນ 2 ແຫ່ງ . ນອກຈາກນີ້ ໂຄງການເຂື່ອນທີ່ກຳລັງ ກໍ່ສ້າງຄາດວ່າຈະສຳເຣັດ ໃນປີ 2020 ນັ້ນ 36 ໂຄງການ ແລະ ໂຄງການທີ່ມີການເຊັນສັນຍາ ສຶກສາຄວາມເປັນໄປໄດ້ 291 ໂຄງການ.