ສປປລ ຍັງຕ້ອງການຄົນງານເພີ້ມ

ຈໍາປາທອງ
2016.04.18
F-vocational ນັກຮຽນວິຊາຊີພ ຢູ່ ສປປລາວ
Screen captured from LNTV video

ສປປລາວ ເປັນນຶ່ງ ໃນກຸ່ມ ປະເທສ ລຸ່ມ ແມ່ນໍ້າຂອງ ທີ່ ມີຈໍານວນ ຄົນງານ ໜຸ່ມຫຼາຍ ແຕ່ ຂາດສີມື ຄວາມຊໍານານ ທີ່ພຽງພໍ ຕາມ ຄວາມຕ້ອງການ ຂອງໜ້າທີ່ ວຽກງານ ເຮັດໃຫ້ ຣັຖບານ ຕ້ອງໄດ້ ນໍາເອົາຄົນງານ ຈາກ ຕ່າງປະເທສ ເຂົ້າມາ ຫຼາຍຂຶ້ນ ເຖິງ 3 ເທົ່າ ຂອງ ຕົວເລກ ປີ 2013 ເພື່ອແກ້ໄຂ ພາວະຂາດ ຄົນງານ ທີ່ ມີສີມື, ຂນະທີ່ ຄົນງານລາວ ເອງກໍປະສົບ ກັບ ບັນຫາ ການກີດກັ້ນ ໂອກາດ ໃນການ ທີ່ຈະໄດ້ ເຂົ້າເຮັດວຽກ ຮຽນຮູ້ ໃນໂຄງການ ໃຫຍ່ ຢູ່ ສປປລາວ. ຕາມຣາຍງານ ຂອງ ປະຊາຊາດ ທຸຣະກິຈ ອອນລາຍ ໃນ ວັນທີ 16 ເມສາ 2016.

ຣະບົບ ການສຶກສາ ຂອງ ສປປລາວ ທີ່ຕໍ່າກວ່າ ມາຕຖານ ສ້າງຄວາມ ກັງວົນ ບໍ່ໜ້ອຍ ໃຫ້ ຊາວໜຸ່ມ ແລະ ເຍົາວະຊົນ ລາວ ເປັນຕົ້ນ ເດັກນ້ອຍ ທີ່ ມີອາຍຸ ຕໍ່າກວ່າ 12 ປີ ເຂົ້າຮຽນ ຊັ້ນປະຖົມ ສຶກສາ ແລະ ຈົບ ການສຶກສາ ພຽງ 80 ຫາ 85% ແລະ ຈໍານວນ ຜູ້ທີ່ຈົບ ການສຶກສາ ໃນຣະດັບ ປຣິນຍາ ແລະ ສະຖາບັນ ວິຊາຊີພ ແຕ່ລະຂແນງ ມີພຽງ 60%.

ເຖິງແມ່ນ ດັຊນີ ດ້ານ ການສຶກສາ ຂອງລາວ ຈະປັບຕົວ ດີຂຶ້ນ ແຕ່ຖ້າ ທຽບໃສ່ກັບ ກຸ່ມ ອາຊຽນ 10 ປະເທສ ແລ້ວ, ຄຸນນະພາບ ການສຶກສາ ຂັ້ນພື້ນຖານ ຂອງ ສປປລາວ ຢູ່ ໃນອັນດັບ 6 ຂນະທີ່ ລວມຍອດ ຜລິຕພັນ ພາຍໃນ ຫລື GDP ຍັງເປັນ ປະເທສ ທີ່ທຸກຍາກ ໃນອັນດັບ ທ້າຍໆ ຂອງກຸ່ມ ປະເທສ ອາຊຽນ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.