ຫົງສາລິກໄນທົດລອງຜລິດ ໄຟຟ້າ
ຫົວໜ່ວຍ ຜລິດ ໄຟຟ້າ ຫົງສາ ລິກໄນ ໜ່ວຍ ທີນຶ່ງ ຜ່ານ ການ ທົດລອງ ທໍາງານ ແລ້ວ 90 ສ່ວນຮ້ອຍ.
-
ສົມເນ
2015-05-06 -
-
-
Your browser doesn’t support HTML5 audio
ຣາຍງານ ການຜລິດ ໄຟຟ້າ ຣາຊບູຣີ ແຈ້ງວ່າ ຫົວໜ່ວຍ ຜລິດ ໄຟຟ້າ ທີ່ ໃຊ້ ພລັງງານ ຄວາມຮ້ອນ ຂນາດ 626 ເມກາວັດ ໜ່ວຍ ທໍາອິດ ຂອງ ໂຮງໄຟຟ້າ ຫົງສາ ລິກໄນ ແຂວງ ໄຊຍະບູຣີ ໄດ້ຜ່ານ ການ ທົດລອງ ປະສິດທິພາບ ຂອງ ການ ທໍາງານ ໄດ້ 90 ສ່ວນຮ້ອຍ ແລ້ວ ຕາມ ກໍານົດ ຂອງ ຂໍ້ຕົກລົງ ການ ຊື້-ຂາຍ ໄຟຟ້າ ແລະວ່າ ການ ດໍາເນີນງານ ຜລິດ ໄຟຟ້າ ອອກໄປ ຂາຍ ຈະມີ ຂຶ້ນ ໃນ ວັນທີ 2 ເດືອນ ມີຖຸນາ ນີ້. ຕາມຣາຍງານ ໜັງສືພິມ ເດີເນຊັນ.
ຣາຍງານ ແຈ້ງວ່າ ນັບແຕ່ ວັນທີ 12 ເມສາ ມານີ້ ຫົວຫນ່ວຍ ຜລິດ ໄຟຟ້າ ທີ 1 ຂນາດ 626 ເມກາວັດ ສາມາດ ຜລິດ ໄຟຟ້າ ເຖິງ 450 ເມກາວັດ ແລ້ວ ຫລືວ່າ ຈາກ ວັນທີ່ 12 ຫາ ວັນທີ 21 ເມສາ ສາມາດ ຜລິດ ໄຟຟ້າ ໄດ້ 85 ລ້ານ ກິໂລວັດ ຊົ່ວໂມງ, ເທົ່າກັບ ວ່າ ບໍ່ຕ້ອງ ໃຊ້ ນໍ້າມັນ 20 ລ້ານ ລິດ ເພື່ອ ຜລິດ ໄຟຟ້າ ໃຫ້ໄດ້ ຈໍານວນ ນີ້.
ໂຮງງານ ໄຟຟ້າ ຫົງສາ ທີ່ ໃຊ້ ພລັງ ຖ່ານຫີນ ລິກໄນ ເພື່ອ ປ່ຽນເປັນ ພລັງງານ ໄຟຟ້າ ນີ້ ປະກອບ ດ້ວຍ 3 ຫົວຫນ່ວຍ ການຜລິດ, ຮວມ ທັງໝົດ 1,800 ກວ່າ ເມກາວັດ. ຫົວຫນ່ວຍທີ່ 2 ແລະ ທີ 3 ຈະສໍາເຣັດ ການ ທົດລອງ ໃນ ຂັ້ນ ຕໍ່ໄປ ແລະ ການດໍາເນີນ ຜລິດ ໄຟຟ້າ ອອກຂາຍ ໃຫ້ ຕາໜ່າງ ອົງການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດ ໄທ ພາຍໃນ ເດືອນ ພຶສຈິກາ ປີ 2015 ແລະ ເດືອນ ມິນາ ປີ 2016 ຕາມ ອັນດັບ. 90 ສ່ວນຮ້ອຍ ຂອງ ໄຟຟ້າ ທີ່ ຜລິດ ໄດ້ ທັງໝົດ ຈະສົ່ງ ໄປ ປະເທດ ໄທ, ສ່ວນເຫລືອ ແມ່ນ ຈໍາໜ່າຍ ຢູ່ໃນ ປະເທດ.