ຄົນງານໄຟຟ້າຫົງສາ ລາອອກ

ໄມຊູລີ
2017.05.02
f-hongsa ໂຮງງານໄຟຟ້າ ຫົງສາລິກໄນ ແຂວງໄຊຍະບູຣີ
RFA/LX

ເມື່ອກາງເດືອນຜ່ານມາ ພະນັກງານ ໂຮງງານໄຟຟ້າຫົງສາ ເມືອງຫົງສາ ແຂວງໄຊຍະບູຣີ ທີ່ຂຶ້ນກັບ ບໍຣິສັດ ຣາຊລາວຈໍາກັດ ປະມານ 20 ກວ່າຄົນ ໄດ້ຍື່ນໜັງສື ລາອອກ ພາຍຫລັງທີ່ໄດ້ ເຂົ້າຮ່ວມປະຊຸມ ກັບຄນະຜູ້ບໍຣິຫານ ເມື່ອວັນທີ 10 ເມສາ 2017 ຜ່ານມາ ຊຶ່ງຜົນ ການປະຊຸມອອກມາວ່າ ທາງບໍຣິສັດບໍ່ສາມາດ ຂື້ນເງິນເດືອນໃຫ້ ເຂົາເຈົ້າ, ພຽງແຕ່ຈະເພີ້ມ ເງິນຄ່າອາຫານ ໃຫ້ຕຶ່ມເດືອນລະ 200 ບາດ, ຍ້ອນເຫດນີ້ ຄົນງານຫລາຍຄົນ ຈຶ່ງຕັດສິນໃຈ ບໍ່ເຮັດວຽກຕໍ່. ດັ່ງພະນັກງານ ຄົນນຶ່ງກ່າວຕໍ່ ເອເຊັຍເສຣີ ໃນວັນທີ່ 1 ພຶສພາ ນີ້ວ່າ:

“ປະຊຸມກັນແລ້ວ MB ຂອງບໍຣິສັດຣາຊລາວ ເພິ່ນກໍບໍຍອມໃຫ້ ກໍເລີຍຂໍລາອອກປະມານ 20 ກວ່າຄົນ ເພິ່ນບອກວ່າທຸກຢ່າງ ມັນອິງຕາມ ກົດໝາຍລາວ ແລ້ວເພິ່ນເພີ້ມ ແຕ່ເງິນກິນເຂົ້າໃຫ້ ເພີ້ມຈາກເດີມເປັນ 200 ບາດ ກະເລີຍຂໍລາອອກ ຈາກການເປັນພະນັກງານເພິ່ນ”.

ພະນັກງານທ່ານນີ້ ກ່າວຕຶ່ມວ່າ ຕລອດເວລາທີ່ຜ່ານມາ ທາງບໍຣິສັດ ໄດ້ບອກກັບ ພະນັກງານ ຢູ່ເລື່ອຍໆວ່າ ຖ້າໂຮງງານໄຟຟ້າ ເປິດຄົບ ທັງ 3 ໂຮງແລ້ວ ຈະຂື້ນສວັດດິການ ຕ່າງໆໃຫ້ແກ່ ພະນັກງານ, ແຕ່ເມື່ອເຖິງກໍານົດແລ້ວ ກໍບໍ່ເປັນໄປຕາມ ທີ່ເພິ່ນເວົ້າ ແລະເມື່ອພະນັກ- ງານ ຂໍຂຶ້ນເງິນເດືອນ ກໍໄດ້ຮັບ ຄໍາຕອບວ່າ, ບໍ່ສາມາດ ຂື້ນໃຫ້ໄດ້.

ທ່ານກ່າວວ່າ ໃນທາງຕົງກັນຂ້າມ ສໍາລັບພະນັກງານ ໃນໂຮງງານໄຟຟ້າຫົງສາ ທີ່ຂຶ້ນກັບບໍຣິສັດອື່ນໆ ກັບໄດ້ເງິນເດືອນ ແລະສວັດດິການ ຫລາຍກວ່າ ພວກຕົນ ທັ້ງທີ່ເຮັດ ວຽກງານແບບດຽວກັນ, ໂດຍການເຮັດວຽກ ຢູ່ໂຮງງານຖືວ່າເປັນ ວຽກຫນັກຫຼາຍ ຕ້ອງເຮັດວຽກແຕ່ເຊົ້າ ບ່າຍແລະເດີກ. ດັ່ງນັ້ນຈຶ່ງເປັນເຣື້ອງປົກກະຕິ ທີ່ພະນັກງານຫຼາຍຄົນ ຕ້ອງການສວັດດິການ ຫລາຍຂຶ້ນ ເພື່ອແລກກັບ ຄວາມອິດເມື່ອຍ.

ຕໍ່ບັນຫາດັ່ງກ່າວ ວິທຍຸເອເຊັຍເສຣີ ໄດ້ພຍາຍາມຕິດຕໍ່ໄປຍັງ ບໍຣິສັດຣາຊລາວ ແລະ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງ ໄຊຍະບູຣີ ແຕ່ຍັງບໍ່ສາມາດ ຕິດຕໍ່ໄດ້.
ເມື່ອຕົ້ນເດືອນ ເມສາ ຜ່ານມາ ມີຫາງສຽງ ໃນສື່ອອນລາຍ ວ່າພະນັກງານ ໂຮງໄຟຟ້ ຫົງສາ ຂອງບໍຣິສັດຣາຊລາວ ຈໍານວນ 97 ຄົນ ຍື່ນໜັງສື ລາອອກ ຍ້ອນ ພວກເຂົາເຈົ້າ ບໍ່ໄດ້ຂຶ້ນເງິນເດືອນ ແຕ່ຫັລງຈາກນັ້ນ ນື່ງໃນ ພະນັກງານ ກໍກ່າວປະຕິເສດ ວ່າບໍ່ມີຄວາມຈິງ ແລະບອກວ່າ ຈະມີການປະຊຸມ ກັບຜູ້ບໍຣິຫານ ເພື່ອຂໍໃຫ້ ພິຈາຣະນາ ຂຶ້ນເງິນ ເດືອນ ແລະສວັດດິການ ຂອງພະນັກງານ.່

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.