ຊັພສິນຄນະຜູ້ນໍາຈະບໍ່ ເຜີຍແຜ່
2016.06.16
ຄນະຣັຖບານ ສປປລາວ ຊຸດພາຍໃຕ້ ການນຳ ຂອງ ທ່ານ ທອງລຸນ ສີສຸລິດ ຈະບໍ່ແຈ້ງ ຊັພສິນ ສ່ວນຕົວ ຂອງ ສະມາຊິກ ຄນະຣັຖບານ ໃຫ້ ສາທາຣະນະຊົນ ຮັບຮູ້ ມີແຕ່ຈະແຈ້ງ ໃຫ້ ຄນະກວດກາ ສູນກາງ ພັກ ຮັບຊາບ ເທົ່ານັ້ນ. ຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່ ຄນະ ກວດກາ ສູນກາງພັກ ຜູ້ຂໍສງວນ ຊື່ແລະສຽງ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ມິຖຸນາ 2016 ນີ້ວ່າ:
"ເຣື້ອງແຈ້ງຊັພສິນນີ້ ຈະບໍ່ໄດ້ ເປີດເຜີຍ ຕໍ່ສາທາຣະນະຊົນ ໝາຍຄວາມວ່າ ແຈ້ງໃຫ້ ຄນະກວດກາ ນັ້ນແລ້ວ ກໍເອົາເຂົ້າໄວ້ ໃນຕູ້, ບໍ່ມີໃຜ ໄດ້ເບິ່ງ ຖ້າບໍ່ມີ ບັນຫາ. ຖ້າຫາກມີ ບັນຫາ ຈຶ່ງ ເອົາອອກມາ".
ທ່ານເວົ້າວ່າ ການແຈ້ງຊັພສິນ ໃນລາວ ແມ່ນໄດ້ ປະຕິບັດ ຕັ້ງແຕ່ ຂັ້ນ ພະນັກງານ ຣັຖກອນ ຊັ້ນຜູ້ນ້ອຍ ໄປຈົນເຖິງ ປະທານ ປະເທດ, ແຕ່ຈະບໍ່ມີ ການເປີດເຜີຍ ຕໍ່ ສາທາຣະນະຊົນ ຄື ດັ່ງທີ່ປະເທດ ອື່ນໆ ປະຕິບັດ ກັນ. ແຕ່ຖ້າຫາກ ກວດພົບວ່າ ພະນັກງານ ຫຼື ສະມາຊິກ ໃນ ຄນະຣັຖບານ ຄົນໃດ ມີການພົວພັນ ກັບ ການສໍ້ຣາສ ບັງຫຼວງ ທາງ ຄນະກວດກາ ສູນກາງພັກ ກໍ່ຈະຕັ້ງ ຄນະກັມມະການ ພິເສດ ຂຶ້ນ ເພື່ອ ກວດສອບ.
ແຕ່ຊາວລາວ ສ່ວນນຶ່ງ ຢາກໃຫ້ ເປີດເຜີຍ ການແຈ້ງຊັພສິນ ສ່ວນຕົວ ຂອງ ສະມາຊິກ ຄນະຣັຖບານ ຊຸດໃໝ່ນີ້ ໃນຣະຫວ່າງ ມີຕຳແໜ່ງ ແລະ ພົ້ນຈາກ ຕຳແໜ່ງ ໃຫ້ ສາທາຣະນະຊົນ ຮູ້ ເພາະຫຼາຍ ປະເທດ ໃນ ອາຊຽນ ໄດ້ ປະຕິບັດ ກັນແລ້ວ. ດັ່ງຄົນ ຊາວລາວ ຜູ້ນຶ່ງ ກ່າວວ່າ:
"ບໍ່ວ່າແຕ່ ຄນະຣັຖບານ ນັບຕັ້ງແຕ່ ພະນັກງານ, ພະນັກງານ ທີ່ວ່າຊິເປັນ ຫົວຈັກ ຫຼັກແຫຼ່ງ ຫັ້ນແຫຼະ, ນັບຕັ້ງແຕ່ ຫົວໜ້າຜແນກ ຫົວໜ້າກົມ ພຸ້ນແຫຼະມາ ຮັບຕຳແໜ່ງ ເຈົ້າຕ້ອງ ສເນີຊັພສິນ ວ່າຂ້ອຍເປັນ ຫົວໜ້າກົມ ມີທໍ່ນີ້. ທັມມະດາ ກະຕ້ອງ ຄວນເຮັດ ເພາະວ່າ ປະເທດອື່ນ ຂະເຈົ້າ ກະເຮັດ".
ທ່ານ ກ່າວຕື່ມວ່າ ຖ້າ ຄນະຣັຖບານ ແຈ້ງຊັພສິນ ຂອງຕົນ ໃຫ້ ສາທາຣະນະຊົນ ຮູ້ ກໍຈະຖືເປັນ ນິມິດ ໝາຍທີ່ດີ ຕໍ່ການພັທນາ ປະເທດ ເພາະ ປະຊາຊົນ ລາວ ແລະ ນັກລົງທຶນ ຕ່າງປະເທດ ຈະມີຄວາມ ເຊື່ອໝັ້ນວ່າ ຄນະຣັຖບານ ມີຄວາມຈິງໃຈ ໃນ ການຕ້ານ ການສໍ້ຣາສ ບັງຫຼວງ ແລະ ຈະເຮັດໃຫ້ ພະນັກງານ ຊັ້ນຜູ້ນ້ອຍ ປະຕິບັດ ຕາມ ແລະເຮັດໃຫ້ ການສໍ້ຣາສ ບັງຫຼວງ ໜ້ອຍລົງ:
"ກະຊິມີຜົນດີ ຫັ້ນແຫຼະ ນັກລົງທຶນ ເຂົາກະຊິໝັ້ນໃຈ ຫຼາຍຂຶ້ນວ່າ ການສໍ້ຣາສ ບັງຫຼວງ ບ້ານເຮົານີ້ ມັນຊິ ໜ້ອຍລົງ. ກະເປັນການ ໃຫ້ລູກນ້ອງ ຫຼືວ່າ ພະນັກງານ ໃນ ກະຊວງ ກົມກອງ ໄດ້ເບິ່ງເປັນ ແບບຢ່າງວ່າ ເອີ່ ເຮົາຊິໄດ້ ປະຕິບັດ ຕາມຂັ້ນເທິງ ເພິ່ນລົງມາ ເພາະເພິ່ນ ເຮັດໃຫ້ເຮົາ ເຫັນແລ້ວ".
ນັບຕັ້ງແຕ່ ຣັຖບານ ສປປລາວ ໄດ້ອອກດຳຣັຖ ວ່າດ້ວຍ ການແຈ້ງຊັພສິນ ຂອງ ພະນັກງານ ຣັຖກອນ ສະບັບ ເລກທີ 159 ລົງວັນທີ 4 ມິຖຸນາ 2013 ແລະ ໄດ້ເຣີ້ມ ຈັດຕັ້ງ ປະຕິບັດ ມາແຕ່ກາງປີ 2014 ນັ້ນ, ມາເຖິງ ປະຈຸບັນ ກໍຍັງດໍາເນີນ ໄປຢູ່. ແຕ່ ເຖິງຢ່າງໃດ ກໍ່ດີ ປະຊາຊົນລາວ ສ່ວນໃຫ່ຽ ກໍ່ຍັງກັງວົນ ຢູ່ວ່າ ການຈັດຕັ້ງ ປະຕິບັດ ດຳຣັຖ ທີ່ວ່ານັ້ນ ອາຈເຮັດໄດ້ ພຽງແຕ່ ໃນ ນາມມະທັມ ຫຼາຍກວ່າ ຮູປທັມ ແລະ ຍັງຈະເຮັດໃຫ້ ດັຊນີ ຄວາມໂປ່ງໄສ ຂອງ ສປປລາວ ຢູ່ໃນ ຣະດັບຕ່ຳ ຕໍ່ໄປ.