ຄົນງານຕັດຫຍິບບໍ່ພໍໃຈ ເຣື້ອງ ເງິນເດືອນ

ຄົນງານ ບໍຣິສັດ ຕັດຫຍິບ ນະຄອນຫຼວງ ວຽງຈັນ ປະທ້ວງ ໃນວັນທີ 12 ກັນຍາ 2017 ຍ້ອນບໍ່ພໍໃຈ ບໍຣິສັດ ຈ່າຍເງິນເດືອນ ໃຫ້ຄົນງານ ແບບ ບໍ່ເປັນທັມ.

ເຈົ້າໜ້າທີ່ຕໍາຣວດ ເຂົ້າພົບປະກັບບັນດາຄົນງານ ທີ່ຊຸມນຸມຮຽກຮ້ອງ ຂໍຄວາມເປັນທັມ ເຣື້ອງການເບີກຈ່າຍເງິນເດືອນ ຢູ່ຕໍ່ໜ້າໂຮງງານ ຕັດຫຍິບ ລາວຄອມຟອດກາເມັນ Screen captured Citizen video

ຄົນງານຂອງໂຮງງານຕັດຫຍິບ ບໍຣິສັດ ລາວຄອມຟອດກາເມັນ ທີ່ນະຄອນຫຼວງວຽງຈັນ ປະທ້ວງໃນມື້ວັນທີ 12 ກັນຍາ 2017 ຍ້ອນບໍ່ ພໍໃຈນຳບໍຣິສັດ ທີ່ຈ່າຍເງິນເດືອນໃຫ້ບໍ່ ເທົ່າກັນ, ມີຜູ້ໄດ້ໜ້ອຍໄດ້ຫຼາຍ ເພາະທາງ ບໍຣິສັດ ໄດ້ປ່ຽນຣະບົບ ການຈ່າຍເງິນເດືອນ ໃໝ່ ໃນເດືອນ ສິງຫາ ທີ່ຜ່ານມາ, ເປັນການຈ່າຍເງິນເດືອນ ຕາມເວລາ ເຮັດວຽກ ແລະ ຜົລຂອງການຜລິດ ໜ້ອຍຫລືຫລາຍ, ຊຶ່ງປົກກະຕິ ທີ່ຜ່ານມາ ວຽກຕັດຫຍິບນີ້ ຈະຈ່າຍໃຫ້ຄົນລະ 1 ລ້ານກີບ ຕໍ່ເດືອນ. ກ່ຽວກັບເຣຶ່ອງນີ້  ຜູ້ຕາງໜ້າ ບໍຣິສັດ ລາວຄອມຟອດກາເມັນ ເວົ້າ ໃນມື້ວັນທີ 14 ກັນຍາ ນີ້ວ່າ ໄດ້ແຈ້ງໃຫ້ ຄົນງານຮູ້ ມາຕັ້ງແຕ່ເດືອນ ພຶສພາ ພຸ້ນແລ້ວ:

"ຕັ້ງແຕ່ເດືອນຫ້າມານໍ ເຮົາກະປ່ຽນຈາກເງິນເດືອນ ມາເປັນໄລ່ເປັນຫົວໜ່ວຍ ສົມມຸດມາຈັບເວລາວ່າ ເອົາເງິນມາຫານໃສ່ ມາຈັບວີດິໂອ ໃສ່ຈັກນາທີແທ້ໆ ເອົາເປັນແບບນັ້ນ ຄັນຜູ້ເຮັດເກັ່ງ ລະໄດ້ເງິນຫລາຍກວ່າ ລ້ານນຶ່ງ ເຮົາບໍ່ຢາກໃຫ້ໄດ້ ລ້ານນຶ່ງ ເຮົາຢາກໄດ້ ລ້ານຫ້າ ລ້ານຫົກ ແຕ່່ເຂົາຕ້ອງ ເຮັດວຽກເກັ່ງໃຫ້ເຮົາ ແຕ່ວ່າບາດນີ້ບາງຄົນ ເຂົາບໍ່ເຮັດຈິງນໍ ນ້ອຍກວ່າເງິນເດືອນ ທີ່ຜ່ານມາ ບາດນີ້ນ້ອຍກວ່າ ເຂົາລະບໍ່ພໍໃຈ".

ທ່ານກ່າວຕື່ມວ່າ ບໍຣິສັດນີ້ຕັ້ງຂຶ້ນມາໄດ້ 3-4 ປີແລ້ວ, ເປັນບໍຣິສັດຈີນ ທີ່ເຂົ້າມາລົງທຶນ, ມີຄົນງານ ປະມານ 230 ຄົນ. ຄົນງານຕັດຫຍິບ ຈະໄດ້ຮັບເງິນ 1 ລ້ານກີບ ຕໍ່ເດືອນ ແລະ ທຸກຄົນ ຈະມີສະຫວັດດິການ ປະມານຫ້າແສນ ຫາແປດ ແສນກີບ ຕໍ່ເດືອນ.

ເພື່ອແກ້ໄຂບັນຫາດັ່ງກ່າວ ຜູ້ຕາງໜ້າກຳມະບານ ນະຄອນຫລວງວຽງຈັນ ແລະພາກສ່ວນ ທີ່ກ່ຽວຂ້ອງ ໄດ້ໄປກວດສອບ ແລະໄກ່ເກັ່ຍບັນ ຫາ ຣະຫວ່າງ ຄົນງານ ແລະ ບໍຣິສັດ ທີ່ ຄົນງານບໍ່ພໍໃຈ ນຳການປ່ຽນແປງ ຣະບົບການ ຈ່າຍເງິນເດືອນໃໝ່ ຂອງບໍຣິສັດ ໃນມື້ວັນທີ 13 ກັນຍານີ້. ດັ່ງຜູ້ຕາງໜ້າ ກຳມະບານ ໄດ້ກ່າວໃນມື້ວັນທີ 14 ກັນຍາ ນີ້ວ່າ:

"ຂະເຈົ້າໄກ່ເກັ່ຍກັນແລ້ວ ພໍດີບໍ່ພໍໃຈກັນໜ້ອຍນຶ່ງ ຣະຫວ່າງຜູ້ເຂົາເຈົ້າ ເຮັດວຽກຕະກີ້ວ່າ ເຮັດວຽກເອົາເງິນເດືອນນໍ ບາດນີ້ເຮັດວຽກຕາມ ການຜລິດ ຜລິດໜ້ອຍໄດ້ໜ້ອຍ ຜລິດຫຼາຍໄດ້ຫຼາຍ ບາດນີ່ກໍາມະກອນ ເບີກເງິນລະບໍ່ໄດ້ທໍ່ກັນ ຜູ້ໄດ້ໜ້ອຍໄດ້ຫຼາຍ ຂະເຈົ້າລະປະທ້ວງ ແຕ່ເຊົ້າມື້ວັນທີ 11 ພຸ້ນນະ ຕົກລົງໄກ້ເກັ່ຍ ກັນແລ້ວເດ້".

ທ່ານກ່າວຕື່ມວ່າການປະທ້ວງ ບໍຣິສັດຕັດຫຍິບຄັ້ງນີ້ ຖືວ່າເປັນການປະທ້ວງຄັ້ງໃຫຍ່ທີ່ສຸດ ຊຶ່ງທີ່ຜ່ານມາບໍ່ເຄີຍມີຄົນງານ ປະທ້ວງແບບນີ້ ມາກ່ອນ, ເຄີຍມີແຕ່ຂຽນຄຳຮ້ອງ ຂໍໃຫ້ ເຈົ້າໜ້າທີ່ ທາງການ ທີ່ກ່ຽວຂ້ອງ ໄປກວດສອບ ຊ່ວຍແກ້ໄຂໃຫ້ ແລະສັງຄົມ ກໍໃຫ້ຄວາມສົນໃຈ ຫລາຍ ຕໍ່ການປະທ້ວງ ຂອງຄົນງານຄັ້ງນີ້.

ເຖິງຢ່າງໃດກໍຕາມ ຜູ້ຕາງໜ້າບໍຣິສັດ ລາວຄອມຟອດກາເມັນ ກໍຣາຍງານວ່າ ປັດຈຸບັນທາງບໍຣິສັດ ຕົກລົງກັບຄົນງານ ນັ້ນໄດ້ແລ້ວຄືຈະ ໃຊ້ຣະບົບ ການຈ່າຍເງິນ ເດືອນແບບ ເກົ່າທີ່ຜ່ານມາ. ສຳລັບເງິນທີ່ຄົນງານ ໄດ້ຮັບໃນເດືອນ ສິງຫາ ຊຶ່ງບາງຄົນ ບໍ່ໄດ້ເຖິງ 1 ລ້ານ 5 ແສນນັ້ນ ທາງບໍຣິສັດ ກໍຈ່າຍຕື່ມ ໃຫ້ແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org