ທາງການລາວເລັງຕ້ານການສໍ້ໂກງ
2014.07.22
ຣັຖບານລາວ ເອົາໃຈໃສ່ ແກ້ໄຂ ບັນຫາ ການສໍ້ຣາສ ບັງຫລວງ ທີ່ ຮ້າຍແຮງ ຂຶ້ນ ໃນ ທົ່ວປະເທດ ເພື່ອໃຫ້ ຫລຸດຜ່ອນລົງ. ນັ້ນຄື ຄໍາ ຕອບ ຂອງ ດຣ. ບຸນທອງ ຈິດມະນີ ປະທານ ກວດສອບ ແຫ່ງຣັຖ ຕໍ່ຄໍາຖາມ ຂອງ ສະມາຊິກ ສະພາ ແຫ່ງຊາດ ທີ່ກໍາລັງ ດໍາເນີນຢູ່ ເມື່ອວັນສຸກ ຜ່ານມາ.
ດຣ. ບຸນທອງ ກ່າວເນັ້ນວ່າ ການສໍ້ຣາສ ບັງຫລວງ ເປັນພັຍ ຂົ່ມຂູ່ ແລະເປັນບັນຫາ ທ້າທາຍ ສະເຖັຽຣະພາບ ຂອງພັກ ແລະ ຣັຖບານ ແລະ ສົ່ງຜົລກະທົບ ຕໍ່ການ ພັທນາ ເສຖກິດ ສັງຄົມ ຂອງ ປະເທດ. ທີ່ຜ່ານມາ ແຕ່ລະ ປະເທດ ໃນ ທົ່ວໂລກ ກໍໄດ້ ພຍາຍາມ ຕໍ່ສູ້ ຕ້ານ ການສໍ້ຣາສ ບັງຫລວງ ໂດຍໃຊ້ ວິທີການ ຕ່າງໆ ຮວມເຖິງ ມາຕການ ແລະ ກົດໝາຍ. ແຕ່ເຖິງແນວ ໃດ ການສໍ້ຣາສ ບັງຫລວງ ກໍຍັງເປັນ ພຍາດຊໍາເຮື້ອ ທີ່ຍັງມີຢູ່ ເທົ່າຮອດ ທຸກມື້ນີ້.
ເວົ້າສະເພາະ ສປປລາວ ທ່ານວ່າ ດໍາເນີນ ແຜນຍຸທສາດ ຕ້ານ ການສໍ້ຣາສ ບັງຫລວງ ເຖິງປີ 2020 ຊຶ່ງ ກໍມີທັງ 4 ແຜນ ປະຕິບັດ ງານ ແລະ 16 ໂຄງການ ຕ້ານ ການສໍ້ຣາສ ບັງຫລວງ ທີ່ ຮ້າຍແຮງ ຂຶ້ນ ຢູ່ ສປປ ລາວ. ມາຕການໃໝ່ ຄືການ ແຈ້ງຊັພສິນ ແລະ ຣາຍໄດ້ ຂອງ ເຈົ້າໜ້າທີ່ ຊຶ່ງຄາດວ່າ ຈະແລ້ວ ໃນທ້າຍປີ 2014 ນີ້. ຫາກສາມາດ ປະຕິບັດ ມາຕການ ທີ່ກ່າວ ມາ ຂ້າງເທິງນັ້ນ ການສໍ້ຣາສ ບັງຫລວງ ຈະຫລຸດຜ່ອນລົງ ຢ່າງໜ້າພໍໃຈ.
ທ່ານ ກ່າວວ່າ ໃນປະເທດ ກໍາລັງ ພັທນາ ແລະ ພັທນາແລ້ວ ມີການໃຊ້ ເທັກໂນໂລຈີ ທີ່ ທັນສມັຍ ກວດກາ ບັນຫາ ການສໍ້ຣາສ ບັງຫລວງ ແຕ່ ສປປລາວ ບໍ່ເປັນແນວ ນັ້ນ. ລາວ ໃຊ້ຄົນ ກວດກາ ຊຶ່ງ ຜົນປະກົດ ໃນຫລາຍປີ ທີ່ ຜ່ານມາ ໄດ້ພົບຫລາຍ ວິທີການ ສໍ້ຣາສ ບັງຫລວງ ນັບຕັ້ງແຕ່ ການ ໃຊ້ໜ້າທີ່ ຕໍາແໜ່ງ ໄປໃນທາງ ທີ່ ບໍ່ຖືກຕ້ອງ ການຮັບ ສິນບົນ ການໃຊ້ ເອກສານປອມ ແລະ ຕົວະຕົ້ມ ບັນຊີ ເງິນຝາກ.