ບ້ານຈັດສັນ ມ.ປາກອູ ຊາວບ້ານ ຕ້ອງການ ອາຊີບ
2018.08.07

ປະຊາຊົນ 174 ຄອບຄົວໃນເຂດບ້ານຈັດສັນເຂື່ອນນໍ້າອູ 2 ເມືອງປາກອູ ແຂວງຫຼວງພຣະບາງ ຍັງຄອຍຖ້າທາງການ ມາຈັດສັນອາຊີບໃຫ້ ເນື່ອງຈາກວ່າເຂື່ອນແຫ່ງນີ້ ສ້າງແລ້ວແຕ່ປີກາຍ ແລະຊາວບ້ານກໍໂຍກຍ້າຍ ມາໄດ້ເກືອບ 2 ປີ ແລ້ວແຕ່ເກືອບ ທຸກຄອບຄົວກໍຍັງຕ້ອງໄດ້ ເດີນທາງ ໃຊ້ເວລາຫລາຍຊົ່ວໂມງ ກັບມາບ້ານເກົ່າ ເພື່ອເຮັດໄຮ່ເຮັດສວນ ຍ້ອນບໍ່ມີທາງອື່ນ ຫາຣາຍໄດ້ລ້ຽງຄອບຄົວ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ບ້ານຈັດສັນ ເຂື່ອນນໍ້າອູ 2 ຊີ້ແຈງຕໍ່ RFA ໃນມື້ວັນທີ 7 ສິງຫາ ນີ້ວ່າ:
"ໂຍກຍ້າຍຈາກເຂື່ອນນໍ້າອູ 2 ເຣື່ອງທີ່ດິນແທ້ໆກໍດີ ສ່ວນຫຼາຍແທ້ກໍດີອົກດີໃຈນໍາ ແຕ່ຍັງແຕ່ວ່າຈັດສັນອາຊີບນີ້ຂະເຈົ້າ ຍັງບໍ່ໄດ້ລົງເທື່ອນະ ບໍ່ມີຈັດສັນອາຊີບເທື່ອນີ້ນະ ປະຊາຊົນນີ້ ຍັງເມືອທໍາມາຫາກິນ ຍັງເມືອເຮັດໄຮ່ເຮັດສວນ ຢູ່ທາງບ້ານເກົ່າມັນໄກ ໄກຫລາຍໂອ໊ຍ ໝົ້ງ 10 ປາຍກິໂລຫັ້ນແຫລະ ຜູ້ທີ່ບໍ່ມີຣົດທຽວ ຍ່າງເອົາກໍເປັນ 3-4 ຊົ່ວໂມງເຖິງຈະຮອດ ໄຮ່ຮອດນຫັ້ນແຫລະ."
ນັບຕັ້ງແຕ່ຊາວບ້ານ ບ້ານຫາດທາ ແລະບ້ານຫາດຂີບ 174 ຄອບຄົວ ໄດ້ໂຍກຍ້າຍມາເຕົ້າໂຮມ ກັນຢູ່ບ້ານຈັດສັນ ເຂື່ອນນໍ້າອູ 2 ໃນປີ 2016 ຊີວິດການເປັນຢູ່ໂດຍລວມ ກໍຖືວ່າດີຂຶ້ນ ຍ້ອນມີສິ່ງອໍານວຍ ຄວາມສະດວກກວ່າແຕ່ກ່ອນ ທັງຖນົນຫົນທາງ ສຸຂສາລາ ແລະ ໂຮງຮຽນ. ແຕ່ດ້ານອາຊີບ ຫລືການຫາຣາຍໄດ້ ຖືວ່າລໍາບາກກວ່າເກົ່າ ເນື່ອງຈາກຕ້ອງຍຶດອາຊີບ ຂາຍຜັກແລະໝາກໄມ້ ທີ່ປູກຢູ່ເຂດ ບ້ານເກົ່າ ຊຶ່ງຕ້ອງເດີນທາງໄປ ໄກເກືອບ 20 ຫລັກ.
ຜ່ານມາຊາວບ້ານ ກໍເຄີຍສເນີໃຫ້ຄນະຮັບຜິດຊອບ ເຂື່ອນນໍ້າອູ 2 ຊ່ວຍແນະນໍາ ມາຝຶກອົບຮົມອາຊີບໃໝ່ໃຫ້ ແຕ່ກໍຍັງບໍ່ທັນເຫັນລົງມາເທື່ອ ທ່ານກ່າວວ່າ:
"ທັງ 2 ບ້ານມາໂຮມເຂົ້າກັນນີ້ ມັນມີຢູ່ 174 ຄອບຄົວ ທັງ 2 ບ້ານ ບ້ານຫາດທາ, ຫາດຂີບ ເອົາມາໂຮມເຂົ້າກັນ ຈັດສັນຢູ່ບ່ອນດຽວກັນ ລໍາບາກ ປັດຈຸບັນນີ້ ກໍຢູ່ລ້າໆນີ້ແຫລະ ຢູ່ແຕ່ວ່າເຮັດໄຮ່ເຮັດສວນນີ້ ຂະເຈົ້າຈະມາຝຶກອົບຮົມ ກໍາກັບແນວໃດກໍຍັງ ບໍ່ທັນຮືເທື່ອນະ ຂະເຈົ້າ ຍັງບໍ່ໄດ້ລົງມາເທື່ອ ຂະເຈົ້າຈະມາແບບໃດ ກໍຍັງບໍ່ຮູ້ເທື່ອ."
ທ່ານກ່າວຕື່ມວ່າ ນອກຈາກຂາດວຽກງານເຮັດແລ້ວ ເນື້ອທີ່ປູກຝັງຂອງປະຊາຊົນ ຢູ່ບ້ານເກົ່າ ບາງຄອບຄົວ ກໍຖືກນໍ້າອູໄຫລເຂົ້າຖ້ວມຂັງ ເສັຽຫາຍຫລາຍ ພາຍຫຼັງທີ່ຝົນຕົກແຮງເມື່ອ 2 ອາທິດກ່ອນ ທີ່ເຮັດໃຫ້ນໍ້າອູລົ້ນຝັ່ງ.