ຣັຖບານລາວແກ້ບັນຫາ ງົປ ບໍ່ໄດ້

ອຸ່ນແກ້ວ ສຸກສະຫວັນ
2015.09.23
F-Gov2 ຫ້ອງວ່າການຣັຖບານ ສປປ ລາວ
L PDR

ບັນຫາ ເສຖກິດ ຂອງ ປະເທດ ລາວ ເກີດຂຶ້ນ ນັບແຕ່ ປີ 2012 ເປັນ ຕົ້ນມາ ແລະ ຍັງບໍ່ມີ ທ່າທີ ວ່າ ຣັຖບານ ລາວ ຈະສາມາດ ແກ້ໄຂ ບັນຫາ ດັ່ງກ່າວ ໄດ້ ເລີຍ ແລະ ບັນຫາ ນີ້ ນັບມື້ ນັບ ຮ້າຍແຮງ ຂຶ້ນ ກວ່າເກົ່າ ເມື່ອ ພວກເຮົາ ພິຈາຣະນາ ກັນ ຢ່າງ ຣະອຽດ ແລະ ຖີ່ຖ້ວນ ພວກເຮົາ ຈະເຫັນ ສັນຍາຍ ບອກເຫດ ຫຼາຍຢ່າງ.

ສັນຍານ ບອກເຫດ ອັນທີ 1: ທີ່ ບົ່ງບອກ ເຖິງການ ລົ້ມລະລາຍ ທາງ ດ້ານການເງິນ ຂອງລາວ ນັ້ນກໍຄື ການ ຂາຍ ສໍາປະທານ ຣັຖວິສາຫະກິດ ຕ່າງໆ, ແລະ ການອອກ ພັນທະບັດ ຂອງ ຣັຖບານ. ໃນ ວັນທີ 31 ສິງຫາ ທີ່ ຜ່ານມາ ບັນດາ ການນໍາ ຂອງລາວ ໄປ ຢ້ຽມຢຽມ ປະເທດ ຈີນ ແລະ ມີການ ເຊັນ ບົດບັນທຶກ ຄວາມ ຊົງຈໍາ ຫລື ຄວາມ ເຂົ້າໃຈ. ການອອກ ພັນທະບັດ ຣັຖ ວິສາຫະກິດ ໄຟຟ້າ ລາວ ຢູ່ ຈີນ. ອີງຕາມ ການຣາຍງານ ຂອງ ສື່ມວນຊົນ ລາວ.

ບົດ ບັນທຶກ ຄວາມ ເຂົ້າໃຈ ກ່ຽວກັບ ການ ສຶກສາ ຄວາມເປັນ ໄປໄດ້ ໃນການອອກ ພັນທະບັດ ຂອງ ຣັຖວິສາຫະກິດ ໄຟຟ້າ ລາວ ຢູ່ ສາທາຣະນະຣັຖ ປະຊາຊົນ ຈີນ, ຕາມ ການເຂົ້າໃຈ ຂອງຄົນ ທົ່ວໄປ ກໍຄືການ ອອກ ພັນທະບັດ ນັ້ນ ກໍບໍ່ຕ່າງ ຫຍັງກັບ ການ ຢືມເງິນ, ແລະ ມັນຈຶ່ງ ມີຄໍາຖາມ ຂຶ້ນມາ ວ່າ, ເປັນຫຍັງ ຣັຖບານ ລາວ ຈຶ່ງ ຢືມເງິນ ຜ່ານ ຣະບົບ ພັນທະບັດ. ນັກ ເສຖສາດ ເວົ້າວ່າ ປະເທດໃດ ທີ່ອອກ ພັນທະບັດ ນັ້ນ ສະແດງ ວ່າ ປະເທດ ນັ້ນ ກໍາລັງ ມີບັນຫາ ທາງດ້ານ ການເງິນ ຫລື ບັນຫາ ທາງດ້ານ ເສຖກິດ ບໍ່ຄ່ອງຕົວ.

ນອກຈາກນີ້ ທີ່ ຜ່ານມາ ຣັຖບານ ລາວ ກໍເຄີຍ ຢືມເງິນ ຈາກ ຕ່າງປະເທດ ມາ ປັບ ສະພາບ ຄ່ອງ ທາງ ດ້ານ ການເງິນ. ໜັງສືພິມ ວຽງຈັນ ທາມສ ໃນ ວັນທີ 24 ທັນວາ 2013 ເຄີຍ ຣາຍງານວ່າ ຣັຖບານ ລາວ ກໍໄດ້ ຢືມເງິນ 260 ລ້ານ ໂດລາ ສະຫະຣັດ ເພືີ່ອ ມາປັບ ສະພາບຄ່ອງ ທາງດ້ານ ເສຖກິດ. ແລະ ໜັງສືພິມ ວຽງຈັນ ທາມສ ສະບັບ ວັນທີ 25 ເມສາ 2014 ກໍໄດ້ ຣາຍງານ ອີກວ່າ ຣັຖບານ ລາວ ໄດ້ ຢືມເງິນ 190 ລ້ານ ໂດລາ ສະຫະຣັຖ ເພື່ອ ແກ້ໄຂ ບັນຫາ ການຂາດດຸນ ງົບປະມານ.

ສັນຍານ ບອກເຫດ ອັນທີ 2: ກໍຄື ທະນາຄານ ແຫ່ງ ສປປ ລາວ ໄດ້ອອກ ຣະບຽບ ການ ລົດ ດອກເບັ້ຽ ເງິນຝາກ ລົງ ຈາກ 10 ເປີເຊັນ ຕໍ່ປີ ມາເປັນ 6.13 ເປີເຊັນ ຕໍ່ປີ ຍ້ອນວ່າ ທະນາຄານ ຂາດ ສະພາບ ຄ່ອງ ທາງດ້ານ ການເງິນ ເຊັ່ນດຽວ ກັນ.

ສັນຍານ ບອກເຫດ ອັນທີ 3: ກໍຄື ຣະບົບ ການກໍ່ສ້າງ ໂຄງລ່າງ ພື້ນຖານ ບໍ່ໄດ້ ຮັບການ ສ້ອມແປງ ຍ້ອນວ່າ ທະນາຄານ ຕ່າງ ປະເທດ ບໍ່ຍອມ ອອກເງິນກູ້ ໃຫ້ ເນື່ອງຈາກ ວ່າ ຣັຖບານ ລາວ ບໍ່ມີ ຄວາມ ສາມາດ ທີ່ຈະໃຊ້ ແທນຄືນ ໄດ້.  ຍົກ ຕົວຢ່າງ, ໃນເດືອນ ມີນາ ປີ 2014 ທະນາຄານ ຂາອອກ ຂາເຂົ້າ ຂອງຈີນ ຫລື ເອັກຊິມ ແບັງ ໄດ້ ໂຈະການ ໃຫ້ເງິນກູ້ ແກ່ ໂຄງການ ກໍ່ສ້າງ ແລະ ປັບປຸງ ເສັ້ນທາງ ຢູ່ ປະເທດລາວ, ໂດຍ ໃຫ້ ເຫດຜົນວ່າ ລາວ ບໍ່ມີຄວາມ ສາມາດ ທີ່ຈະ ໃຊ້ ຄືນໄດ້. ອີງຕາມ ແຈ້ງການ ຂອງ ຄນະ ກັມມາທິການ ຮ່ວມມື ລາວ-ຈີນ.

ສັນຍານ ບອກເຫດ ອັນທີ 4: ການຕັດໄມ້ ແລະ ການໃຫ້ ສໍາປະທານ ທີ່ດິນ ແມ່ນເກີດ ຂຶ້ນ ຕລອດ. ຍົກ ຕົວຢ່າງ, ການແກ່ ໄມ້ທ່ອນ ອອກຈາກ ປະເທດລາວ ໄປ ປະເທດ ວຽດນາມ ທີ່ ເຫັນກັນຢູ່ ໃນ ສື່ສັງຄົມ ອອນລາຍ ຕລອດ ເວລາ ພາບ ທີ່ເຫັນ ກໍຄື ຣົດ ແກ່ໄມ້ ທ່ອນ ຂະໜາດ ໃຫຍ່ ແກ່ໄມ້ອອກ ໄປ ປະເທດ ວຽດນາມ ເປັນ ຈໍານວນ ຫຼວງຫຼາຍ ຊຶ່ງ ເປັນ ຫລັກຖານ ປະຈັກຕາ ທີ່ ຄົນລາວ ເຫັນກັນ ໃນ ຊີວິດ ປະຈໍາວັນ.

ເຖິງວ່າ ໃນ ເດືອນ ສິງຫາ ທີ່ ຜ່ານມາ ຫົວໜ້າ ຫ້ອງວ່າການ ຣັຖບານ ໄດ້ອອກ ແຈ້ງການ ເພື່ອ ຄວບຄຸມ ການສົ່ງອອກ ໄມ້ - ບໍ່ ອະນຸຍາດ ໃຫ້ ສົ່ງໄມ້ທ່ອນ, ໄມ້ຕັບ ອອກໄປ ຕ່າງ ປະເທດ ຢ່າງ ເດັດຂາດ ໃຫ້ ປັບປຸງ ແຕ່ງ ສໍາເຣັດ ຮູບ ແລ້ວ ຈຶ່ງ ສົ່ງອອກ, ແຕ່ກໍບໍ່ ສາມາດ ຄວບຄຸມ ການສົ່ງອອກ ໄມ້ ໄດ້.

ທີ່ ກ່າວມາ ທັງໝົດນີ້ ເປັນຕົວ ຊີ້ວັດ ໃຫ້ ເຫັນວ່າ ປະເທດລາວ ຈົນຕາແຈ ໃນ ເສຖກິດ ແລະ ການເງິນ ແລ້ວ. ນອກນີ້ ບັນຫາ ການ ສໍາປະທານ ທີ່ດິນ ທີ່ ນັບມື້ ນັບຫຼາຍຂຶ້ນ ບໍ່ເວັ້ນຮອດ ທີ່ດິນ ວັທນະທັມ ແລະ ທີ່ດິນ ປະຫວັດສາດ.
ຕົວຢ່າງ, ໃນ ວັນທີ 21 ສິງຫາ ກໍມີການ ເປີດບາ ເຕັ້ນເປືອຍ ຢູ່ ຖໍ້າ ເມືອງ ວຽງໄຊ ແຂວງ ຫົວພັນ ແລະ ເຮັດໃຫ້ ເກີດຫາງສຽງ ວິພາກ ວິຈານ ກັນຢ່າງ ກວ້າງຂວາງ ວ່າ ເປັນຫຍັງ ເຈົ້າໜ້າທີີ່ ແຂວງ ຫົວພັນ ຈຶ່ງ ອະນຸຍາດ ໃຫ້ ນັກ ລົງທຶນ ວຽດນາມ ເຂົ້າມາ ສໍາປະທານ ຖ້ໍາ ຊຶ່ງ ເປັນ ສະຖານທີ່ ປະຫວັດສາດ ຂອງລາວ ແລະ ທັງເປັນ ສະຖານທີ່ ວັທນະທັມ, ສິ່ງ ດັ່ງກ່າວ ມັນສະແດງ ໃຫ້ ເຫັນວ່າ ປະເທດລາວ ບໍ່ມີ ຣາຍຮັບ ຢ່າງອື່ນ ອີກແລ້ວ ນອກຈາກ ການໃຫ້ ສໍາປະທານ ທີ່ດິນ ແລະ ການ ຂາຍດິນ.

ທັງໝົດ ທີ່ ກ່າວມານີ້ ແມ່ນຕົ້ນເຫດ ມາຈາກ ບັນຫາ ການ ສໍ້ຣາສ ບັງຫຼວງ ທີ່ມີກັນ ຢ່າງ ແຜ່ຫຼາຍ. ອີງຕາມ ການ ອະພິປາຍ ຂອງ ສະມາຊິກ ສະພາ ແຫ່ງຊາດ ໃນ ລະຍະ ທີ່ ມີການ ດໍາເນີນ ກອງປະຊຸມ ທີ່ ຜ່ານມາ. ຕົວຢ່າງ, ໂຄງການ ບໍ່ມີ ຕົວຕົນ ກໍເປັນ ໂຄງການນຶ່ງ ທີ່ ກໍ່ໃຫ້ເກີດ ຄວາມ ເສັຽຫາຍ ເປັນເງິນ ຈໍານວນ ມະຫາສານ ມູນຄ່າ ຫຼາຍ 100 ຕື້ ກີບ. ແຕ່ ບັນຫາ ກໍຄື ກົນໄກ ການກວດສອບ ຂອງ ຣັຖບານ ບໍ່ມີ ປະສິດທິພາບ ຍ້ອນວ່າ ຄົນທີ່ ສໍ້ຣາສ ບັງຫຼວງ ແມ່ນ ເຄືອຍາດ ຫຼື ເຈົ້າໜ້າທີ່ ຂັ້ນສູງ ເອງ. ດັ່ງ ນັກ ວິຊາການ ຈາກ ຂະແໜງການ ຍຸຕິທັມ ທ່ານນຶ່ງ ຜູ້ທີ່ບໍ່ ປະສົງ ອອກຊື່ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

"ຜູ້ມີ ອຳນາດ ຜູ້ທີ່ ບັງຄັບ ໃຊ້ກົດໝາຍ ນີ້ ບໍ່ເປັນແບບ ເປັນຢ່າງ ບໍ່ ບໍຣິສຸດ ບໍ່ມີ ຣະບົບ ການກວດສອບ ທີ່ ມັນ ໂປ່ງໄສ ລະກະ ບໍ່ຮູ້ວ່າ ຜູ້ໃດ ຊິກວດ ເອົາໃດ ເອົາໄປ ເອົາມາ ລະມີແຕ່ ຄົນເຈົ້າ ຄົນຂ້ອຍ ເປັນ ເຄືອຍາດ ເປັນ ພັກພວກ ດຽວກັນ ຈັ່ງຊີ້ ມັນເປັນ ຣະບົບ ເຂົາເອີ້ນວ່າ ຣະບົບ ເຄືອຍາດ ເກື້ອກູນ ຢູ່ເດ່ ກວດໄປ ກວດໄປ ມັນກໍຕິດຕໍ່ ເປັນ ເຄືອກັນຢູ່ ຖາມວ່າ ຊິແກ້ ແນວໃດ ມັນກໍຍາກ ຢູ່ໄດ໋ ລູກຫລານ ຂ້ອຍ ລູກເຂີຍ ຂ້ອຍ ໝູ່ ຂ້ອຍ".

ແຕ່ໃນ ເວລາ ດຽວກັນ ຣັຖບານ ລາວ ກໍມີແຜນ ຈະຢືມເງິນ ມູນຄ່າ ປະມານ 500 ລ້ານ ໂດລາ ສະຫະຣັຖ ຈາກ ຣັຖບານ ຈີນ ເພື່ອ ເອົາມາ ສ້າງຕັ້ງ ບໍຣິສັດ ຮ່ວມທຶນ ລາວ-ຈີນ ຊຶ່ງ ບໍຣິສັດ ດັ່ງກ່າວ ຈະ ຮັບຜິດຊອບ ໃນການ ຂໍສະເໜີ ຢືມເງິນ ນໍາ ສະຖາບັນ ການເງິນ ຂອງ ຕ່າງ ປະເທດ ມາ ດໍາເນີນ ໂຄງການ ທາງ ຣົດໄຟ ລາວ-ຈີນ ທີ່ ມີມູນຄ່າ ໃນ ເບື້ອງຕົ້ນ ແມ່ນ ປະມານ 7 ຕື້ ໂດລາ ສະຫະຣັຖ.

ເປັນທີ່ ວິພາກ ວິຈານ ກັນວ່າ ໂຄງການ ທາງ ຣົດໄຟ ລາວ-ຈີນ ແມ່ນໄດ້ ບໍ່ທໍ່ເສັຽ ຍ້ອນວ່າ ປະເທດ ລາວ ຈະໃຊ້ ບໍ່ແຮ່ ຢູ່ ປະເທດ ລາວ ເພື່ອ ຄໍ້າປະກັນ ໃນການ ຢືມເງິນ ໃນ ຄັ້ງນີ້. ນອກຈາກ ນີ້ ປະເທດ ລາວ ຍັງຈະມີ ແຜນການ ຈະ ສະເຫລີມ ສລອງ ວັນ ສະຖາປະນາ ຄອບຄົບ 40 ປີ ຂອງການ ສ້າງຕັ້ງ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນ ລາວ ຊຶ່ງ ວ່າ ກັນວ່າ ຈະມີການ ສະເຫລີມ ສລອງ ກັນຢ່າງ ຍິ່ງໃຫຍ່ ແລະ ຫຼາຍຄົນ ກໍຕັ້ງ ຄໍາຖາມ ວ່າ ຈະເອົາເງິນ ມາຈາກ ໃສ ມາຈັດງານ ນອກຈາກ ເງິນກູ້ ຢືມ.

ເມື່ອມາ ສລຸບແລ້ວ ຖ້າພວກເຮົາ ມາໄລ່ລຽງ ຣາຍຈ່າຍ ທີ່ ຣັຖບານ ລາວ ຈະຈ່າຍ ອອກໄປ ເປັນຕົ້ນວ່າ ເງິນ ທີ່ ຣັຖບານ ລາວ ຈະກູ້ຢືມ ໃສ່ ໂຄງການ ທາງ ຣົດໄຟ ລາວ-ຈີນ ແມ່ນ 500 ລ້ານ ໂດລາ ໃນ ເບື້ອງຕົ້ນ ແລະ ຍັງບໍ່ ລວມ ເອົາ ຈໍານວນ ໜີ້ສິນ ທີ່ ກູ້ຢືມ ຈາກ ປະເທດ ວຽດນາມ ທີ່ ບໍ່ມີການ ເປີດເຜີຍ ຕໍ່ ສາທາຣະນະ.

ນອກຈາກ ນີ້ ໃນປີ 2015, ປະເທດ ລາວ ຕິດໜີ້ ຕ່າງ ປະເທດ ປະມານ 6 ຕື້ ໂດລາ. ອີງຕາມ ຂໍ້ມູນ ຈາກ ທະນາຄານ ໂລກ. ຖ້າມາ ບວກລົບ ກັນແລ້ວ ຈໍານວນ ໜີ້ສິນ ຂອງລາວ ຈະມີ ຫຼາຍຂນາດ ໃດ ໃນ ຂນະທີ່ ຣາຍໄດ້ຈາກ ການ ຂາຍໄມ້, ຂາຍບໍ່ແຮ່, ສ້າງເຂື່ອນ, ສໍາປະທານ ທີ່ດິນ ພັດບໍ່ຮູ້ ຈໍານວນ ທີ່ ຊັດເຈນ, ຊຶ່ງ ມາເບິ່ງ ມັນລະຄື ກັນກັບວ່າ ການ ຈັບຫົວ ບໍ່ເຫັນຫາງ ເອົາແທ້ ເອົາວ່າ.

ປະເທດ ລາວ ບໍ່ມີພຽງ ຣາຍຮັບໜ້ອຍ ກວ່າ ຣາຍຈ່າຍ ເທົ່ານັ້ນ, ແຕ່ຍັງມີ ບັນຫາ ສໍ້າຣາສ ບັງຫຼວງ ແລະ ບໍ່ສາມາດ ປາບປາມ ໄດ້ ອີກດ້ວຍ. ຖ້າເປັນ ເຊັ່ນນີ້ ມັນກໍເປັນ ທໍານອງ ທີ່ວ່າ ທຶນ ກໍຫາຍ ກໍາໄລ ກໍກ້ຽງ ແລ້ວ ຊິບໍ່ໃຫ້ ປະເທດ ລາວ ໝົດເນື້ອ ໝົດຕົວ ໄດ້ແນວ ໃດ ລະ ທ່ານ ຜູ້ ສະຫລາດ ສ່ອງໃສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.