ປະເທດລາວ ບໍ່ສາມາດສົ່ງງົວອອກໄປຂາຍໃຫ້ຈີນໄດ້ຕາມຄາດໝາຍ 50,000 ໂຕໃນປີ 2021 ຄືໄດ້ພຽງແຕ່ 2,000 ປາຍໂຕ ຍ້ອນການຣະບາດຂອງໂຄວິດ-19 ແລະພະຍາດຜິວໜັງອັກເສບງົວ-ຄວາຍ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກກະສິກໍາ ແລະປ່າໄມ້ແຂວງຫລວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມົກກະຣານີ້.
ທ່ານເວົ້າວ່າ ແຂວງທີ່ມີທ່າແຮງ ແລະຄວາມສາມາດໃນການສົ່ງງົວອອກໄປຈີນ ໃນປີ 2021 ທີ່ເຊື້ອໂຄວິດ-19 ຍັງຣະບາດຢູ່ປະເທດລາວ ແລະປະເທດເພື່ອນບ້ານ ຢ່າງຕໍ່ເນື່ອງເຮັດໃຫ້ຕ້ອງໄດ້ຍຸຕິເຄື່ອນຍ້າຍງົວ ລະຫວ່າງຊາຍແດນໄທຍ-ລາວ ຊຶ່ງງົວຈໍານວນຫລາຍ ທີ່ຊາວ ບ້ານລາວ ແລະເຈົ້າຂອງຟາມລ້ຽງງົວ ມັກສັ່ງຊື້ງົວຈາກພໍ່ຄ້າຝັ່ງໄທຍ ແລ້ວມາລ້ຽງຢ່າງໜ້ອຍ 21 ມື້ ໃຫ້ມັນຕຸ້ຍ. ຫລັງຈາກນັ້ນກໍສົ່ງໄປຂາຍໃຫ້ຈີນ ຍ້ອນງົວຈາກຝັ່ງໄທຍ ໄດ້ນໍ້າໜັກມາຕຖານ ຄື 500 ກິໂລກຣາມຂຶ້ນເມືອ ຕາມທີ່ຈີນກໍານົດໃຫ້, ງົວລາວທີ່ຊາວ ບ້ານນິຍົມກັນລ້ຽງຕາມທັມຊາດ, ໂຕນ້ອຍ ຈີນບໍ່ມັກ. ພ້ອມກັນນັ້ນການຣະບາດຂອງພະຍາດຜິວໜັງອັກເສບງົວ-ຄວາຍ ຢູ່ 7 ແຂວງຂອງລາວ ທີ່ເຣີາມມາຕັ້ງແຕ່ເດືອນເມສາ 2021 ນັ້ນ ກໍສົ່ງຜົລໃຫ້ຝ່າຍຈີນ ປະກາດຫ້າມນໍາງົວ ແລະຜະລິຕພັນຈາກງົວເຂົ້າປະເທດ. ທັງໝົດນັ້ນ ເປັນສາເຫດທີ່ເຮັດໃຫ້ລາວບໍ່ສາມາດສົ່ງງົວອອກໄປຈີນ ໄດ້ຕາມເປົ້າໝາຍ.
ດັ່ງທີ່ທ່ານກ່າວວ່າ:
" ສົ່ງອອກແຕ່ງວດດຽວນຶ່ງ ຢູ່ແຂວງ ເວົ້າເຣື່ອງພະຍາດງົວນະ ເຮົາກໍນໍາເຂົ້າບໍ່ໄດ້ເດ໋ ນໍາເຂົ້າຜ່ານມານໍາເຂົ້າຍາກ ຢູ່ບ້ານເຮົາມັນບໍ່ນັ້ນປານໃດ ຣະບົບອາຫານງົວ ໃຫ້ຕາມກໍານົດບໍ່ໄດ້. "
ໃນຂະນະດຽວກັນ ຢູ່ບາງທ້ອງຖິ່ນ ຊາວບ້ານທີ່ລ້ຽງງົວເປັນສິນຄ້າ ກໍບໍ່ສາມາດຂາຍງົວໃຫ້ຟາມງົວໄດ້ ເນື່ອງຈາກງົວຂອງຕົນຕິດພະຍາດຜິວໜັງອັກເສບແລ້ວບາງໂຕ, ງົວແມ່ທົນພິດບາດແຜບໍ່ໄຫວກໍຕາຍ. ເມື່ອແມ່ງົວຕາຍແລ້ວ ລູກງົວກໍບໍ່ມີນົມກິນ, ຈ່ອຍ ເຮັດໃຫ້ງົວບໍ່ໄດ້ຕາມມາຕຖານ ຕາມທີ່ຈີນຕ້ອງການ ມາຕັ້ງແຕ່ເດືອນເມສາ ເຖິງເດືອນມິຖຸນາ 2021 ອັນເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ການສົ່ງງົວລາວ ໄປຈີນ ບໍ່ໄດ້ຕາມຄາດໝາຍ.
ດັ່ງຊາວບ້ານທີ່ລ້ຽງງົວ ຢູ່ແຂວງສວັນນະເຂດ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
" ແລ້ວປີກາຍນີ້ ມີພະຍາດລະບາດຢູ່ ແລ້ວບາງຄົນກໍສັກຢາອິຫຍັງບໍ່ທັນ ມັນກໍເສັຽຫາຍ ໂຕທີ່ພໍ່ແມ່ມັນຕາຍ ແລ້ວລູກມັນບາງໂຕ ກໍຈ່ອຍ ຖ້າເປັນລູກນ້ອຍນະ ເພາະມັນບໍ່ໄດ້ກິນນົມ ຂາຍງົວບໍ່ຄ່ອຍໄດ້ ເພາະວ່າລາຄາມັນກໍຖືກ ເພິ່ນບໍ່ຄ່ອຍຂາຍ ລ້ຽງມັນໄວ້ ບາງເທື່ອມັນກໍຕາຍ ໂດຍທີ່ວ່າບໍ່ໄດ້ຫຍັງເລີຍ ຕາຍຖີ້ມລ້າໆ ເພາະວ່າປະຊາຊົນ ເຂົາກໍບໍ່ໄດ້ສຶກສາກ່ຽວກັບການລ້ຽງງົວດີ ຫັ້ນນ່າ. "
ຊາວບ້ານທີ່ລ້ຽງງົວຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ກໍເວົ້າໃນມື້ດຽວກັນນີ້ວ່າ ບາງທ້ອງຖິ່ນ ປົກກະຕິ ຊາວບ້ານທີ່ລ້ຽງງົວເປັນສິນຄ້າ, ສາມາດຂາຍງົວຂອງຕົນໃຫ້ຟາຣ໌ມງົວໄດ້ ແຕ່ຍ້ອນມີການຣະບາດ ຂອງພະຍາດຜິວໜັງອັກເສບ ງົວ-ຄວາຍ ເຮັດໃຫ້ຊາວບ້ານໄດ້ຮັບຜົລກະທົບໂດຍກົງ ຄືຊາວບ້ານຂາຍງົວໄດ້ໃນລາຄາຫລຸດລົງຈາກເດີມ ຄືແຕ່ກ່ອນຂາຍໄດ້ກິໂລລະ 100 ບາດ, ແຕ່ປີທີ່ຜ່ານມາ ຈົນຮອດປັດຈຸບັນ ຂາຍໄດ້ພຽງແຕ່ກິໂລລະ 85 ບາດເທົ່ານັ້ນ, ຖືວ່າບໍ່ຄຸ້ມຄ່າແຮງງານ ແລະເວລາທີ່ສູນເສັຽໄປ.
" ຄືຫລຸບທຶນ ເພາະ ວ່າງົວມັນຫລາຍ ແລ້ວເຂົາເຈົ້າ ຊື້ມັນມີໜ້ອຍ ຄົນຜູ້ລ້ຽງມັນມີຫລາຍ ລາຄາມັນກໍຖືກ ມາເບິ່ງແລ້ວ ມາເກີດແລ້ວມາຕາຍຫັ້ນ ເຂົາເຈົ້າຂາດທຶນ ໂຕທີ່ມັນປົວໄດ້ ກໍຈ່າຍຄ່າຢາຢູ່ ຄ່າຢາມັນແພງ. "
ຊາວບ້ານທີ່ລ້ຽງງົວ ຢູ່ແຂວງໄຊຍະບູຣີ ອີກຜູ້ນຶ່ງກໍເວົ້າວ່າ ປັດຈຸບັນ ການຄ້າຂາຍຊາຍແດນ, ສັດໃຫຍ່ງົວ-ຄວາຍ ລະຫວ່າງ ລາວ, ຈີນ, ໄທຍ ແມ່ນຍັງພົບອຸປສັກ ທີ່ອາຈເຮັດໃຫ້ ການສົ່ງງົວລາວ ອອກໄປຈີນ ຍັງຈະບໍ່ໄດ້ຕາມຄາດໝາຍ. ທັງນີ້ກໍຍ້ອນວ່າ ນັກທຸຣະກິຈຈີນທີ່ຮັບຊື້ງົວ ຈາກພໍ່ຄ້າລາວ ຕ້ອງການທີ່ຈະເປັນພໍ່ຄ້າມືນຶ່ງເອງ ທີ່ຈະຮັບຊື້ງົວຈາກທາງຝັ່ງໄທຍໂດຍກົງ, ຈະບໍ່ຍອມຜ່ານພໍ່ຄ້າຄົນກາງ ທີ່ເປັນຄົນລາວ. ໃນຂະນະດຽວກັນ ພໍ່ຄ້າງົວໄທຍ ກໍຍັງບໍ່ສົ່ງງົວໃຫ້ພໍ່ຄ້າລາວ ທີ່ເປັນຄົນກາງ ເພື່ອຈະມີກໍາໄລຫລາຍຂຶ້ນ.
" ເຮົາເປັນພໍ່ຄ້າຄົນກາງໄດ້ ສົ່ງໃຫ້ຈີນຫັ້ນນ່າ ບາດນີ້ຈີນນີ້ ແມ່ນມັນຢາກຊື້ຕາມເຟສຕາມຫຍັງແລ້ວ ແລ້ວໃຫ້ເຮົາ ເອົາຂ້າມໃຫ້ ເສັຽປຽບແລ້ວພາກັນເຊົາ ດຽວນີ້ນ່າ ບາດຈີນຫັ້ນນ່າ ດຽວນີ້ມັນຕໍ່ລອງ ມັນຢາກໄດ້ເອງ ມັນຢາກເປັນພໍ່ຄ້າມືນຶ່ງ ມາແຕ່ໄທຍເລີຍ ບໍ່ຢາກໃຫ້ມັນໄປມັນເບິ່ງຮອດທ່າຂ້າມ ທ່າອິຫຍັງຫັ້ນນ່າ. "
ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ເມືອງສິງ ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມົກກະຣາ ນີ້ວ່າ ເຈົ້າຂອງຟາຣ໌ມງົວຈີນ ຢູ່ແຂວງນີ້ ຂາດທຶນ ຈາກການເປັນມືກາງໃນການສົ່ງງົວລາວ ໄປຈີນ ໃນປີ 2021. ປັດຈຸບັນ ເຈົ້າຂອງຟາຣ໌ມງົວຈີນ ຢູ່ແຂວງຫລວງນໍ້າທາ ກໍາລັງເຮັດເອກສານເພື່ອດໍາເນີນການສົ່ງງົວລາວໄປຈີນຢູ່ ຊຶ່ງຄາດວ່າ ຫລັງກຸດຈີນ ງົວລາວຈະຖືກສົ່ງໄປຈີນ ເປັນເທື່ອທໍາອິດ ໃນປີ 2022 ນີ້.
" ທາງບໍຣິສັດ ກໍຍັງຊາດທຶນຢູ່ ຍັງບໍ່ທັນໄດ້ມີກໍາໄຣເທື່ອເນາະ ມັນກໍຍັງຄາຢູ່ ກ່ຽວກັບການຣະບາດຂອງພະຍາດ ໂຄວິດ-19 ນີ້ແຫລະ. ຣັຖບານຈີນຍັງສັ່ງໂຈະ ບໍ່ທັນໃຫ້ນໍາເຂົາເທື່ອ ປັດຈຸບັນນີ້ກໍາລັງປະກອບເອກສານ ຄາດວ່າກິນບຸນກິນຈຽງເນາະ ກຸດຈີນແລ້ວຄາດວ່າ ຈະນໍາສົ່ງອອກໄດ້ແລ້ວ ແຕ່ວ່າຍັງເປັນແຜນຢູ່ ແຕ່ວ່າດຽວນີ້ ປະທານບໍຣິສັດ ຍັງແລ່ນໂກຕ້າ ທາງຈີນຢູ່ເນາະ. "
ປັດຈຸບັນ ລາວ ສາມາດຄວບຄຸມການຣະບາດ ຂອງພະຍາດຜິວໜັງອັກເສບ ງົວ-ຄວາຍໄດ້ແລ້ວ ແລະໄດ້ຣາຍງານໄປຫາ ອົງການພະຍາດສັດສາກົລ ຫລື OIE ເພື່ອຂໍໃຫ້ລຶບຊື່ປະເທດລາວ ອອກຈາກບັນຊີປະເທດ ທີ່ພະຍາດດັ່ງກ່າວ ກໍາລັງຣະບາດ ແລະກໍາລັງຢູ່ໃນຂັ້ນຕອນ ການເຈຣະຈາຄືນ. ກ່ຽວກັບການອະນຸຍາດໃຫ້ນໍາງົວຈາກປະເທດລາວ ເຂົ້າຈີນໄດ້ ແລະກໍາລັງຈັດຕັ້ງປະຕິບັດ ມາຕການຕ່າງໆ ຕາມຂໍ້ກໍານົດ ກ່ຽວກັບເງື່ອນໄຂ ດ້ານສຸຂອະນາມັຍຕ່າງໆ ທີ່ປະເທດລາວ ໄດ້ເຊັນສັນຍາຮ່ວມກັບປະເທດຈີນ, ອີງຕາມຂໍ້ມູລຂອງສໍານັກຂ່າວລາວ.