ຣັຖບານລາວສືບຕໍ່ພັທນາ ຂແນງ ພະລັງງານ
2021.05.24

ທາງການລາວ ຍັງສືບຕໍ່ເອົາການພັທນາ ຂແນງພະລັງງານ ເປັນທ່າແຮງອັນສໍາຄັນ ໃນການສ້າງຣາຍຮັບເຂົ້າສູ່ປະເທດ ໂດຍ ປັດຈຸບັນ ໄດ້ເລັ່ງຮ່າງຍຸທສາດພັທນາ ພະລັງງານ ແຫ່ງຊາດ ເຮັດໃຫ້ເປັນຣະບົບພະລັງງານ ທີ່ມີຄວາມໝັ້ນຄົງ ສ້າງຣາຍຮັບ ແລະຂັບເຄື່ອນເສຖກິຈ ຂອງປະເທດ ແລະໃນພາກພື້ນ, ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ທີ່ບໍ່ປະສົງອອກ ຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ພຶສພາ ນີ້ວ່າ:
“ເນັ້ນຫຼັກໆ ຊ້ວງນີ້ລະແມ່ນພະລັງງານ ທີ່ສະອາດເນາະ ເພາະຢາກໃຫ້ມີການອອກຄວາມຄິດຮ່ວມທຶນກັນ ແລ້ວກະພັທນາຊ່ວຍ ກັນເນາະ, ແຕ່ວ່າໂຄງການໂຕນັ້ນ ມັນນອນຢູ່ໃນ ບໍຣິສັດໂຕໃດຊີ້ນ່າ ເຮົາກະເບິ່ງຄືກັນ ວ່າຜູ້ຮ່ວມທຶນເຮົາມາຈາກ ພາກສ່ວນໃດ ແລ້ວກະມີປະສົບການແນວໃດ ອິຫຍັງຕ່າງໆເນາະ.”
ທ່ານກ່າວຕື່ມວ່າຮ່າງຍຸທສາດການພັທນາ ພະລັງງານແຫ່ງຊາດ ສະບັບໃໝ່ຍັງເນັ້ນໜັກ ໃນເຣື່ອງການພັທນາພະລັງງານສະອາດ ເຊັ່ນ ການຜລິດໄຟຟ້າຈາກພະລັງງານນໍ້າ ທີ່ ເປັນພະລັງງານສະອາດ, ປອດພັຍ, ຄຸ້ມຄ່າ ແລະ ຍືນຍົງ ຈາກແຫຼ່ງນໍ້າ ທີ່ອຸດົມ ສົມບູນໃນລາວ ແລະຮ່າງຍຸທສາດສະບັບໃໝ່ນີ້ ຈະເບິ່ງໄປເຖິງຣາຍຣະອຽດ ຂອງໂຄງການລົງທຶນ, ບໍຣິສັດຜູ້ລົງທຶນ ແລະປະສົບ ການຂອງຜູ້ລົງທຶນ ວ່າມີສັກກະຍາພາບພຽງໃດ ເພື່ອຢັັ້ງຢືນວ່າ ໂຄງການທີ່ຈະພັທນານັ້ນ ມີຄວາມປອດພັຍ ແລະບໍ່ກະທົບຕໍ່ສິ່ງ ແວດລ້ອມ ແລະ ສັງຄົມນໍາດ້ວຍ.
ສໍາລັບຮ່າງຍຸທສາດ ການພັທນາພະລັງງານແຫ່ງຊາດ ແມ່ນຈະຖືກສເນີໃຫ້ພິຈາຣະນາ ຕໍ່ກອງປະຊຸມສະພາແຫ່ງຊາດ ໃນໄລຍະ ກາງປີນີ້ ຫາກຜ່ານການຮັບຮອງ ຈາກສະພາ ແຫ່ງຊາດແລ້ວ ແຜນພັທນາດັ່ງກ່າວ ຈະເລີ່ມປະກາດໃຊ້ ນັບແຕ່ປີ 2021 ຫາ ປີ 2030.
ຂນະທີ່ ນັກວິຊາການ ດ້ານພະລັງງານຂອງລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່, ຕໍາແໜ່ງ ແລະອົງການ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ ດຽວກັນນີ້ວ່າ ແຜນຍຸທສາດການພັທນາ ພະລັງງານແຫ່ງຊາດຂອງລາວ ໄລຍະຜ່ານມາຖືວ່າ ໄດ້ຮັບສຽງວິພາກວິຈານ ຈາກສາກົລ ຂ້ອນຂ້າງໜັກສົມຄວນ ໂດຍສະເພາະ ເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຈາກໂຄງການສ້າງເຂື່ອນໄຟຟ້າ.
ສະນັ້ນແລ້ວ ຮ່າງແຜນຍຸທສາດ ສະບັບໃໝ່ນີ້ ໄດ້ມີການປັບປຸງຫຼາຍຢ່າງ ເພື່ອໃຫ້ສອດຄ່ອງກັບແຜນຍຸທສາດ ໃນການເປັນຜູ້ນໍາ ດ້ານພະລັງງານໃນພູມິພາກ ແລະ ທາງການລາວ ກໍໄດ້ນໍາເອົາຂໍ້ທັກທ້ວງຕ່າງໆ ຈາກສາກົລໄປປັບປຸງໃຫ້ດີຂຶ້ນ ກວ່າເກົ່ານໍາດ້ວຍ, ດັ່ງທ່ານກ່າວວ່າ:
“ແຜນຍຸທສາດຂອງ ສປປລາວ ຫຼາຍໆບັນຫາແຫຼະ ສໍາລັບທາງຣັຖບານລາວ ຕ້ອງໄດ້ແກ້ຕາມຫຼັກການ ຂອງຂະເຈົ້າຫັ້ນເນາະ ເຣື່ອງບັນຫາທີ່ສາກົລເພິ່ນທ້ວງທັກທ້ວງມາ ອາຈຊິໄດ້ແກ້ໄຂ ຫັ້ນແຫຼະ ປັບປຸງໄປ ເພື່ອສຶກສາເພີ່ມເຕີມແມ່ນຫຍັງ.”
ທ່ານກ່າວຕື່ມວ່າ ການລົງທຶນດ້ານພະລັງງານໃນລາວ ເຫັນວ່າຈີນ ຈະຍັງຄົງເປັນຜູ້ລົງທຶນຣາຍໃຫຍ່ ຂອງປະເທດສ່ວນໄທຍ ແລະ ວຽດນາມ ຈະເປັນຜູ້ຊື້ໄຟຟ້າ ຈາກລາວເປັນຫຼັກ ເນື່ອງຈາກປະເທດດັ່ງກ່າວ ມີຖານເສຖກິຈທີ່ໃຫຍ່ ແລະຂຍາຍຂຶ້ນນັບມື້ ສະນັ້ນ ຄວາມຕ້ອງການໃຊ້ໄຟຟ້າ ຈຶ່ງສູງຂຶ້ນຂນານກັນໄປ ແລະ ປະເທດລາວ ຖືເປັນແຫຼ່ງພະລັງງານ ທີ່ສໍາຄັນ ຂອງໃນພາກພື້ນນີ້.
ກ່ຽວກັບເຣື່ອງນີ້ ຊາວລາວຜູ້ນຶ່ງ ໃນແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຢາກໃຫ້ທາງການລາວ ປ່ຽນໄປ ລົງທຶນດ້ານພະລັງງານທົດແທນ ຫຼາຍກວ່າ ເຊັ່ນ: ພະລັງງານແສງຕາເວັນ ແລະ ພະລັງງານລົມ ເພາະເຫັນວ່າ ໂຄງການດັ່ງກ່າວ ຜົລກະທົບບໍ່ໜັກ ແລະ ບໍ່ຮຸນແຮງເທົ່າກັບ ໂຄງການສ້າງເຂື່ອນໄຟຟ້າ ແລະບໍ່ມີການໂຍກຍ້າຍ ປະຊາຊົນອອກຈາກພື້ນທີ່:
“ຊິໃຄກວ່າສ້າງເຂື່ອນດອກ ເພາະວ່າມັນບໍ່ໄດ້ໃຊ້ ແນວອື່ນນະມັນນະ ມີແຕ່ຕັ້ງໃຫ້ມັນປິ່ນເອງມັນເນາະ ຄັນວ່າບໍ່ໄດ້ມີ ຜົລກະທົບ ກະເຮົາລົງທຶນກະບໍ່ຫຼາຍ ຄັນບໍ່ມີການໂຍກຍ້າຍ ປະຊາຊົນນີ້ກະ ຕົ້ນທຶນກະຕໍ່າ.”
ຊາວລາວຜູ້ນຶ່ງ ໃນແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເປັນດີຢ່າງຍິ່ງ ກັບຍຸທສາດການພັທນາ ຂອງທາງ ການລາວ ເນື່ອງຈາກເປັນການດືງ ນັກທຸຣະກິຈ ເຂົ້າມາລົງທຶນ ເຊິ່ງຈະເຮັດໃຫ້ທາງການລາວ ມີຣາຍຮັບເຂົ້າປະເທດ, ແຕ່ການລົງ ທຶນນັ້ນ ທາງການລາວ ຕ້ອງຄໍານຶງເຖິງຜົລກະທົບຕ່າງໆ ທີ່ຈະເກີດຂຶ້ນກັບປະຊາຊົນລາວ ນໍາດ້ວຍ:
“ດືງນັກທຸຣະກິຈ ເຂົ້າມາລົງທຶນ ມັນກະໄດ້ພັນທະໃຫ້ເມືອງ ທາງຣັຖບານ ຫັ້ນແຫຼະເນາະ ຄັນບໍ່ຖືກເຂດທໍາການຜລິດ ບໍ່ຖືກບ່ອນ ສໍາຄັນ ທາງວັທນະທັມ ປະຊາຊົນເຂົາກະຊິ ເຫັນດີ ຢູ່ຕິ ເຣື່ອງນີ້.”
ກ່ຽວກັບທິດທາງ ເຣື່ອງພະລັງງານໃນລາວ ທ່ານ ດວງສີ ພາລາຍົກ ກັມມະການຜູ້ຈັດການ ແລະ ປະທານບໍຣິຫານ ບໍຣິສັດຜລິດ ໄຟຟ້າລາວມະຫາຊົນ ຫຼື EDL-Gen ໄດ້ກ່າວຕໍ່ສື່ມວນຊົນ ໄທຍ ໃນມື້ວັນທີ 27 ເມສາ 2021 ຜ່ານຣະບົບທາງໄກ ກ່ຽວກັບການ ຂັບເຄື່ອນ ໃຫ້ ສປປລາວ ກ້າວສູ່ຜູ້ຜລິດ ໄຟຟ້າພະລັງງານສະອາດ ເພື່ອຄວາມໝັ້ນຄົງ ຂອງອາຊຽນ.
ເຊິ່ງໃນບາງຕອນທ່ານກ່າວວ່າ ປະເທດລາວມີສັກກະຍະພາບ ດ້ານການຜລິດໄຟຟ້າ ຈາກພະລັງງານນໍ້າ ທີ່ເປັນພະລັງງານສະອາດ ແລະມີແຫຼ່ງຊັພຍາກອນ ທີ່ອຸດົມສົມບູນ ແລະ ໝັ້ນຄົງສູງ ເຊິ່ງຈະຊ່ອຍສນອງຄວາມຕ້ອງການ ໃນການໃຊ້ໄຟຟ້າ ເພື່ອສ້າງຄວາມ ໝັ້ນຄົງ ດ້ານພະລັງງານ ແລະຂັບເຄື່ອນເສຖກິຈ ຂອງປະເທດລາວ ແລະ ພາກພື້ນອາຊ້ຽນ ໄດ້ເປັນຢ່າງດີ:
“ຢູ່ໃນ ສປປລາວ ນີ້ກະມີທ່າແຮງ ທາງດ້ານທັມຊາດ ນີ້ແມ່ນອັນດັບນຶ່ງ ກະແມ່ນການຜລິດ ກະແສໄຟຟ້າ ດ້ວຍພະລັງນໍ້າ ແລະໄດ້ ເດີນຕາມແນວທາງທີ່ຣັຖບານ ໄດ້ວາງໄວ້ໃຫ້ ເປັນຜູ້ຜລິດໄຟຟ້າຣາຍໃຫຍ່ຢູ່ ສປປລາວ ແລະເປັນຣາຍນຶ່ງ ທີ່ຢູ່ໃນຂົງເຂດອາຊຽນ ທີ່ສາມາດສນອງພະລັງງານໄຟຟ້າ ໃຫ້ຢູ່ພາຍໃນ ແລະຕ່າງປະເທດ.”
ກ່ອນໜ້ານີ້ ທ່ານ ດຣ ດາວວົງ ພອນແກ້ວ ຣັຖມົນຕຣີ ກະຊວງພະລັງງານ ແລະບໍ່ແຮ່ ກໍເຄີຍກ່າວວ່າ ປະເທດລາວ; “ມີທ່າແຮງ ການພັທນາ ພະລັງງານໄຟຟ້ານໍ້າຕົກ, ຖ່ານຫິນ, ພະລັງງານແສງຕາເວັນ, ພະລັງງານລົມ, ຣະບົບສາຍສົ່ງ ເຊື່ອມຕໍ່ກັບບັນດາ ປະເທດ ພາກພື້ນແມ່ນໍ້າຂອງ ເຊິ່ງອາຈມາລົງທຶນໃນຮູບແບບ ລົງທຶນ 100% ຫຼືຮ່ວມລົງທຶນ ກັບບໍຣິສັດ ພາຍໃນລາວ ກໍໄດ້.”
ນອກຈາກນີ້ ທ່ານ ດຣ. ດາວວົງ ຍັງໄດ້ເຊີນຊວນ ໃຫ້ນັກທຸຣະກິຈ, ນັກລົງທຶນ ຂອງປະເທດຈີນ ເຂົ້າມາລົງທຶນດ້ານພະລັງງານ ຢູ່ ປະເທດລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ນໍາດ້ວຍ.
ມາຮອດປັດຈຸບັນ ປະເທດລາວ ມີແຫຼ່ງຜລິດໄຟຟ້າ ແລ້ວຈໍານວນ 78 ແຫ່ງ ມີກໍາລັງຕິດຕັ້ງ ທັງໝົດ 9,972 ເມກາວັດ ແລະມີແຜນ ຈະສ້າງແຫຼ່ງ ຜລິດໄຟຟ້າໃຫ້ໄດ້ 100 ແຫ່ງ ເພື່ອຜລິດໄຟຟ້າ ໃຫ້ໄດ້ 30,000 ເມກາວັດ ພາຍໃນປີ 2030.
ອີງຕາມສັນຍາຊື້-ຂາຍໄຟຟ້າ ຣະຫວ່າງລາວ ກັບບັນດາປະເທດເພື່ອນບ້ານຣະບຸວ່າ ລາວຈະຂາຍໄຟຟ້າໃຫ້ໄທຍ 9,000 ເມກາວັດ, ວຽດນາມ 5,000 ເມກາວັດ, ກັມພູຊາ 6,000 ເມກາວັດ ແລະ ພະມ້າ 100 ເມກາວັດ.