ການຊອກຫາຜູ້ສໍ້ຣາສ ຕ້ອງໃຊ້ ເວລາ
ການກວດກາ ຊອກຫາຜູ້ທີ່ ສໍ້ຣາສບັງຫຼວງ ຍັງຕ້ອງຈະໃຊ້ ເວລາດົນ ເພາະຈະມີການ ຊັກທອດ ໄປເຖິງຫຼາຍຄົນ ກ່ຽວຂ້ອງ ກັບຫຼາຍ ພາກສ່ວນ.
-
ສິດນີ
2017-11-22 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ດ້ານການກວດກາຣັຖບານ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອວັນທີ 20 ພຶສຈິກາ ນີ້ວ່າ ຕໍ່ຄວາມສົງໃສ ຂອງສາທາຣະນະຊົນ ທີ່ຢາກໃຫ້ມີການນຳເອົາ ບຸກຄົນທີ່ກ່ຽວຂ້ອງ ກັບການສໍ້ຣາສບັງຫຼວງ ມາລົງໂທສນັ້ນ ຍັງຕ້ອງໃຊ້ເວລາຕື່ມອີກດົນ ເພາະຈະມີການຊັກທອດ ໄປຫາຫລາຍຄົນທີ່ກ່ຽວຂ້ອງ ກັບຫລາຍພາກສ່ວນ, ດັ່ງທ່ານທີ່ໄດ້ກ່າວ ໃນຕອນນຶ່ງວ່າ:
“ຢູໃນຣະບຽບເພິ່ນກະມີກຳນົດເນາະວ່າ 3 ເດືອນຕໍ່ໄດ້ອີກ 3 ເດືອນ ຕໍ່ໄດ້ອີກ 3 ເດືອນ ໝາຍຄວາມວ່າປີ 1 ວ່າຊັ້ນສາ, ໃນການ ຄົ້ນຄວ້ານ່າ. ແຕ່ວ່າເຮັດມາມັນກະມີ ຫຼາຍອັນຫຍຸ້ງຍາກ ລະມັນກະຊັກທອດໄປຫາ ແຕ່ລະບ່ອນເດ ລະກະຕໍ່ໆໄປອີກ, ຫັ້ນນ່າ. ສະເພາະຜູ້ກ່ຽວ ແມ່ນໃຊ້ເວລາປີ 1 ເນາະ, ແຕ່ມັນຍັງຕ້ອງ ຜູ້ຕໍ່ໄປອີກເດ ມັນຊັກທອດ ຊັກທອດໄປ. ມັນຕ້ອງໃຊ້ເວລາ, ຫັ້ນນ່າ ມັນມີຫຼາຍພາກສ່ວນ ມາກ່ຽວຂ້ອງເດ.”
ທ່ານກ່າວເພີ້ມວ່າ ຕາມກົລໄກການກວດການັ້ນ ນອກຈາກຈະກວດພົບເຫັນບຸກຄົນ ທີ່ລ້ຳລວຍຜິດປົກກະຕິ ຫຼືບຸກຄົນທີ່ສໍ້ຣາສບັງຫຼວງແລ້ວ ກໍຈະມີ “ໜ່ວຍງານຕິດຕາມ ກວດກາຜົລຂອງ ການກວດກາ” ໃນການຊອກຫາ, ຮິບຊັພສິນ ແລະ ຢຶດຊັພທີ່ຜູ້ກະທັມຜິດ ຄອບຄອງນັ້ນ ກັບມາຄືນສູ່ຣັຖ.
“ຖ້າຜູ້ໃດຢູ່ໃນກໍຣະນີທີ່ວ່າ ມີການຮ້ອງຟ້ອງວ່າມີການສໍ້ຣາສບັງຫຼວງ ຫັ້ນນ່າ ເພິ່ນຈະກວດເວລາ ນັ້ນຫັ້ນນ່າ. ຖ້າວ່າມີລ້ຳລວຍ ຜິດປົກກະຕິ ລະເວລາມີຜູ້ຮ້ອງຟ້ອງ ມີຫຍັງຫັ້ນນ່າ ເວລານັ້ນລະຕ້ອງໄດ້ ເອົາຄືນໝົດ ເວລາຖືກຮ້ອງຟ້ອງ ເວລາຖືກຕັດສິນວ່າ ມີການກະທັມຜີດ ມັນຈະຕ້ອງໄດ້ເອົາໝົດແຫຼະ ທີ່ສໍ້ຣາສບັງຫຼວງໄປຫັ້ນນ່າ, ກະຢຶດໝົດແຫຼະ."
ໃນໄລຍະກອງປະຊຸມສະພາແຫ່ງຊາຕ ສມັຍສາມັນເທື່ອ 4 ຂອງສະພາແຫ່ງຊາຕລາວ ຊຸດທີ 8 ທີ່ຜ່ານມາ, ຍານາງ ວາລີ ເວຊພົງ, ສສຊ ເຂດ 1 ນະຄອນຫຼວງວຽງຈັນ ໄດ້ສເນີໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫາ ການສໍ້ຣາສບັງຫຼວງ ຢ່າງຈິງຈັງ, ໂດຍສະເພາະ ການສົມຮູ້ ຮ່ວມຄິດ ຂອງກຸ່ມຄົນ ໃນກົງຈັກຣັຖ ແລະ ພາກທຸຣະກິຈ ທີ່ເປັນສິ່ງກົດໜ່ວງຖ່ວງດຶງ ແລະເປັນພັຍຂົ່ມຂູ່ ອັນຮ້າຍແຮງ ຕໍ່ການພັທນາ ເສຖກິຈ-ສັງຄົມ ຂອງຊາຕ ພ້ອມທັງສເນີໃຫ້ ມີການກວດສອບຊັພສິນ ຍາຕຕິພີ່ນ້ອງຂອງ ຜູ້ກະທັມຜິດ ແລະ ຢຶດຊັພສິນເຂົ້າມາເປັນ ຂອງຣັຖ.
“ຂ້າພະເຈົ້າຂໍສເນີບາງມາຕການຄືແນວນີ້ ໂຕທີນຶ່ງແມ່ນ ຖ້າເຮົາມີເປົ້າໝາຍສົງໃສແລ້ວຫັ້ນນ່າ ແລະ ກະອາຈມີຫຼັກຖານຈຳນວນນຶ່ງ ທີ່ຄິດວ່າເປົ້າໝາຍນີ້ຜິດ ສັ່ງພັກການກ່ອນໄດ້ບໍ່? ອັນນີ້ຂໍຕັ້ງຄຳຖາມ ເພື່ອດຳເນີນການກວດສອບ ຈົນໃຫ້ມັນຈົບເນາະ. ໃນຂະນະດຽວກັນ, ກໍໃຫ້ດຳເນີນການກວດຊັພສິນ ເພາະວ່າປັດຈຸບັນ ພວກເຮົາມີການແຈ້ງ ຊັພສິນເນາະອີງໃສ່ ເພາະອີງໃສ່ການແຈ້ງ ຊັພສິນລະກວດຄືນ ຖ້າເຫຼືອລະຮິບຄືນຫມົດ, ໂຕຢ່າງ. ລວມທັງຄອບຄົວ ລວມທັງຍາດພີ່ນ້ອງ ທີ່ເຫັນວ່າມີສາຍໄຍ ເຖິງກັນເນາະ."
ທ່ານ ບຸນທອງ ຈິຕມະນີ, ຮອງນາຍົກຣັຖມົນຕຼີ ແລະ ປະທານອົງການກວດກາຣັຖບານ ໄດ້ຣາຍງານຕໍ່ກອງປະຊຸມ ເທື່ອຫຼ້າສຸດນີ້ວ່າ ມີການຮົ່ວໄຫຼ ຂອງງົບປະມານ ຈຳນວນເງິນມະຫາສານ ຢູ່ໃນໂຄງການລົງທຶນ ຂອງຣັຖຫຼາຍໂຄງການ ໃນສົກປີ 2013-14 ແລະ 2014-15. ພາຍຫຼັງທີ່ຜ່ານການກວດກາ ໄດ້ພົບເຫັນຫຼາຍໂຄງການ ມີມູລຄ່າສູງ ເມື່ອທຽບໃສ່ຣາຄາຫົວໜ່ວຍ ທີ່ກະຊວງກ່ຽວຂ້ອງ ໄດ້ກໍານົດອອກ, ມີຫຼາຍໂຄງການບໍ່ເຮັດໄປຕາມ ການອອກແບບ, ມີການດັດແກ້ແບບ, ບໍຣິມາດ ແລະ ໜ້າວຽກ, ມີການປ່ຽນແປງ ຫຼຸດລົງ, ແຕ່ມູລຄ່າໃນສັນຍາຍັງຄືເກົ່າ. ມີໂຄງການທີ່ບໍ່ໄດ້ປະມູນ ແລະ ໂຄງການທີ່ມີການປະມູນ, ແຕ່ບໍ່ຖືກຕ້ອງປະມານ 100 ໂຄງການ ໃນມູລຄ່າປະມານ 5 ພັນປາຍຕື້ກີບ.