ທາງຣົດໄຟສ້າງບັນຫາຢູ່ ຂ.ອຸດົມໄຊ
2021.01.26

ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ໄລຍະຜ່ານມາ ແຂວງອຸດົມໄຊ ຜູ້ຮັບຜິດຊອບການກໍ່ສ້າງ ໄດ້ຈົກດິນໄປຖົມເນື້ອທີ່ທໍາກິນ ການຜລິດ ແລະຣະບົບຊົລປະທານຂອງ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊ. ຫຼາຍຄອບຄົວໃນເຂດດັ່ງກ່າວ ບໍ່ສາມາດທໍາການ ຜລິດໄດ້ເປັນ ປົກກະຕິ, ດັ່ງ ຊາວເມືອງນາໝໍ້ ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 26 ມົກຣາ 2021 ວ່າ:
"ກະຖົມດິນໄຮ່ດິນສວນນະ ກໍແມ່ນເຂົາດຸດທາງຖົມດິນຍັງບໍ່ໄດ້ແກ້ໄຂເທື່ອນະ, ມາເອົາຂໍ້ມູນຊື່ໆຍັງບໍ່ໄດ້ແກ້ໄຂແນວໃດ ກໍມີໂຕເລກ ຢູ່ຫັ້ນໝົດ, ດຽວນີ້ເຂົາກໍຍັງບໍ່ໄດ້ຊ່ອຍເທື່ອນ່າ."
ຊາວບ້ານໄດ້ກ່າວຕື່ມວ່າ ທີ່ຜ່ານມາຜູ້ຖືກຜົລກະທົບຫຼາຍຄົນ, ເຄີຍສເນີໄປຍັງບໍຣິສັດ ວິສວະກັມທາງຣົດໄຟ ເລກ 5 ສປຈີນ ເຊິ່ງ ຮັບຜິດຊອບການສ້າງທາງຣົດໄຟລາວ-ຈີນ ຢູ່ ແຂວງອຸດົມໄຊ ຫຼາຍເທື່ອແລ້ວ, ເພື່ອຮຽກຮ້ອງຄ່າຊົດເຊີຍ, ແລະ ຂໍໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ມາຊ່ອຍແກ້ໄຂ, ແຕ່ເຣື່ອງທີ່ສເນີໄປ ກໍຍັງມິດງຽບ, ບໍ່ມີພາກສ່ວນໃດລົງມາແກ້ໄຂໃຫ້ເທື່ອ.
ການກໍ່ສ້າງອຸໂມງ ຢູ່ເຂດເມືອງໄຊ ກໍໄດ້ເຮັດໃຫ້ຣະບົບນໍ້າລິນ ຢູ່ບ້ານປາງແມງ, ບ້ານວັງຍານ ແລະ ບ້ານຫ້ວຍໝອກ ມີສະພາບ ບົກແຫ້ງ ເຮັດໃຫ້ຫຼາຍຮ້ອຍຄອບຄົວ ທີ່ໃຊ້ຣະບົບ ນໍ້າລິນ ໃນຊີວິດປະຈຳວັນ ໄດ້ຮັບຜົລກະທົບ, ຍ້ອນບໍ່ມີນໍ້າລິນໃຊ້ມາເປັນເວລາ 2 ປີ ແລ້ວ, ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂ. ດັ່ງຊາວບ້ານອີກທ່ານນຶ່ງໄດ້ກ່າວວ່າ:
"ເສັ້ນທາງຣົດໄຟ ໂຕນີ້ແມ່ນຖືກແລວນໍ້າຂອງບ້ານນີ້, ຈັ່ງວ່າມັນຕັດສາຍນໍ້າໝົດ, ທັງສອງແຫ່ງແລ້ວໝົດ. ບ້ານນີ້ນະສະພາແຂວງ ສະພາເມືອງກະໄປຫາໝົດແລ້ວ ໂຄງການຂອງ ອັນນັ້ນກໍໄປຫາໝົດແລ້ວ, ເຂົາບໍ່ທັນແກ້ໄຂແນວໃດ, ເຣີ້ມແຕ່ມື້ເຂົາມາສ້າງທາງ ຣົດໄຟມານີ້ນ່າ."
ນັບແຕ່ຣະບົບນໍ້າລິນແຫ່ງນີ້ ຖືກຕັດຂາດຊາວບ້ານຫຼາຍຮ້ອຍຄອບຄົວ, ຕ້ອງໄດ້ຍ່າງໄປຕັກນໍ້າຫ້ວຍມາໃຊ້. ຫ້ວຍທີ່ຊາວບ້ານໄປ ຕັກມາໃຊ້ນັ້ນກໍປະສົບກັບບັນຫາ ແຫ້ງແລ້ງເປັນ ບາງເທື່ອ. ດັ່ງຊາວບ້ານອີກຄົນນຶ່ງໄດ້ກ່າວວ່າ:
"ນໍ້າລິນນີ້ແຕ່ກ່ອນອ້າຍຢູ່ນີ້, ກໍມີແຕ່ວ່າແຫ້ງແລ້ງໝົດແລ້ວ, ໄປກິນພວກຫັ້ນຕົງນັ້ນມີຫ້ວຍນ້ອຍແດ່ເອີໂຕຫັ້ນ ກາຢາກໄດ້ແທ້ ມາສົມທົບກັນແນ່."
ຕໍ່ກັບບັນຫາທີ່ເກີດຂຶ້ນ ທາງບໍຣິສັດວິສວະກັມ ທາງຣົດໄຟ ເລກ 5 ສປຈີນ, ທີ່ມີຫ້ອງການຢູ່ ແຂວງອຸດົມໄຊ ບໍ່ໄດ້ອອກມາຊີ້ແຈງ ແລະແກ້ໄຂບັນຫາດັ່ງກ່າວ ແຕ່ຢ່າງໃດເຊິ່ງບັນຫາ ນີ້ເກີດຂຶ້ນຕັ້ງແຕ່ເຣີ້ມກໍ່ສ້າງ ທາງຣົດໄຟລາວ-ຈີນ ໄລຍະຜ່ານແຂວງອຸດົມໄຊ ເມື່ອ ສອງປີຜ່ານມາ.
ກໍຣະນີເກີດຜົລກະທົບ ຕໍ່ກັບຊາວບ້ານທີ່ກ່ຽວພັນ ເຖິງໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ທາງບໍຣິສັດຜູ້ຮັບເໝົາ ຕ້ອງເປັນຜູ້ ຮັບຊອບ, ດັ່ງທີ່ທາງແຂວງອຸດົມໄຊ ໄດ້ມີຂໍ້ກຳນົດ ໃຫ້ບໍຣິສັດ ທີ່ຮັບເໝົາຕ້ອງໄດ້ຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນຜູ້ເສັຽຫາຍ. ດັ່ງເຈົ້າໜ້າທີ່ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ໄດ້ກ່າວວ່າ:
"ເອີກະບ່ອນໃດ ແລວທາງມັນຖືກນາ, ຖືກສວນກະຕ້ອງໄດ້ຖືກແຫຼະເນາະ. ພັກ-ຣັຖ ເພິ່ນກະໄດ້ຂໍ້ກຳນົດ ອອກມາຊົດເຊີຍພໍ່ແມ່ ປະຊາຊົນໂຄງການມັນຊິແລ້ວລະເດ້ ເຂົາກະຢາກ ໃຫ້ມັນແລ້ວ."
ອີງຕາມບົດຣາຍງານ ຂອງໂຄງການສ້າງທາງ ຣົດໄຟລາວ-ຈີນ ປະຈຳແຂວງອຸດົມໄຊ, ເມື່ອເດືອນ ພຶສຈິກາ ປີກາຍວ່າ, ສາເຫດ ທີ່ເກີດຂຶ້ນຍ້ອນວ່າ ບໍຣິສັດຮັບເໝົາກໍ່ສ້າງ, ເຮັດໄປຕາມລຳພັງ, ໂດຍບໍ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງ ໄດ້ຮັບຮູ້. ເມື່ອເວລາເກີດບັນຫາ ຂໍ້ຂັດແຍ່ງ ກັບຊາວບ້ານແລ້ວ, ຈຶ່ງບອກໃຫ້ເຈົ້າໜ້າທີ່ມາຊ່ອຍໄກ່ເກັ່ຽ.
ບົດຣາຍງານຍັງຣະບຸຕື່ມວ່າ, ການສ້າງບ້ານຈັດສັນໃຫ້ຊາວບ້ານ, ຢູ່ເມືອງນາໝໍ້ ທີ່ຈະຖືກຍົກຍ້າຍ ຍ້ອນໂຄງການກໍສ້າງທາງຣົດໄຟ ລາວ-ຈີນ ປັຈຈຸບັນຍັງບໍ່ທັນໄດ້ລົງມືກໍ່ສ້າງເທື່ອ, ສ່ວນບັນຫາຫ້ວຍນໍ້າບົກແຫ້ງ ຈາກການເຈາະອຸໂມງ, ຢູ່ບ້ານພູຫວດ ເມືອງງາ ທີ່ໄດ້ສົ່ງຜົລກະທົບ ຕໍ່ເນື້ອທີ່ນາ ຂອງຊາວບ້ານ ຈຳນວນ 35 ເຮັກຕ້າ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ.
ມາຮອດປັຈຈຸບັນການຊົດເຊີຍໃຫ້ຊາວບ້ານ, ທີ່ໄດ້ຮັບຜົລກະທົບຢູ່ແຂວງອຸດົມໄຊ, ໄດ້ຈ່າຍຄ່າຊົດເຊີຍໄປແລ້ວ 4 ງວດ ໃນຈຳນວນ 1.233 ຄອບຄົວ. ໃນນັ້ນມີ ເມືອງໄຊ, ເມືອງນາໝໍ້ ແລະ ເມືອງງາ ຕົກເປັນມູນຄ່າຊົດເຊີຍ 133 ຕື້ກີບ. ແຜນການຊົດເຊີຍງວດທີ 5 ມີ 66 ຄອບຄົວ ຕົກເປັນມູນຄ່າ 61 ຕື້ກີບ ແຕ່ຍັງບໍ່ຮູ້ວ່າຈະຈ່າຍຄ່າຊົດເຊີຍເມື່ອໃດ.
ໂຄງການທາງຣົດໄຟ ລາວ-ຈີນ ໄລຍະຜ່ານແຂວງອຸດົມໄຊ ມີຄວາມຍາວທັງໝົດ 126 ກິໂລແມັດ, ມີອຸໂມງ 32 ແຫ່ງ , ສະຖານີ 9 ແຫ່ງ ໄລຍະທໍາອິດ ໄດ້ສ້າງພຽງ 3 ສະຖານີ ຢຸູ່ເມືອງນາໝໍ້, ເມືອໄຊ ແລະ ເມືອງງາ.