ຣົດໄຟລາວຈີນຍັງຈະສືບຕໍ່

ພິທີທາງສາສນາ ໃນມື້ວາງສີລາຣຶກ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ
ພິທີທາງສາສນາ ໃນມື້ວາງສີລາຣຶກ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ (RFA)

0:00 / 0:00

ສຳນັກຂ່າວ ຣອຍເຕີ ຣາຍງານວ່າ ທາງການລາວ ແລະຈີນ ຍັງຕັ້ງໃຈ ໃນການສ້າງ ທາງຣົດໄຟ ຈາກຂຸນຫມິງ ຫາ ນະຄອນຫຼວງ ວຽງຈັນ ນັ້ນຢູ່, ເຈົ້າຫນ້າທີ່ ທັງສອງ ປະເທດ ກ່າວ ໃນອາທິດ ນີ້ວ່າ ໂຄງການ ຣົດໄຟ ລາວ-ຈີນ ຍັງຈະ ສືບຕໍ່ໄປ ເຖິງວ່າຈະມີ ການຊັກຊ້າ ແດ່ເລັກນ້ອຍ ກໍຕາມ.

ເສັ້ນທາງຣົດໄຟສາຍ ດັ່ງກ່າວ ມີແຜນການ ຈະເຊື່ອມຕໍ່ ຜ່ານ ໄທ ໄປຫາ ມາເລເຊັຽ ແລະ ສິງກະໂປ ຈາກ ຂຸນຫມິງ ຂອງຈີນ ຊຶ່ງ ເປັນພາກສ່ວນ ຂອງ ແຜນການ ໂຄງຮ່າງ ພື້ນຖານ ເສັ້ນທາງ ຄົມມະນາຄົມ ຜ່ານ ເອເຊັຽ ທີ່ເອີ້ນວ່າ ເສັ້ນທາງ ວົງແຫວນ ຫລື One Belt One Road ຂອງຈີນ. ທາງການລາວ ໄດ້ວາງ ສິລາລຶກ ໃນໂຄງການ ດັ່ງກ່າວ ໃນ ເດືອນທັນວາ ຜ່ານມາ ແຕ່ຈົນ ເຖິງ ປັດຈຸບັນ ຍັງບໍ່ໄດ້ ລິເລີ້ມ ຫຍັງເລີຍ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດ ຮອງນາຍົກ ຣັຖມົນຕຣີ ລາວ ກ່າວວ່າ ການກໍ່ສ້າງ ຊັກຊ້າ ເປັນຍ້ອນວ່າ ທາງການລາວ ຍັງ ບໍ່ສຳເຣັດ ການສຶກສາ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ຊຸມຊົນ ເທື່ອ. ທ່ານ ກ່າວຕໍ່ ສຳນັກຂ່າວ ຣອຍເຕີ ວ່າຂໍ້ຕົກລົງ ຕ່າງໆ ບໍ່ມີການ ປ່ຽນແປງ ແຕ່ ທະນາຄານ ຈີນ ໄດ້ ເຂັ້ມງວດຕໍ່ ທາງການລາວ ໃຫ້ ປະຕິບັດ ຕໍ່ການ ສຶກສາ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ຊຸມຊົນ ເປັນຢ່າງດີ.

ທ່ານ ສົມສະຫວາດ ເປັນຜູ້ ຮັບຜິດຊອບ ຝ່າຍລາວ ໃນໂຄງການ ດັ່ງກ່າວ ຈົນຮອດ ເວລາ ທ່ານ ອອກບຳນານ ໃນ ຕົ້ນປີນີ້ ແຕ່ຍັງ ພົວພັນ ຢ່າງໃກ້ຊິດ ກັບ ກະຊວງ ທີ່ ກ່ຽວຂ້ອງ ໃນໂຄງການ ນີ້ຢູ່ ໃນທຸກມື້ນີ້.