ການບໍຣິຫານຣົດໄຟ ມີບັນຫາ ທ້າທາຍ
2020.12.03
ໃນວັນທີ 14 ພຶສຈິກາ ຜ່ານມາ ທ່ານ Xiao Qian Wen ຜຸ້ອໍານວຍການໃຫຍ່ ບໍຣິສັດ ທາງຣົດໄຟລາວ-ຈີນ ໄດ້ຣາຍງານຄວາມຄືບໜ້າ ການກໍ່ສ້າງໂຄງການເສັ້ນທາງ ຣົດໄຟ ລາວ-ຈີນ ຕໍ່ຄະນະ ສະມາຊິກສະພາແຫ່ງຊາດ ເນື່ອງໃນໂອກາດການຢ້ຽມຢາມໂຄງການ ດັ່ງກ່າວວ່າ:
ມາຮອດປັດຈຸບັນ ດ້ານການກໍ່ສ້າງທັງຫມົດແມ່ນສໍາເລັດແລ້ວ 88% ເຊິ່ງ ລວມທັງການ ວາງລາງ, ເຈາະອຸໂມງ, ສ້າງສະຖານີ, ສ້າງຂົວ ແລະ ອື່ນໆ ຄາດວ່າຈະໃຫ້ສຳເຣັດຕາມ ກຳນົດເວລາ ພ້ອມເປີດໃຊ້ໃນທ້າຍປີ 2021.
ທ່ານໄດ້ ກ່າວເຖີງບັນຫາທ້າທາຍຫລາຍຢ່າງກ່ຽວກັບ ຣະບົບຄວາມປອດພັຍ ຄືໄລຍະ ຜ່ານມາ ມີບາງທ້ອງຖິ່ນ ຍັງຂາດຄວາມເອົາໃຈໃສ່ ຕໍ່ລະບຽບ ແລະ ຫລັກການດ້ານ ຄວາມປອດພັຍຕໍ່ຊີວິດ ແລະ ໂຄງການ ເຊັ່ນ ລັກເຮັດຂົວຂ້າມ ລາງຣົດໄຟ ເອງ, ໂດຍບໍ່ແຈ້ງພາກສ່ວນກ່ຽວຂ້ອງ, ປ່ອຍໃຫ້ສັດລ້ຽງ ເຂົ້າໄປໃນເຂດ ທາງຣົດໄຟ ແລະ ລັກເອົາຫົວນັອດ ຈັບລາງລົດໄຟ ໄປຂາຍ, ມ້າງຮົວກັ້ນເສັ້ນທາ່ງ ຣົດໄຟ ຖືວ່າເປັນບັນຫາຕໍ່ ຄວາມປອດໄພ ອາດນຳໄປສູ່ການເກີດ ອຸປຕິເຫດ ແລະ ຜົນເສັຽຫາຍ ອັນມະຫາສານ ໃນອະນາຄົດ ໄດ້. ທ່ານວ່າ ວຽກງານດ້ານຄວາມປອດພັຍ ຍັງຖືວ່າເປັນບັນຫາ ທ້າທາຍຫລາຍຢູ່ ທ່ານໄດ້ຮຽກຮ້ອງໃຫ້ ບັນດາສະມາຊິກ ສະພາແຫ່ງຊາດແຕ່ລະເຂດ ຊ່ວຍເປັນກະບອກສຽງ ໂຄສະນາ ດ້ານຄວາມປອດພັຍ ໃຫ້ກັບປະຊາຊົນ ຜູ້ທີ່ຢູ່ອ້ອມເສັ້ນທາງຜ່ານ ຂອງຣົດໄຟລາວ-ຈີນ ໃຫ້ຫຼາຍຂຶ້ນ.
ໃນຂນະດຽວກັນ ທ່ານ ສາຍທອງ ແກ້ວດວງດີ ປະທານ ກັມມະທິການ ກົດໝາຍສະພາ ແຫ່ງຊາດ, ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຕາງໜ້າຄະນະຜູ້ແທນ ໄດ້ສະແດງຄວາມຊົມເຊີຍ ຕໍ່ການປະຕິບັດໜ້າທີ່ ຂອງພະນັກງານ ທຸກຄົນຮວມເຖິງ ພາກສ່ວນກ່ຽວຂ້ອງຕ່າງໆ ທີ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ ຢ່າງແຂງແຮງ ໃນການກໍ່ສ້າງທາງ ຣົດໄຟ ລາວ-ຈີນ ທີ່ເຮັດໃຫ້ໂຄງການ ມີຄວາມຄືບໜ້າ, ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະປຸກຣະດົມ ໃຫ້ປະຊາຊົນຊາວ ນະຄອນຫຼວງວຽງຈັນ ຮ່ວມທັງຊາວລາວ ທົ່ວປະເທດ ໃຫ້ການຮ່ວມມື ກັບໂຄງການນີ້ ຢ່າງຈິງຈັງ ໂດຍສະເພາະໃນການປົກປັກຮັກສາ ເສັ້ນທາງຣົດໄຟ, ປ້ອງກັນບໍ່ໃຫ້ ສັດລ້ຽງຜ່ານເຂົ້າໄປ ໃນບໍຣິເວນຣົດໄຟ ແລ່ນຜ່ານ ແລະ ສະກັດກັ້ນ ກຸ່ມຄົນບໍ່ດີ ເຂົ້າໄປລັກນ໊ອດ ລາງຣົດໄຟ ເພື່ອຄວາມປອດໄພ ແລະ ປ້ອງກັນອຸບັດຕິເຫດ ທີ່ຈະເກີດຂື້ນ.
ກ່ຽວກັບເຣື້ອງນີ້ ເຈົ້າຫນ້າທີ່ຮັບຜິດຊອບກ່ຽວກັບວຽກງານຄຸ້ມຄອງທາງຣົດໄຟ ລາວ-ຈີນ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 17 ພຶສຈິກາ ຜ່ານມາວ່າ:
“ມັນມີຢູ່ມັນມີເຂດນອກນີ້ ການລັກຕັດເຄື່ອງ ທາງຣົດໄຟນີ້ ກະແມ່ນເຫລັກ ເຄື່ອງວັສດຸ ກໍ່ສ້າງ ເຂົາລັກເອົາຕາມປະຊາຊົນ ເຂົາແຫຼະລັກ ພວກວັສດຸທີ່ຈີນ ຂະເຈົ້າເອົາມາ ວາງໄວ້ ຕາມແຄມທາງຫັ້ນ ບໍ່ມີຜູ້ເຝົ້າ ເຂົາກະໄປລັກໄປດືງເອົາ ເຂົາກະຊີ່ແມ່ນເອົາໄປຂາຍ ຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ຫລັງຈາກມີເຫດເກີດຂຶ້ນ ໃນບາງທ້ອງຖິ່ນກໍສາມາດຕາມຈັບ ຜູ້ກໍ່ເຫດໄດ້ ແຕ່ບາງເຂດຍັງສາມາດຈັບໄດ້ ໂດຍສະເພາະເຂດທີ່ ຫ່າງໄກສອກຫລີກ ແລະ ບໍ່ສາມາດ ເວົ້າໄດ້ວ່າ ມີເຂດໃດແດ່ ແລະ ເກີດຂຶ້ນຫລາຍປານໃດ ຍ້ອນຂາດການ ລາດຕະເວັນ ແລະ ສິ້ງຊອມ ຈາກ ເຈົ້າຫນ້າທີ່ທ້ອງຖິ່ນ ແຕ່ເຖິງຢ່າງໃດກໍຕາມ ໃນປັດຈຸບັນ ທາງການຣົດໄຟ ກໍໄດ້ມອບໃຫ້ ເຈົ້າຫນ້າທີ່ ຫ້ອງການໂຍທາທິການ ແລະ ຂົນສົ່ງ ແຂວງແລະເມືອງ ເປັນຜູ້ກວດກາ ເຝົ້າຣະວັງ ຮ່ວມທັງແນະນຳ ໃຫ້ປະຊາຊົນ ບໍ່ໃຫ້ບັນຫາດັ່ງກ່າວ ເກີດຂື້ນອີກ.
ເຈົ້າຫນ້າທີ່ເມືອງຫີນເຫີບ ແຂວງວຽງຈັນ ທ່ານນຶ່ງເວົ້າວ່າ ຜ່ານມາ ທາງການລາວ ກໍໄດ້ແຕ່ງຕັ້ງ ແລະ ມອບຫມາຍຄວາມຮັບຜິດຊອບ ໃຫ້ແກ່ເຈົ້າຫນ້າທີ່ ຂັ້ນບ້ານ ແຕ່ລະທ້ອງຖິ່ນ ຮ່ວມທັງ ຊາວບ້ານ ເປັນຜູ່ຕິດຕາມກວດກາ ຄວາມຮຽບຮ້ອຍ ຕາມເສັ້ນທາງຣົດໄຟ ລາວ-ຈີນ ໃນເຂດບ້ານໃຜມັນ ເພື່ອປ້ອງກັນ ບໍ່ໃຫ້ຄົນບໍ່ດີ ມາລັກອຸປກອນ ທາງຣົດໄຟ ແລະ ຫ້າມຊາວບ້ານບໍ່ໃຫ້ ປ່ອຍສັດລ້ຽງເຂົ້າໄປໃນ ແຣວທາງຣົດໄຟ.
“ກະມີສ່ວນຮ່ວມ ຄຸ້ມຄອງນຳ ພາຍໃນບ້ານຫັ້ນນະ ກະຕ້ອງພາກັນເບີ່ງແຍງ ແລະ ຄຸ້ມຄອງຫັ້ນນະ ເປັນຕົ້ນກະເບິ່ງແຍງ ເຣື້ອງຄວາມປອດພັຍ ບໍ່ໃຫ້ຄົນຂີ້ລັກ ໄປມ້າງເອົາເຫລັກ ເອົາຣາງເຂົາຕ່າງໆ ຫັ້ນແຫລະ ມ້າງຮົ້ວ ມ້າງຮາວຂະເຈົ້າ ໃນການປະຕິບັດ ມັນກະສ້າງບົດບັນທຶກ ແກ່ ປະຊາຊົນ ເພື່ອວ່າໃຫ້ທາງຣົດໄຟ ມີຄວາມປອດພັຍສູງຫັ້ນນະ."
ທ່ານກ່າວຕື່ມວ່າ ນອກຈາກບັນຫາ ມີຄົນລັກຖອດເຫລັກຣົດໄຟ ແລ້ວ ກໍຍັງມີບັນຫາອື່ນໆອີກ ທີ່ເກີດຂື້ນກັບວຽກງານ ບໍຣິຫານຈັດການ ເສັ້ນທາງຣົດໄຟ ເປັນຕົ້ນ ຊາວບ້ານມັກເຮັດ ທາງຂ້າມລາງຣົດໄຟ ດ້ວຍໂຕເອງ ໂດຍບໍ່ແຈ້ງເຈົ້າຫນ້າທີ່ ນອກຈາກນັ້ນ ກໍຍັງມີຊາວບ້ານ ປ່ອຍສັດລ້ຽງ, ງົວ, ຄວາຍ ຫລື ແບ໊ ເຂົ້າໄປໃນແຣວເສັ້ນທາງຣົດໄຟ ໂດຍບໍ່ຄຳນືງເຖິງ ຜົລກະທົບທີ່ຈະເກດີດຂື້ນ.
ຊາວບ້ານ ອີກທ່ານນື່ງເວົ້າວ່າ ກໍຣະນີ ທີ່ຊາວບ້ານຖອດເອົາເຫລັກຣົດໄຟ ນອກຈາກ ຈະເອົາໄປ ຂາຍແລ້ວ ຍັງມີອີກຊາວບ້ານ ຈຳນວນນຶ່ງຖອນຖີ້ມ ໂດຍເຈຕນາ ຍ້ອນບໍ່ພໍໃຈ ທີ່ໂຄງການຣົດໄຟ ໄປກວມເອົາດິນຂະເຈົ້າ ໂດຍຈ່າຍຄ່າຊົດເຊີຍ ຫນ້ອຍ ແລະບໍ່ເປັນທັມ.
“ຄິດວ່າ ມັນຈະມີການ ຕໍ່ສູ້ຢູ່ດອກ ປະຊາຊົນບໍ ຫລືວ່າຄົນທົ່ວໄປ ມັນຕ້ອງໄປເຮັດແນວ ບໍ່ດີ ບໍ່ງາມ ແຫລະບາງເທື່ອເຂົາເສັຽ ຜົລປໂຍດ ຈາກດິນເຂົາຊີ້ແມ່ນບໍ່ ເຂົາອາດຈະຄິດເລັກ ຄິດນ້ອຍ ກະບໍ່ຮູ້ ອັນນີ້ແມ່ນເຂົາ ຕ້ອງເຮັດອັນໃດອັນນຶ່ງ ທີ່ວ່າບໍ່ດີບໍ່ງາມ ຄັນວ່າເພິ່ນຄວບຄຸມໄດ້ ຫລືວ່າ ທົດແທນໄດ້ເນາະ ເພາະວ່າ ແຕ່ລະປະເທດ ທັງໂລກກະຕ້ອງມີເດ໋.”
ຊາວບ້ານເມືອງກາສີ ແຂວງວຽງຈັນ ຜູ້ທີ່ຢູ່ໃກ້ເສັ້ນທາງຣົດໄຟ ທ່ານນຶ່ງເວົ້າວ່າ ຜ່ານມາຮອດ ປັດຈຸບັນ ຕົນບໍ່ເຄີຍເຫັນ ພະນັກງານໂຄງການ ຣົດໄຟ ລາວ-ຈີນ ມາອົບຮົມບໍ່ໃຫັ ປະຊາຊົນ ເຂົ້າໄປແຣວທາງຣົດໄຟ ແຕ່ກະເຫັນພວກພະນັກງານຈີນ ມາເຊົ່າບ່ອນພັກໃກ້ກັບ ທາງຣົດໄຟ ເພື່ອເຮັດວຽກວາງ ຣາງຣົດໄຟ ແລະ ເບິ່ງແຍງວັສດຸຕາມ ແຣວທາງ. ແຕ່ ບໍ່ເຫັນເຈົ້າຫນ້າທີ່ລາວ ເຂົ້າມາແນະນຳ ຊາວບ້່ານ.
“ຂະເຈົ້າຄືບໍ່ເວົ້ຫຍັງ ຂະເຈົ້າມາເຊົ່າຢູ່ນີ້ເດ ມີພວກໄຟຟ້າ ພວກທາງຣົດໄຟຫັ້ນມາເຊົ່າ ຢູ່ນີ້ໄດ້ 2-3 ເດືອນລະ ກະບໍ່ໄກປານໃດ ປະມານ 1 ຫລັກປາຍ ເພິ່ນ ກຳລັງວາງລາງ ລະກະແລ້ວໄປຫຼາຍແລ້່ວເດ ແຖວນີ້ ແຖວກາສີແລ້ວໄປຫລາຍແລ້ວ.”
ເຖິງຢ່າງໃດກໍຕາມ ທ່ານ XIAO QIAN WEN ຍັງກ່າວຢໍ້າຕໍ່ ສະມາຊິກ ສະພາ ແຫ່ງຊາດ ວ່າໃນໄລຍະຜ່ານມາ ບາງທ້ອງຖິ່ນໃນລາວ ຍັງຂາດຄວາມເຂົ້າໃຈ ດ້ານຄວາມປອດພັຍ ຢູ່ ແລະ ເປັນອັນຕະຣາຍ ຕໍ່ຊິວິດ ແລະໂຄງການ ໃນບັນຫາດັ່ງກ່າວນີ້ຢູ່ ຈື່ງຢາກຮຽກຮ້ອງ ໃຫ້ ສະມາຊິກ ສະພາ ໂຄສະນາ ໃຫ້ປະຊາຊົນຮູ້ ແລະ ເຂົ້າໃຈໃນບັນຫານີ້.
ມາຮອດປັດຈຸບັນ ໂຄງການຣົດໄຟ ລາວ-ຈີນ ມີຄວາມຄືບຫນ້າແລ້ວ 88% ການກໍ່ສ້າງ ກຳລັງເຂົ້າການວາງຣາງ ສ້່າງສະຖານີ ຣົດໄຟ ແລະ ອື່ນໆ ຫລາຍເຂດກໍສຳເຣັດແລ້ວ ຄາດວ່າຈະໃຫ້ແລ້ວ ເປີດໃຊ້ຕາມກຳນົດເວລາ ໃນທ້າຍປີ 2021.
ເຖິງແມ່ນວ່າ ໂຄງການຣົດໄຟ ລາວ-ຈີນ ຈະຄືບຫນ້າຫລາຍແລ້ວກໍຕາມ ປະຊາຊົນຫລາຍບ້ານ ຍັງບໍ່ຮັບຄ່າຊົດເຊີຍ ຫມົດເທື່ອ ມາຮອດປັດຈຸບັນ ຊາວບ້ານຢູ່ຫຼາຍທ້ອງຖິ່ນ ໃນຫຼາຍແຂວງ ຂອງລາວ ທີ່ເປັນທາງຜ່ານ ຂອງໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ຍັງລໍຖ້າຄ່າຊົດ ຈາກ ໂຄງການ ດັ່ງກ່າວ ດ້ວຍຄວາມຫວັງ.
ນອກຈາກບັນຫາ ຄວາມປອດພັຍແລ້ວ ຍັງມີບັນຫາການ ສ້າງວຽກເຮັດງານທຳ ໃຫ້ແກ່ຄົນງານລາວ ນຳອີກ ບໍຣິສັດ ທາງຣົດໄຟ ລາວ-ຈີນ ຈຳກັດ ໄດ້ປະກາດ ເມື່ອທ້າຍເດືອນກຸມພາ 2020 ວ່າ ຈະສ້າງງານ 600-700 ຕໍາແໜ່ງ ເພື່ອປະກອບເຂົ້າ ໃນການບໍຣິການ ຣົດໄຟ ລາວ-ຈີີນ. ແຕ່ຊຸດທຳອິດ ໄດ້ປະກາດ ສມັກເອົາ 300 ຄົນ ເພື່ອມາຝຶກອົບຮົມ ຂັ້ນພື້ນຖານ.
ຈາກນັ້ນ, ຈະສົ່ງພະນັກງານ ທີ່ຖືກຄັດເລືອກ ໄປຝຶກງານ ຢູ່ເມືອງຄຸນໝິງ, ມົນທົນຢູນານ ປະເທດຈີນ ເປັນເວລາ 16-18 ເດືອນ, ແຕ່ໂດຍພື້ນຖານ ຜູ້ສມັກ ຕ້ອງໄດ້ພາສາຈີນ ເປັນຫຼັກ.
ແຕ່ຫລາຍພາກສ່ວນ ເວົ້າວ່າ ໂຄງການຣົດໄຟ ລາວ-ຈີນ ອາດຈ້າງຄົນງານ ຈາກຕ່າງ ປເທດຫລາຍກວ່າ ຄົນງານລາວ ເປັນຕົ້ນຄົນຈີນ ຄົນວຽດນາມ ໄທຍ ແລະ ພະມ້າ ຍ້ອນມີສີມື ແລະ ການຝຶກອົບຮົມ ໃນການເຮັດວຽກ ກ່ຽວກັບ ການຣົດໄຟ ຫລາຍກວ່າຄົນງານລາວ ດັ່ງຄົນລາວ ທີ່ອາສັຍຢູ່ໃກ້ກັບ ພື້ນທີ່ກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນເມືອງນາຫມໍ້ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 23 ພຶສຈິີກາ ປີ 2020 ວ່າ:
“ສ່ວນໃຫຍ່ຂະເຈົ້າກະມີ ແຕ່ຄົນຈີນໄດ່ ຂ້ອຍຮູ້ສຶກສາ ຂ້ອຍຢ້ານວ່າ ຂະເຈົ້າຊີ່ບໍ່ຈ້າງ ຄົນລາວ ຫລາຍກວ່າ ຖ້າວ່າ ເຣື້ອງເລັກໆນ້ອຍໆ ທີ່ຈີນຂະເຈົ້າຂາດມື ກະອາດເອີ້ນຄົນລາວ ກຳມະກອນທົ່ວໄປນີ້ ຫນ່າຊິມີຢູ່ ແບບນີ້.”
ນັກວິຊການເວົ້າວ່າ ການຈ້າງງານໂດຍທົ່ວໄປ ໃນໂຄງການຣົດໄຟ ລາວ-ຈີນ ຄົນງານລາວ ຈະຖືກຈ້າງ ຫນ້ອຍກວ່າ ແຮງງານຕ່າງຊາດ ຍ້ອນວ່າ ຄົນງານລາວເຮັດວຽກ ຂາດຄວາມເອົາໃຈໃສ່ ແລະ ຂາດສີມືແຮງງານ.