ບໍຣິສັດ ຣົຖໄຟລາວ-ຈີນ ຍອມຮັບ ຍັງມີຫຼາຍບັນຫາ ຕ້ອງແກ້ໄຂ

ຫຼັງຈາກເປີດ ເສັ້ນທາງຣົຖໄຟລາວ-ຈີນ ຢ່າງເປັນທາງການ ມາໄດ້ເຄິ່ງປີ ໃນທີ່ສຸດ ບໍຣິສັດ ທາງຣົຖໄຟລາວ-ຈີນ ກໍອອກມາຍອມຮັບ ຂໍ້ຜິດພາດ ຫຼາຍຢ່າງ ໃນການບໍຣິການ ເຊັ່ນການຊື້ປີ້ຣົຖໄຟ, ຫ້ອງນ້ຳສາທາຣະນະ ແລະອື່ນໆ ທີ່ຜູ້ໃຊ້ບໍຣິການ ທັງພາຍໃນ ແລະຕ່າງປະເທດ ໄດ້ຮ້ອງຮຽນ ຂະນະທີ່ທາງພາກສ່ວນທີ່ກ່ຽວຂ້ອງ ຮັບປາກວ່າຈະແກ້ໄຂຕໍ່ໄປ.

ຜູ້ໂດຍສານ ທັງຊາວລາວ ແລະ ຕ່າງປະເທດ ຕໍ່ແຖວລໍຖ້າຊື້ປີ້ ແລະ ລໍຖ້າຂຶ້ນຣົຖໄຟ ຈຳນວນຫຼາຍ ຈົນເກີດຄວາມແອອັດ ທີ່ສະຖານີຫຼວງພຣະບາງ (TS), ເດືອນທັນວາ 2021. RFA

ບໍ​ຣິ​ສັດ ທາງ​ຣົ​ຖ​ໄຟ​ລາວ-ຈີນ ຍອມ​ຮັບ​ຂໍ້​ຜິດ​ພາດ ໃນ​ການ​ບໍ​ຣິ​ການ ຊື້-ຂາຍ​ປີ້ ຣົ​ຖ​ໄຟ ແລະ ຈະ​ເລັ່ງ ສ້າງ​ແອປ (App) ​ຂາຍ​ປີ້ຜ່ານ​ອອນ​ລາຍນ໌ ເພື່ອ​ໃຫ້​ບໍ​ຣິ​ການ ໃນ​​ທ້າຍ​ປີ 2022.

ທ່ານ ດາວ​ຈິນ​ດາ ສີ​ຫາ​ລາດ ຮອງ​ຜູ້​ອຳ​ນວຍ​ການໃຫຍ່ ບໍ​ຣິ​ສັດ​ຣົ​ຖ​ໄຟ​ລາວ-ຈີນ ໄດ້​ຊີ້​ແຈງ​ໃນ​ວັນ​ທີ 3 ສິງ​ຫາ 2022 ວ່າ ຍອມ​ຮັບ ຕໍ່​ຂໍ້​ຜິດ​ພາດ ແລະ ບັນ​ຫາ ໃນ​ການ​ບໍ​ຣິ​ການຣົ​ຖ​ໄຟ​ ລາວ-ຈີນ ທີ່​ເກີດ​ຂຶ້ນ ໂດຍ​ສະ​ເພາະ ການ​ບໍ​ຣິ​ການ ຊື້-ຂາຍ​ ປີຣົ​ຖ​ໄຟ ທີ່​ມີ​ຄວາມ​ຫຍຸ້ງ​ຍາກ ໃນ​ການ​ລໍ​ຖ້າ​ຊື້​ປີ້ດົນນານ ຈົນ​ເຮັດ​ໃຫ້​ມີ​ຄວາມ​ແອ​ອັດ ບໍ່​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຮ່ວມ​ເຖິງ ການ​ບໍ​ຣິ​ການ ຫ້ອງ​ນ້ຳສາ​ທາ​ຣະ​ນາ ບໍ່​ມີ​ໃຫ້​ຜູ້​ມາໃຊ້​ບໍ​ຣິ​ການ ແລະ ຍັງ​ມີ​ບັນ​ຫາ ກຸ່ມ​ຄົນ​ສວຍ​ໂອ​ກາດ ຊື້-ຂາ​ຍ​ປື້ ໄປ​ເກງ​ກຳ​ໄລ.  

ປັດ​ຈຸ​ບັນ ບໍ​ຣິ​ສັດທາງ​ຣົ​ຖ​ໄຟ​ລາວ-ຈີນ ກຳ​ລັງ​ຈະ​ເລັ່ງ​ປັບ​ປຸງ​ແກ້​ໄຂ ບັນ​ຫາ​ດັ່ງ​ກ່າວ ໂດຍບໍ​ຣິສັດກຳ​ລັງ​ສ້າງ​ລະ​ບົບ​ແອປ ຂາຍ​ປີ້ຜ່ານ​ທາງ​ອອນ​ລາຍ ແລະ ຄາດ​ວ່າຈະ​ສຳ​ເຣັດ ໃນ​ທ້າຍ​ປີ 2022.

ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ ໂຄງ​ການ​ທາງ​ຣົ​ຖ​ໄຟ ​ລາວ-ຈີນ ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ໃນ​ວັນ​ທີ 4 ສິງ​ຫາ ວ່າ:

ເຣື່ອງການແກ້ໄຂ ຄັນເພິ່ນແລງແລ້ວ ຕ້ອງໄດ້ແກ້ໄຂ ຕາມການແລງ ຂອງເພິ່ນຫັ້ນ ຕາມານແລງຫັ້ນ ຂອງເພິ່ນຫັ້ນ ກໍຢູ່ ໃນຊ້ວງດຳເນີນການເນາະ ການຂຽນປະກອບໂປຣແກຣມ. ຫ້ອງນ້ຳ ສະຖານນີນະຄອນຫລວງວຽງຈັນ ເພິ່ນມີການແກ້ໄຂເດ້ ແຕ່ວ່າ ມາເບິ່ງ ສະພາບຢູ່ ຫລວງຣະບາງ ຂ້າງນອກມີຈຳນວນນຶ່ງ. ເປັນຫ້ອງນ້ຳຊົ່ວຄາວ ກໍສາມາດແກ້ໄຂໄດ້ຫຼາຍ.”

ທ່ານ ກ່າວ​ຕື່ມ​ວ່າ ສ່ວນ​ຫ້ອງ​ນ້ຳ​ຢູ່​ສະ​ຖານ​ນີ ນະ​ຄອນ​ຫລວງວຽງ​ຈັນ ກໍ​ເຫັນວ່າ ​ບໍ​ຣິ​ສັດ​ທາງ​ຣົ​ຖໄຟ​ລາວ-ຈີນ ໄດ້​ແກ້​ໄຂໄປ​ແລ້ວ ໂດຍ​ໄດ້​ຈັດສັນ ຊັ້ນ​ສອງຂອງ​ອາ​ຄານ​ສະ​ຖານ​ນີ ມາ​ເປັນ​ຈຸດ​ບໍ​ຣິ​ການ​ຫ້ອງ​ນ້ຳ​ ໃຫ້​ຜູ້​ທີ່​ມາ​ລໍ​ຖ້າ​ຊື້​ປີ້ ສ່ວນ​ຢູ່​ນ​ະ​ຄອນ​ຫລວງພ​ຣະ​ບາງ ​ເຈົ້າ​ໜ້າ​ທີ່ ກໍ​ມີ​ບໍ​ຣິ​ການ​ຫ້ອງ​ນ້ຳ ດ້ານນອກ​ສະ​ຖານ​ນີ​ເຊັ່ນ​ກັນ ແຕ່ເປັນ​ການ​ບໍ​ຣິ​ການ​ຊົ່ວ​ຄາວ ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ເກີດ​ຂຶ້ນ.

ປັດ​ຈຸ​ບັນ​ ປະ​ຊາ​ຊົນທີ່​ມາ​ຊື້​ປີ້​ຣົ​ຖ​ໄຟ ກໍ​ຍັງ​ລໍ​ຖ້າດົນ​ນານ​ຄື​ເກົ່າ ແລະ ພະ​ນັກ​ງານ​ຂາຍ​ປີ້ ກໍ​ຍັງ​ຂາຍ​ເປັນ​ເວ​ລາ​ຄື​ເກົ່າ. ຍັງ​ມີ​ນາຍ​ໜ້າ ໄປ​​ຕໍ່​ຄິວ​ຖ້າ​ຊື້​ປີ້​ໃຫ້ລູກ​ຄ້າ​ ແລະ ຜູ້​ທີ່​ຊື້​ປີ້​ຈາກ​ນາຍ​ໜ້າ ຈະ​ຕ້ອງ​ເສັຽ​ຄ່າ​ຈອ​ງ​ເພີ່ມອີກ 40,000 ກີບ ຈາກ​ລາ​ຄາ​ປີ້​ປົກ​ຕິ.

ນາຍ​ໜ້າ​ຜູ້​ຮັບ​ຈອງ​ປີ້ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:  

ມັນກະຕໍ່ຄິວຍາຍຄືເກົ່າ ມັນກະຂາຍເປັນໂມງຄືເກົ່າ ເພາະວ່າ ຍັງແກ້ໄຂເຣື້ອງທີ່ວ່າ ໂຕແອອັດອັນຫຍັງ ບໍ່ໄດ້ ອັນນີ້ ກໍຂຶ້ນຢູ່ກັບຄວາມສະດວກ ຂອງຜູ້ຢາກຈອງ ຜູ້ໃດບໍ່ຢາກຜ່ານກະໄປເອງ. ຫ້ອງນ້ຳຂ້າງໜ້າຄືເກົ່າ ມັນເປັນເດີນແບບແປນຊື່ໆ ມັນບໍ່ທັນມີຫຍັງຢູ່.”

ນັກ​ທ່ອງ​ທ່ຽວ​ ຈຳ​ນວນນຶ່ງ ທີ່ບໍ່​ຢາກ​ລໍ​ຖ້າດົນ ຈຳ​ເປັນ​ຕ້ອງ​ຊື້​ປີ້​ນຳ​ນາຍ​ໜ້າ. ນາຍ​ໜ້າ​ທີ່​ຮັບ​ຈອງ​ປີ້​ຣົ​ຖ​ໄຟ ຢູ່​ນະ​ຄອນ​ຫລວງວຽງ​ຈັນ ອີກທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ມັນກໍເປັນແບບເກົ່າແຫຼະ, ແອອັດ ແບບເກົ່າ ເພາະວ່າ ສ່ວນຫຼາຍ ກໍແມ່ນ ກຼຸບທົວຊິ ເຂົາເຈົ້າກໍເຮັດໃບເນີໄປເອົາ ມັນແບບວ່າ ບໍ່ຖືກມື້ ຕຳກັນຫຼາຍ. ແບບວ່າ ບໍ່ໝີແຂກຫຼາຍ ເຮົາກໍພໍຈອງໃຫ້ໄດ້ ຫັ້ນນ່າ ເພາວ່າ ນັກເດີນທາງສ່ວນຫຼາຍ ເຂົາເຈົ້າໄປຕໍ່ຄິວຊິມັນດົນຊິເນາະ. ແລ້ວເຂົາເຈົ້າຈະເສັຽເວລາໄປທ່ຽວຫັ້ນນ່າ.”

ລະ​ບົບ​ຫ້ອງ​ນ້ຳ​ສາ​ທາ​ຣະ​ນະ ບໍ່​ສາ​ມາດ​ຮອງ​ຮັບ ຈຳ​ນວນ​ຜູ້​ຄົນ ທີ່​ໄປ​ໃຊ້​ບໍ​ຣິ​ການ ສ່ວນ​ວ່າ ຫ້ອງ​ນ້ຳ​ຢູ່​ໃນ​ສະ​ຖານ​ນີ ບາງ​ຄັ້ງ​ກໍ​ເປີດ ແຕ່ບາງ​ຄັ້ງ​ກໍ​ປິດ.

ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ຕໍ່ຄິວຍາກຄືເກົ່າ. ເຣື່ອງລຳບາກນີ້ ລຳບາກ ເພາະວ່າ ມັນໄດ້ຍິນດົນທີ່ເຮົາຢາກໃຫ້ແກ້ເນາະ. ກະຄືທີ່ວ່າ ນຶ່ງບ່ອນນັ່ງຮົ່ມ ໃຫ້ມັນມີບ່ອນຮົ່ມຫຼາຍຂຶ້ນ. ການຈັດລະບຽບຂອງການຈອດຣົຖ. ຫ້ອງນ້ຳ ໃຫ້ມີຫ້ອງນ້ຳສາທາຣະນະ ເພາະວ່າ ດຽວນີ້ ແມ່ນຫ້ອງນ້ຳຢູ່ໃນຕຶກ ເຂົາເຈົ້າເປີດແດ່, ບໍ່ເປີດແດ່.

ຢູ່​ສະ​ຖານ​ນີ​ຣົ​ຖ​ໄຟ ມີ​ຫຼາຍ​ປ່ອງ ສຳ​ລັບ​ຊື້​ປີ້​ຣົ​ຖ​ໄຟ, ແຕ່ ເປີດ​ບໍ​ຣິ​ການ​ພຽງ​ແຕ່ 2 ປ່ອງ ເທົ່າ​ນັ້ນ ແລະ ຜູ້​ໂດຍ​ສານ ​ຈະ​ໃຊ້​ຫ້ອງ​ນ້ຳ​ກໍ​ລຳ​ບາກ ​ໂດຍ​ສະ​ເພາະຜູ້​ເຖົ້າ, ເດັກ​ນ້ອຍ, ແມ່​ຍິງ​ຖື​ພາ.

ຊາວ​ລາວ ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ແມ່ນຕ້ອງໄປຕໍ່ຄິວ ແຕ່ເຂົ້າ ຊ່ອງທາງຂາຍປີ້ ຄື ມີຫຼາຍປ່ອງ ຫັ້ນນ່າ ແຕ່ວ່າ ເພິ່ນຈະເປີດແຕ່ 2 ປ່ອງ ເຮົາກະບໍ່ເຂົ້າໃຈ ຄື ກັນວ່າ ເປັນຫຍັງ ຄືເປີດໜ້ອຍ. ແລ້ວກະຕ້ອງມີຫ້ອງນ້ຳ ຢູ່ນອກແດ່ ຫັ້ນນ່າ ແບບຄົນທີ່ ແບບມີພໍ່ເຖົ້າ ແມ່ເຖົ້າ ແບບມີເດັກນ້ອຍບໍ່ ຖືພາອີ່ຫຍັງຈັ່ງຊີ້ ໄປຢືນຖ້າຢູ່ຫັ້ນນ່າ.”

ຊາວ​ລາວອີກ ທ່ານ​ນຶ່ງ ກ່າວ​ວ່າ ຢາກ​ໃຫ້​ເປີດ​ລະ​ບົບ​ອອນ​ລາຍ​ນ໌ໄວ​ໆ ເພື່ອ​ໃຫ້​ມີ​ຄວາ​ມ​ສະ​ດວກ:

ສຳລັບຊາວນະຄອນຫລວງ ມາແມ່ນຄືເກົ່າ. ແລ້ວ ຫລວງຣະບາງ ໄປກະຄືເກົ່າ, ມັນແອອັດ ຄົນໄປຖ້າຕັ້ງແຕ່ 4-5 ໂມງ ເຊົ້າພຸ້ນນ່າ. ບາງຄົນ ບໍໄດ້ເລີຍ ຢາກໃຫ້ ເປີດແບບ]ບົບອອລາຍນ໌ ຫຼາຍກວ່າ. ບາງຄົນເນາະ ໄປລໍຖ້າຊື້ປີ້ ຢາກເຂົ້າຫ້ອງນ້ຳ ອີ່ຫຍັງ ບໍ່ໄດ້ເຂົ້າຫັ້ນນ່າ ໄປຍ່ຽວຕາມນັ້ນ ກະບໍ່ເໝາະສົມຫັ້ນນ່າ.”          

ຢ່າງ​ໃດ​ກໍ​ຕາມ, ພັນ​ເອກ ໄກ​ສອນ ແກ້ວ​ມະ​ນີ ຫົວ​ໜ້າ​ກົມ​ຕຳ​ຣວດ​ຣົ​ຖ​ໄຟ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ​ໄດ້​ກ່າວ​ວ່າ ສາ​ເຫດ​ທີ່​ເຮັດ​ໃຫ້​ ມີ​ການ​ຕໍ່​ຄິວຊື້​ປີ້ກັນ​ແອ​ອັດ ສ່ວນ​ນຶ່ງ ກໍ​ຍ້ອນ ມາ​ຈາກ​ຄວາມ​ຕ້ອງ​ການ​ ຂອງ​ນັກ​ທ່ອງ​ທ່ຽວພາຍ​ໃນ ແລະ ຕ່າງ​ປະ​ເທດ ເພີ່ມ​ຂຶ້ນ​ຕໍ່​ເນື່ອງ.

ສະ​ນັ້ນ ຈຶ່ງ​ເຮັດ​ໃຫ້​ນາຍ​ໜ້າ ​ສວຍ​ໂອ​ກາດ ໃນ​ການ​ຊື້-ຂາຍປີ້ ເພີ່ມ​ຫຼາຍ​ຂຶ້ນ ໂດຍ​ສະ​ເພາະ ໃນ​ກຸ່ມ​ນັກ​ທ່ອງ​ທ່ຽວ ທີ່ບໍ່​ຕ້ອງ​ການ​ເສັຽ​ເວ​ລາ ໃນ​ການ​ໄປ​ລໍ້​ຖ້າ ກໍ​ຈະ​ຕ້ອງ​ໄປ​ຈ້າງ​ນາຍ​ໜ້າ ບາງ​ເທື່ອ​ນາຍ​ໜ້າ ກໍ​ໄດ້​ໄປ​ຈ້າງ​ຄົນ​ໄປ​ຊື້​ປີ້​ຕື່ມ​ອີກ ເພື່ອ​ໃຫ້​ໄດ້​ຈຳ​ນວນຫຼາຍ ແລະ ຍັງ​ມີ​ບຸກ​ຄົນ​ດຽວ ມາ​ລຽນ​ຄິວ​ຫຼາຍ​ເທື່ອ ເພື່ອ​ຊື້​ໄປ​ເກງ​ກຳ​ໄລ ບັນ​ຫາ​ຕົງ​ນີ້ ທາງ​ກົມ​ຕຳ​ຣວດ​ຣົ​ຖ​ໄຟ ຈະ​ລົງ​ກວດ​ກາ ຕໍ່​ເນື່ອງ ແລະ ຫາກ​ພົບ​ເຈີ ຈະ​ຈັບ​ໄປ​ສຶກ​ສາ​ອົບ​ຮົມ, ປັບ​ໃໝ, ດຳ​ເນີນ​ຄະ​ດີ ຕາມ​ຂັ້ນ​ຕອນ.

ພັນ​ເອກ ໄກ​ສອນ ແກ້ວ​ມະ​ນີ ຍັງ​ກ່າວ​ຕື່ມ​ອີກວ່າ ກົມ​ຕຳ​ຣວດ​ຣົ​ຖ​ໄຟ ຍັງ​ໄດ້​ສ​ເນີ ໃຫ້​ບໍ​ຣິ​ສັດ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ແຍກ​ບ່ອນ​ຂາຍ​ປີ້ ໃຫ້​ກຸ່ມ​ນັກ​ທ່ອງ​ທ່ຽວ ຕ່າງ​ຫາກ ເພື່ອ​ຫຼຸດ​ບັນ​ຫາ​ ການ​ແອ​ອັດ ສ່ວນ​ບຸກຄົນທົ່ວ​ໄປທີ່​ມາ​ຊື້​ປີ້​ ຈະ​ຕ້ອງ​ຖື​ບັດ​ປະ​ຈຳ​ໂຕ ຫຼື ສຳ​ມະໂນ​ຄົວ ໃຫ້​ເຈົ້າ​ໜ້າ​ທີ່ກວດ​ກາ ເພື່ອ​ຕິດ​ຕາມ ຄວບ​ຄຸມ​ຄວາມ​ເປັນ​ລະ​ບຽບ ຮຽບ​ຮ້ອຍ ແລະ ຈະ​ໄດ້​ຕິດ​ຕາມ​ຫາ​ບຸກ​ຄົນ ທີ່​ຊື້-ຂາຍປີ້ ທີ່ບໍ່​ຖືກ​ຕ້ອງ ແລະ ຖ້າ​ປະ​ຊາ​ຊົນ ພົບເຫັນ​ບຸກ​ຄົນ​ດັ່​ງ​ກ່າວ ກໍ​ສາ​ມາດ​ແຈ້ງ​ເຈົ້າ​ໜ້າ​ທີ່ ​ໄດ້​ທຸກ​ເວ​ລາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org