ຊາວບ້ານບໍ່ດີໃຈໄປຢູ່ ບ້ານ ຈັດສັນ

ຊາວບ້ານ ຜູ້ທີ່ໄດ້ຮັບ ຜົນກະທົບ ຈາກ ເຂື່ອນເຊປຽນ ເຊນໍ້ານ້ອຍ ບໍ່ຍ້າຍໄປຢູ່ ບ້ານຈັດສັນ.

ທາງການລາວ ອອກກວດກາ ການກໍ່ສ້າງ ເຂື່ອນເຊປຽນ-ເຊນໍ້ານ້ອຍ ວັນທີ 12 ກັນຍາ 2017 Screen captured : https://muan.sanook.com/16384/

ປະຊາຊົນຈຳນວນນຶ່ງ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນເຊປຽນ ເຊນໍ້ານ້ອຍ ຊຶ່ງຕັ້ງຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ບໍ່ພໍໃຈ ທີ່ຄນະຈັດສັນ ເຂື່ອນ ຍ້າຍຂະເຈົ້າມາຢູ່ບ້ານຈັດສັນ ສາເຫດຍ້ອນວ່າ ຂະເຈົ້າຢາກໃຊ້ຊີວິດຢູ່ບ້ານເດີມ ເພາະການຍ້າຍໄປຢູ່ ບ້ານຈັດສັນນັ້ນ ຕ້ອງໄດ້ເລີ້ມ ບຸກເບີກເນື້ອທີ່ ເຮັດໄຮ່ເຮັດສວນໃໝ່ໝົດ ແລະກໍໃຊ້ເວລາດົນ ກວ່າຈະໄດ້ໄຮ່ສວນຄືເກົ່າ. ກ່ຽວກັບເຣື້ອງນີ້ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 7 ມິຖຸນາ ນີ້ວ່າ:

“ຖືວ່າຍົກຍ້າຍສຳເລັດແລ້ວ ເພາະວ່າກໍ່ໄດ້ຈັດສັນທີ່ດິນ ອິຫຍັງຄັກແນ່ແລ້ວ ຊົດເຊີຍໝົດແລ້ວ ແຕ່ວ່າຈຳນວນຫຼາຍກໍ່ແມ່ນພໍໃຈ ແຕ່ວ່າມີ ຈຳນວນນຶ່ງ ເຂົາເຈົ້າກໍ່ບໍ່ຢາກພໍໃຈປານໃດ ຂະເຈົ້າກໍ່ຢາກຕິນັ້ນນີ້ ຫັ້ນແຫຼະ ເພາະວ່າຈາກຖິ່ນເກົ່າໄປຖິ່ນໃໝ່ ຈະບໍ່ພໍໃຈປານໃດ ໂຕນີ້ເນາະ ເຂົາເຈົ້າກໍ່ຢາກຢູ່ຖິ່ນເກົ່າຢູ່ຕະຫຼອດ.”

ທ່ານກ່າວຕື່ມວ່າ ປະຊາຊົນທີ່ບໍ່ພໍໃຈ ທີ່ຕ້ອງຍ້າຍມາຢູ່ບ້ານຈັດສັນນີ້ ທາງການບໍ່ທັນເກັບກຳຕົວເລຂລະອຽດເທື່ອ ວ່າມີຈັກຄອບຄົວແທ້ ແຕ່ຄາດວ່າ ໜ້າຈະບໍ່ຕໍ່າກວ່າ 30 ຄອບຄົວ ແລະປັດຈຸບັນ ຊາວບ້ານທີ່ບໍ່ພໍໃຈ ກັບການໂຍກຍ້າຍນັ້ນ ກໍໄດ້ຍ້າຍມາຢູ່ ບ້ານຈັດສັນ ພ້ອມກັບຜູ້ຮັບໄດ້ຜົລກະທົບຄອບຄົວອືື່ນໆແລ້ວ ຊຶ່ງມີຫຼາຍກວ່າ 200 ຄອບຄົວ.

ບ້ານຈັດສັນດັ່ງກ່າວນີ້ ເຈົ້າໜ້າທີ່ບອກວ່າ ຊື່ບ້ານໃຫຍ່ ເຊນໍ້ານ້ອຍ ຢູ່ຫ່າງຈາກເຂື່ອນປະມານ 10 ຫຼັກ ຄນະຈັດເຂື່ອນໄດ້ສ້າງເຮືອນ, ສຸຂສາລາ, ໂຮງຮຽນ ແລະຣະບົບນໍ້າສະອາດຕ່າງໆ ໃຫ້ເປັນທີ່ຮຽບຮ້ອຍແລ້ວ ຕັ້ງແຕ່ທ້າຍປີ 2017 ແລະຍັງໄດ້ຈັດສັນ ທີ່ດິນໃນເນື້ອທີ່ 264 ເຮັກຕາ ແບ່ງໃຫ້ຄອບຄົວລະ 1 ເຮັກຕ້າ ເຖິງ 1ເຮັກຕ້າປາຍ ນຳດ້ວຍ.

ເຈົ້າໜ້າທີ່ບອກຕື່ມວ່າ ປັດຈຸບັນ ເຂື່ອນດັ່ງກ່າວ ສຳເຣັດໄປເກືອບ 90 ສ່ວນຮ້ອຍແລ້ວ ແລະຄາດວ່າ ໃນເດືອນ 9 ນີ້ ຈະໄດ້ທົດລອງ ປ່ອຍນໍ້າ ເທື່ອທຳອິດ ດັ່ງທີ່ທ່ານ ກ່າວວ່າ:

“ໂອ ໃນການກໍ່ສ້າງ ປັດຈຸບັນນີ້ ໂດຍລວມແລ້ວມັນກໍ່ໄດ້ສົມຄວນ ຫຼາຍສົມຄວນ ຢູ່ໃນຣະຫວ່າງ 89,7% ແລ້ວໃນປີນີ້ ຄິດວ່າ ໃນປະມານ ເດືອນເກົ້ານີ້ແຫຼະ ອາດຈະໄດ້ທົດລອງປ່ອຍນໍ້າເບິ່ງ ປ່ອຍນໍ້າ ນໍ້າກໍ່ຂຶ້ນຕາມລະດັບທີ່ກຳນົດໄວ້ຫັ້ນແຫຼະ ບໍ່ໃຫ້ ກະທົບກັບປະຊາຊົນ.”

ທ່ານກ່າວຕື່ມວ່າ ສຳລັບປະຊາຊົນຈຳນວນນຶ່ງ ທີ່ບໍ່ພໍໃຈການໂຍກຍ້າຍ ມາບ້ານຈັດສັນນັ້ນ ທາງພາກສ່ວນກ່ຽວຂ້ອງ ກໍໄດ້ລົງໄປໂອ້ລົມ ກັບຂະເຈົ້າຕື່ມແລ້ວ ແລະພ້ອມທີ່ຈະຮັບຟັງເງື່ອນໄຂຂອງຊາວບ້ານ ແລະຈະພິຈາຣະນາຫາທາງແກ້ໄຂໃຫ້ເຂົາເຈົ້າ ຕາມຄວາມເປັນໄປໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org