ທະນາຄານກາງ ເລື່ອນການ ຈ່າຍໜີ້

ໄຊຍາ
2021.05.20
ທະນາຄານກາງ ເລື່ອນການ ຈ່າຍໜີ້ ທະນາຄານ ແຫ່ງຊາດ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ
ນັກຂ່າວພົລເມືອງ

ລູກໜີ້ຂອງທະນາຄານທຸຣະກິຈ ແລະ ສະຖານບັນການເງິນ ທີ່ ບໍຣິສັດຢຸດເຊົາທັງໝົດ ຫຼືບາງສ່ວນອັນເນຶ່ອງມາຈາກຜົນກະທົບ ການຣະບາດຂອງເຊື້ອ ໂຄວິດ-19 ທາງທະນາຄານ ແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ເພີ່ມເມື່ອວັນທີ 13 ພຶສພາ ໂດຍໃຫ້ ປະຕິບັດ ນະໂຍບາຍເລື່ອນ ການສຳຮະໜີ້ ທັງຕົ້ນທືນ ແລະ ດອກເບັ້ຽ ເຊິ່ງມີຜົລໃຫ້ປະຕິບັດທັນທີ. ດັ່ງ ເຈົ້າໜ້າທີ່ກົມຄຸ້ມຄອງ ສະຖາບັນການເງິນ ທີ່ ຂໍສງວນຊື່ໄດ້ກ່າວ ຕໍ່ເອເຊັຽເສຣີ ເມື່ອວັນທີ 19 ພຶສພາ ວ່າ: ເງື່ອນໄຂຜູ້ໄດ້ຮັບສິດ ຕ້ອງເປັນບໍຣິສັດ ພາຍໃຕ້ການຄຸ້ມຄອງ ຂອງ ທະນາຄານກາງ ທີ່ວ່າພະນັກງານ ບໍ່ມີລາຍຮັບປົກກະຕິ ຈະໄດ້ສິດນີ້ ຖ້ານອກຣະບົບ ແມ່ນບໍ່ໄດ້ຮັບ ສິດຕາມແຈ້ງການ.

"ຖ້າເປັນບໍຣິສັດ ຢູ່ພາຍໃຕ້ ການຄຸ້ມຕອງ ຂອງ ທະນາຄານແຫ່ງ ສປປ ລາວ ບໍ່ວ່າຈະເປັນຊື້ ຜ່ອນ ຣົດໃຫຍ່ ຣົດຈັກ ຄ້າຂາຍ ອີ່ຫຍັງນັ້ນ ບໍ່ສາມາດໄດ້ຣາຍຮັບ ປົກກະຕິ ຫລື ວ່າເປັນພະນັກງານ ບໍຣິສັດທີ່ວ່າໄດ້ຮັບຄ່າຈ້າງ ບໍເຕັມເມັດເຕັມໜ່ວຍ ຈະນອນ ຢູ່ໃນເງື່ອນໄຂ ຄັນນອກຣະບົບລະແມ່ນ ບໍ່ສາມາດປະຕິບັດ ຕາມແຈ້ງການເນື້ອໃນຈິດໃຈຂອງ ແຈ້ງການນີ້ໄດ້."

ທະນາຄານແຫ່ງນຶ່ງໃນລາວ ໄດ້ເລີ່ມປະຕິບັດ ຕາມແຈ້ງການໂດຍມີເງື່ອນໄຂ ຢູ່ບ່ອນວ່າລູກໜີ້ຕ້ອງໄດ້ຂຽນໃບສເນີ ແລະ ຍື່ນ ເອກສານຢັ້ງຢືນ ກ່ຽວກັບ ຜົລປະກອບການ ຫລື ວ່າບັນຊີລາຍຮັບ ເຂົ້າມາໃຫ້ທະນາຄານ ເພື່ອຈະໄດ້ພິຈາຣະນາ ຜ່ອນຜັນ.

"ກໍອີງໃສ່ສະພາບຂອງລູກຄ້າ ແຕ່ລະຄົນຖ້າຜູ້ໃດໄດ້ຮັບຜົລກະທົບ ຣາຍຮັບຫລຸດລົງເຊັ່ນວ່າ ໂອ້ເງິນເດືອນເຂົາເຈົ້າຈ່າຍໃຫ້ແຕ່ ເຄິີ່ງ ເດືອນ ຫລືືືວ່າຈ່າຍ 70, 30 ຕ້ອງມີເອກສານ ຢັ້ງຢືນ ທາງທະນາຄານຈຶ່ງສາມາດ ປັບປຸງໄດ້ຂຽນຂໍໃບສເນີ ມາທາງທະນາຄານ ກໍຈະພິຈາຣະນາ ຕາມຜົລກະທົບເນາະ ບໍ່ແມ່ຈະເລື່ອນທຸກລາຍເດ້ ຜູ້ໃດກະທົບກໍປັບໃຫ້ຜູ້ນັ້ນ."

ຕໍ່ແຈ້ງການສະບັບ ນີ້ລູກໜີ້ຈຳນວນຫລາຍກໍສົນໃຈ ເພື່ອເລື່ອນການສຳຮະໜີ້ ໂດຍຜແນກສິນເຊື່ອ ຂອງທະນາຄານແຫ່ງນຶ່ງໄດ້ ກ່າວວ່າ ມີລູກຄ້າຈຳນວນຫລາຍ ເຂົ້າຍື່ນເອກສານ ເລື່ອນການສຳຮະໜີ້ ຕໍ່ທະນາຄານ ສ່ວນຫລາຍເປັນພະນັກງານ ບໍຣິສັດ, ຊາວຄ້າຂາຍ.

"ປັຈຈຸບັນນີ້ກໍມີການພົວພັນ ເຂົ້າມາບໍ່ວ່າຈະເປັນພະນັກງານ ບໍຣິສັດທີ່ວ່າ ບໍ່ໄດ້ໄປວຽກປົກກະຕິ ຫລືວ່າຜູ້ປະກອບການເນາະ. ເພິ່ນກໍສເນີເຂົ້າມາໃນສະພາບ ເພິ່ນປິດຮ້ານຫັ້ນເນາະ. ເພິ່ນກໍຈະມີໜັງສື ມາຈາກພາກສ່ວນທີ່ກ່ຽວຂ້ອງ ຈາກການຄ້າເມືອງບໍ່ ຫລືຈາກຄະນະສະເພາະກິຈເມືອງ."

ລູກໜີ້ຂອງທະນາຄານ ແຫ່່ງນຶ່ງ ໄດ້ເວົ້າເຖີງກໍຣະນີ້ດັ່ງກ່າວວ່າ ປັຈຈຸບັນຫາເງິນບໍ່ໄດ້ ຖ້າເພິ່ນນະໂຍບາຍຖືວ່າເຮັດໃຫ້ຫາຍໃຈໄດ້ ໄປໄລຍະນຶ່ງ. ຖ້າເຂົ້າສູ່ພາວະປົກກະຕິ ຕ້ອງໄດ້ໃຊ້ຄືນ.

"ຫາເງິນກໍບໍ່ໄດ້ຢູ່ແລ້ວ ເພິ່ນມີນະໂຍບາຍ ອອກມາກໍຖືວ່າດີ ຫາຍໃຈໄດ້ນ້ອຍນຶ່ງຫັ້ນແຫລະ. ເຂົ້າພາວະປົກກະຕິ ກໍຕ້ອງໄດ້ໃຊ້ຄືນ ຕ່າງແຕ່ວ່າຢຸດ ບໍ່ເກັບເທື່ອຊ່ວງນີ້ຊື່ໆ ບໍ່ໄດ້ວ່າ ຍົກເວັ້ນໄປເລີຍບໍ່ໃຫ້ຈ່າຍເລີຍບໍ່ແມ່ນ ເພິ່ນຫາແຕ່ປະກາດອອກມາ ເຢັນລົງພຸ້ນແຫຼະ ຈັ່ງຈະເຂົ້າໄປຊ່ວງນີ້ຢ້ານຢູ່."

ລູກໜີິ້ທະນາຄານອີກທ່ານນຶ່ງ ກໍມີຄວາມເຫັນວ່າ ກໍເປັນນະໂຍບາຍທີ່ດີ ໃນສະພາບການຫຍຸ້ງຍາກ ເຊັ່ນນີ້ແຕ່ກໍຄິດວ່າ ບໍຣິສັດ ສິນເຊື່ອ ເອກຊົນບາງແຫ່ງ ຄົງບໍ່ປະຕິບັດຕາມແຈ້ງ ການນີ້.

"ຕາມເຫັນເຂົາແຈ້ງການແນວນັ້ນແຫລະ ເພາະວ່າມັນກໍຊ່ວງໂຄວິດ ນີ້ມັນເປັນຊ່ວງວິກິຈແດ່ ໄປໃສມາໃສກໍຍາກ ຄ້າຂາຍບໍໄດ້ ຂາຍຈັກເຮົາຈະໄປຫາກິນອີ່ຫຍັງເຮົາ ກາບໍຮູ້ວ່າເປັນ ເອກຊົນເພິ່ນຄືຈະບໍ່ ຈັດຕັ້ງປະຕິບັດດອກ ເພາະວ່າເຂົາກໍຕ້ອງໄດ້ ເສັຍພາສີຄືກັນ."

ອີງຕາມແຈ້ງການຂອງທະນາຄານ ເງື່ອນໄຂສຳລັບຜູ້ທີ່ຈະໄດ້ຮັບ ເລື່ອນການສຳຮະໜີ້ 03 ເດືອນ ລູກໜີ້ຕ້ອງໄດ້ຮັບຜົລກະທົບ ຈາກການຣະບາດເຊື້ອໂຄວິດ-19 ດັ່ງຜູ້ທີ່ໄດ້ຮັບເງິນ ເດືອນ ຫລືຄ່າແຮງງານ ສ່ວນໃດສ່ວນນຶ່ງ ເຊິ່ງບໍ່ພຽງພໍ ຕໍ່ການສຳຮະໜີ້ ໂດຍຕ້ອງມີການຢັ້ງ ຢືນ ຈາກບ່ອນເຮັດວຽກ.

ພ້ອມນີ້ລູກໜີ້ ທີ່ມີແຫລ່ງລາຍຮັບ ຈາກການດຳເນີນທຸຣະກິຈ ໄດ້ຮັບຜົລກະທົບຈາກການຣະບາດ ຂອງເຊື້ອໂຄວິດ-19 ແມ່ນໃຫ້ ພິຈາຣະນາຕາມຖານະທາງດ້ານ ການເງິນ ແລະ ສະພາບໂຕຈິງ ແລະ ຫ້າມທະນາຄານທຸຣະກິຈ ແລະ ສະຖາບັນການເງິນຢຶດ ຫລັກຊັບຄໍ້າປະກັນ, ປັບໃໝ ແລະ ເກັບຄ່າທຳນຽມຕ່າງໆ ໃນການປະຕິບັດນະໂຍບາຍ ຕາມຂໍ້ຕົກລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.