ທະນາຄານກາງ ໄກ່ເກັ່ຽ ການເງິນ ຈຸລພາກ

ຄນະຜູ້ຕາງໜ້າຈາກ ທະນາຄານກາງ ແລະ ເຈົ້າໜ້າທີ່ ເມືອງນາຊາຍທອງ ຮ່ວມກັນໄກ່ເກັ່ຽ ແກ້ບັນຫາ ການຝາກ-ຖອນເງິນ ຂອງ ສະຖາບັນການເງິນຈຸລພາກ ທີ່ ນະຄອນຫຼວງວຽງຈັນ
ຄນະຜູ້ຕາງໜ້າຈາກ ທະນາຄານກາງ ແລະ ເຈົ້າໜ້າທີ່ ເມືອງນາຊາຍທອງ ຮ່ວມກັນໄກ່ເກັ່ຽ ແກ້ບັນຫາ ການຝາກ-ຖອນເງິນ ຂອງ ສະຖາບັນການເງິນຈຸລພາກ ທີ່ ນະຄອນຫຼວງວຽງຈັນ (ພາບຖອນຈາກເຟສບຸກ : ທະນາຄານ ແຫ່ງ ສປປ ລາວ)

0:00 / 0:00

ທະນາຄານກາງ ແຫ່ງ ສປປລາວ ສັ່ງໃຫ້ສະຖາບັນການເງິນຈຸລພາກ ທີ່ຮັບເງິນຝາກ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂຈະ ໃຫ້ປະຊາຊົນ ທີ່ເປັນລູກຄ້າຖອນເງິນຝາກ ແລະທັງແຈ້ງໃຫ້ປະຊາຊົນ ທີ່ຍັງຖອນເງິນບໍ່ໄດ້ນັ້ນ ຂຽນຄໍາຮ້ອງຟ້ອງ ຕໍ່ກົມຕໍາຣວດເສຖກິດ ເພື່ອເປັນຫຼັກຖານໃນການຟ້ອງ ໃນຂໍ້ຫາບໍ່ມີເງິນພຽງພໍ ໃຫ້ລູກຄ້າຖອນເງິນ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງນາຊາຍທອງ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 3 ສິງຫາ ນີ້:

"ດຽວນີ້ເຂົາ ທາງທະນາຄານກາງ ເພິ່ນສັ່ງປິດເມິດ ບໍ່ໃຫ້ຈັກຄົນ ເງິນທີ່ເກັບມາກະທ້ອນໄວ້ໝົດ ເພິ່ນຫ້າມບໍ່ໃຫ້ເອົາອອກ ເກັບດອກເບັ້ຽ ມາແລ້ວ ເພິ່ນກະໃຫ້ເອົາເຂົ້າຄັງ ໄວ້ໝົດເພາະວ່າໃຫ້ມັນ ກະບໍ່ທົ່ວເຖິງ ມັນໜ້ອຍວ່າຊັ້ນ ມີແຕ່ເຮັດໃຫ້ປະຊາຊົນນີ້ ເຮັດໃບຮ້ອງຟ້ອງ ຂຶ້ນໄປຫາ ກົມຕໍາຣວດເສຖກິດ ພຸ້ນ."

ທ່ານກ່າວອີກວ່າ ປັດຈຸບັນ ປະຊາຊົນບ້ານສົງເປືອຍໃຕ້ ປະມານ 40 ຄົນ ທີ່ເປັນລູກຄ້າ ສະຖາບັນການເງິນດັ່ງກ່າວ ໄດ້ໄປແຈ້ງຈໍານວນ ເງິນຝາກ ຂອງພວກຕົນ 1 ຕື້ປາຍກີບ ໃຫ້ຫ້ອງການບ້ານ ເພື່ອຂຽນຄໍາຮ້ອງຟ້ອງ ສົ່ງໃຫ້ກົມຕໍາຣວດເສຖກິດ.

ກ່ອນໜ້ານີ້ ທາງທະນາຄານກາງ ຮັບປາກກັບປະຊາຊົນ ທີ່ໄປຖອນເງິນບໍ່ໄດ້ນັ້ນວ່າ ຈະພຍາຍາມແກ້ໄຂບັນຫາ ນີ້ໃຫ້ ແລະຈະໃຫ້ລູກຄ້າ ທຸກຄົນ ສາມາດຖອນເງິນຝາກທັງໝົດໄດ້ ພາຍໃນເດືອນ ກໍຣະກະດາ ແຕ່ເວລາໄດ້ກາຍມາຮອດດືອນສິງຫາ ແລ້ວ ກໍຍັງຖອນເງິນນັ້ນ ບໍ່ໄດ້ເທື່ອ.

ເຣື້ອງການສອບສວນ ທ້າວ ສົມຈິດ ບຸນເລື່ອມ ອາດີດປະທານສະຖາບັນການເງິນຈຸລພາກ ທີ່ຮັບເງິນຝາກ ພ້ອມກັບທິມງານຈໍານວນນຶ່ງ ທີ່ຖືກຈັບໃນຂໍ້ຫາສໍ້ໂກງເງິນນັ້ນ ມາເຖິງປັດຈຸບັນ ກໍຍັງບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ.