ຣົດເມໂດຍສານຕົກເຫວ
2018.02.27

ເມື່ອວັນທີ 25 ກຸມພາ ຜ່ານມາເກີດອຸບັດຕິເຫດຣົດເມ ສອງຊັ້ນສາຍຜົ້ງສາລີ ນະຄອນຫຼວງວຽງຈັນ ທີ່ມຸ້ງໜ້າໄປຍັງ ນະຄອນຫຼວງວຽງຈັນ ເສັຽຫຼັກຕົກເຫວ ເຂດພູເກົ້າຫຼັກ ທາງຕັດໃໝ່ຣະຫວ່າງ ເມືອງນ່ານ ແຂວງຫຼວງພຣະບາງ ຫາເມືອງກາສີ ແຂວງວຽງຈັນ ເຮັດໃຫ້ມີຜູ້ເສັຽ ຊີວິດ 7 ຄົນ ຮວມຄົນຂັບລົດ ແລະບາດເຈັບອີກ 20 ຄົນ ໃນນັ້ນ ຄົນເຈັບ 17 ຄົນຖືກສົ່ງໄປປີ່ນປົວ ທີ່ໂຮງໝໍມິດຕະພາບ 150 ຕຽງ ທີ່ນະຄອນຫຼວງວຽງຈັນ ປັດຈຸບັນຍັງຢູ່ໃນຫ້ອງສຸກເສີນ, ດັ່ງເຈົ້າໜ້າທີ່ ປະຈຳໂຮງໝໍ ມິດຕະພາບ 150 ຕຽງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 27 ກຸມພາ ນີ້ວ່າ:
"ຄົນເຈັບມາຫາເຮົານີ້ມີ 17 ຄົນ ຜູ້ບໍ່ໜັກແທ້ກະກັບບ້ານ ກາມີ ແຕ່ວ່ານອນນີ້ ບໍ່ແນ່ໃຈວ່ານອນຈັກຄົນ ຊິແມ່ນແຂວງຜົ້ງສາລີແດ່ ນະຄອນຫຼວງແດ່."
ເຈົ້າໜ້າທີ່ກ່າວຕື່ມວ່າ ສຳລັບຄົນເຈັບທີ່ຍັງນອນປີ່ນປົວຢູ່ໂຮງໝໍ ຍັງບໍ່ມີຂໍ້ມູນຄັກແນ່ວ່າຊື່ຫຍັງ ແລະເປັນປະຊາຊົນ ມາຈາກເມືອງ ແລະ ແຂວງໃດແທ້ ຮູ້ແຕ່ວ່າມີອາການສາຫັດ 8 ຄົນ ສວ່ນຜູ້ທີ່ເສັຽຊີວິດ 7 ຄົນ ທາງເຈົ້າໜ້າທີ່ໄດ້ມອບສົ່ງສົບ ໃຫ້ຍາດພີ່ນ້ອງ ແລ້ວເພື່ອນໍາໄປ ເຮັດພິທີ ທາງສາສນາ.
ຈາກການສອບສວນໃນເບື້ອງຕົ້ນ ຂອງເຈົ້າໜ້າທີ່ຕຳຣວດພົບວ່າ ສາເຫດຣົດຕົກເຫວເກີດຍ້ອນ ຣົດເບກແຕກໃນລະຍະກໍາລັງ ແລ່ນຜ່ານ ທາງໂຄ້ງເຮັດໃຫ້ຄົນຂັບ ບໍ່ສາມາດຄວບຄຸມຣົດໄດ້ ຈຶ່ງແລ່ນຕົກເຫວໃນທີ່ສຸດ ພາຍຫຼັງທີ່ເກີດເຫດເຈົ້າໜ້າທີ່ກູ້ພັຍ ໄດ້ເລັ່ງເຂົ້າມາຊອ່ຍເຫຼືອ ຜູ້ໄດ້ຮັບອາການບາດເຈັບ ພ້ອມກັບນໍາຂຶ້ນ ເຮລິຄອບເຕີ ສົ່ງໄປໂຮງໝໍ.
ກ່ອນໜ້ານີ້ເມື່ອວັນທີ 4 ຕຸລາ 2017 ຣົດພວງ ທີ່ຂົນເຮືອ ມາຈາກແຂວງ ໄຊຍະບູລີ ມຸ້ງໜ້າຊູ່ນະຄອນຫຼວງວຽງຈັນ ກໍ່ເກີດອຸບັດຕິເຫດ ແຫກໂຄ້ງຢູ່ບ່ອນ ດັ່ງກ່າວຄືກັນ ແຕ່ບໍ່ມີໃຜ ໄດ້ຮັບບາດເຈັບ.
ເມື່ອຕົ້ນປີທາງການໄດ້ແຈ້ງເຕືອນ ປະຊາຊົນທີ່ເດີນທາງຜ່ານ ເສັ້ນທາງດັ່ງກ່າວ ໃຫ້ເພີ່ມຄວາມລະມັດລະວັງ ຍ້ອນເປັນເສັ້ນທາງ ອັນຕະລາຍ.