ເຈົ້າໜ້າທີ່ດ່ານ ແຂວງຫລວງນໍ້າທາ ກວດລົດເຂົ້າ-ອອກ ເຂັ້ມງວດຂຶ້ນ ເພື່ອສະກັດກັ້ນສິ່ງທີ່ຜິດກົດໝາຍ ໂດຍສະເພາະຢາເສບຕິດ ແລະ ການຄ້າມະນຸດ ທີ່ຜ່ານຊາຍແດນສາກົນ ບໍ່ເຕັນ - ບໍ່ຫານ. ດັ່ງເຈົ້າໜ້າທີ່ ພາສີ ປະຈຳດ່ານ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:
"ກວດກາໝົດບໍ່ວ່າຈະເປັນລົດລາວ ລົດຈີນ ຜ່ານມາ ເຮົາກວດແຕ່ເອກກະສານ ສະເພາະລົດນ້ອຍຂອງຈີນ ແຕ່ວ່າພວກລົດບັນທຸກ ແມ່ນ ກວດລະອຽດ ເພື່ອສະກັດກັ້ນ ພວກເຄື່ອງຜິດກົດໝາຍນີ້ໜ່າ ແຕ່ກ່ອນແລະແມ່ນວ່າລົດລາວ ທີ່ເຂົ້າມານີ້ເຮົາບໍ່ໄດ້ກວດ ກວດແຕ່ລົດຈີນ ດຽວນີ້ແມ່ນກວດໝົດ ອີງໃສ່ຄຳສັ່ງຂອງຂັ້ນເທີງເພີ່ນ."
ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມອີກວ່າ ເຈົ້າໜ້າທີ່ແຂວງຫລວງນໍ້າທາ ປະຊຸມປຶກສາຫາລືກັນ ເມື່ອວັນທີ 29 ມິນາ ທີ່ຜ່ານມາ ແລະໄດ້ຕົກລົງ ສັ່ງໃຫ້ດ່ານເຂົ້າ-ອອກ ຊາຍແດນລາວ-ຈີນ ເພີ້ມມາດຕະການ ໃນການກວດກາ ລົດບັນທຸກສິນຄ້າ ແລະ ລົດທົ່ວໄປຢ່າງ ເຄັ່ງຂັດ.
ຜ່ານມາເຈົ້າໜ້າທີ່ ໄດ້ຈັບກຸມພວກຄ້າຂາຍ ຢາເສບຕິດຣາຍໃຫຍ່ ແລະຍຶດເຄື່ອງຜິດກົດໝາຍຫຼາຍຢ່າງເຊັ່ນໄມ້ 1 ພັນແມັດກ້ອນ, ຢາບ້າ 2 ລ້ານເມັດ ທີ່ຊຸກເຊື່ອງຢູ່ໃນລົດບັນທຸກ ໃນເດືອນ ກໍຣະກະດາ ປີ 2017 ໝີ ແພນດ້າແດງ 6 ໂຕ ຊຶ່ງເປັນສັດ ຫວງຫ້າມໃນເດືອນທັນວາ ປີກາຍ.
ນອກຈາກນີ້ ແຂວງຫລວງນໍ້າທາ ຍັງເປັນຈຸດຜ່ານຂອງ ແມ່ຍິງລາວ ທີ່ຖືກຕົວະຍົວະໄປຈີນ. ໄປແຕ່ງງານກັບຄົນຈີນ.
ປັດຈຸບັນ ການກວດລົດ ເຂົ້າ-ອອກ ຢູ່ດ່ານບໍ່ເຕັນ ຍັງແມ່ນກວດກາດ້ວຍລະບົບໃຊ້ຄົນ ເຈົ້າໜ້າທີ່ໃຊ້ເຫລັກແທງເບິ່ງ ສິ່ງທີ່ຜິດກົດໝາຍ ຍ້ອນວ່າເຈົ້າໜ້າທີ່ ຍັງບໍ່ມີເຄື່ອງກວດທີ່ ທັນສໄມ ເປັນຕົ້ນແມ່ນເຄື່ອງສະແກນ.