ທາງການເນັ້ນຄຸ້ມຄອງ ຣາຄາ ສິນຄ້າ

ໄຊຍາ
2018.02.27
F-market ສິນຄ້າ ເຂົ້າປາອາຫານ ຕາມທ້ອງຕລາດ ຢູ່ລາວ
RFA

ກອງປະຊຸມຣັຖບານ ປະຈຳເດືອນກຸມພາ ນີ້ຕົກລົງວາງວຽກຈຸດສຸມ ທີ່ຣັຖບານຈະເອົາໃຈໃສ່ ຈັດຕັ້ງປະຕິບັດ 8 ວຽກ ແລະນຶ່ງໃນນັ້ນຈະ ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະຕິດຕາມສະພາບການ ການຂຶ້ນລາຄານໍ້າມັນຢ່າງໃກ້ຊິດ ເພື່ອຫຼີກລ່ຽງການເຂົ້າໃຈຜິດ ຂອງປະຊາຊົນ. ຊາວລາວຜູ້ນຶ່ງມີຄວາມຄິດເຫັນ ກຽ່ວກັບເລື່ອງນີ້ວ່າ ປີນີ້ລາຄາສີນຄ້າແພງຂຶ້ນ ຣັຖບານອາດແກ້ໄຂໄດ້ຍາກ ປະຊາຊົນຈຳເປັນຕ້ອງປະຢັດ ມັທຍັດ ດ້ວຍຄົນເອງ:

"ເພິ່ນກໍ່ປັບບໍ່ໄດ້ດອກເພາະວ່າ ອີງຕາມເສຖກິດຈອງເອເຊັຽນີ້ ເຂົ້າກຸ່ມເອເຊັຽນີ່ເນາະ ບາດນີ້ກາ ປະຊາຊົນເຮົາ ຢູ່ໄປຈັ່ງຊັ້ນລະ ເພີ່ນກະເຮັດ ທຸກຢ່າງ ຢູ່ມັນຫັ້ນແຕ່ວ່າເຮັດບໍ່ໄດ້ ຈະເຮັດແນວໃດ ເລື່ອງປະຢັດມັນກາປະຢັດ ທາງອາຫານການກິນນີ້ແລ້ວ ເຮົາກໍ່ຫລຸດລົງແນ່ ສົມມຸດວ່າ ເຮົາຄົນກິນດີ ເຮົາກໍ່ຫລຸດລົງນ້ອຍນຶ່ງ ຕົກມາປີນີ້ລະລຳບາກຫຼາຍ ແຕ່ເກົ່າພໍສູ້ຢູ່."

ໃນຕົ້ນເດືອນກຸມພານີ້ ລາຄານໍ້າມັນແພງຂຶ້ນອີກ ເຮັດໃຫ້ລາຄາສິ້ນຄ້າແພງຂຶ້ນນໍາທັນທີ ເປັນຕົ້ນລາຄາອາຫານ ຢູ່ຕລາດໂພນຕ້ອງສະຫວ່າງ, ຕລາດສະພານທອງ, ຕລາດຂົວດິນ ໃນນະຄອນຫຼວງວຽງຈັນ ຊີ້ນງົວແພງຂຶ້ນເປັນ 75 ຫາ 80 ພັນກີບຕໍ່ກິໂລ , ຊີ້ນໝູ 35 ຫາ 40 ພັນ ກີບ, ເປັດ,ໄກ່ 50 ຫາ 55 ພັນກີບ, ສ່ວນລາຄາຜັກບາງຊນິດແພງຂຶ້ນ ປະມານ 2 ຫາ 3 ພັນກີບ ເຊັ່ນຜັກກາດຂາວ ຜັກບົ້ງ ຜັກຫອມ ແລະ ໝາກນາວ.

ເຈົ້າໜ້າທີ່ການຄ້າພາຍໃນທ່ານນຶ່ງກ່າວວ່າ ເຈົ້າໜ້າທີ່ໄດ້ກວດກາ ລາຄາສີນຄ້າເປັນປະຈຳ ແລະປະຊາຊົນ ພົບເຫັນສິນຄ້າແພງຂຶ້ນຫຼາຍຜິດ ປົກກະຕິ ໃຫ້ແຈ້ງເຈົ້າໜ້າທີ່ ໂດຍໄວ:

"ກົນໄກແນວນັ້ນສິນຄ້າໂຕໃດ ບັນຊີຕິດຕາມເຮົາກໍປ່ອຍໄປແນວນັ້ນ ຄວບຄຸມແຕ່ວ່າໂຕໃດຊິຂື້ນກໍ່ຕ້ອງໄດ້ສເນີຫາ ຂແນງການທີ່ກຽ່ວຂ້ອງ ຫາພາກສ່ວນທີ່ກຽ່ວຂ້ອງ ມີແຕ່ຄຸ້ມກັນຢູ່ໃນອັນນີ້ແຫຼະ ບັນຊີສິນຄ້າຄວບຄຸມ ແຕ່ວ່າຂຶ້ນຕາມລຳພັງໃຈ ບໍ່ໄດ້ ດຽວນີ້ໄທເຮົາຮຽກຮ້ອງໃຫ້ ຜູ້ປະກອບການຮຽກຮ້ອງໃຫ້ ຜູ້ຊົມໃຊ້ທົ່ວໄປ ຖ້າວ່າເຫັນສິນຄ້າໃດ ຂຶ້ນລາຄາທີ່ຜິດປົກກະຕິ ຊ່ວຍແຈ້ງໃຫ້ເຮົາຕາມ ໝາຍເລກ 1510 ຈະໄດ້ລົງກວດກາ ຕິດຕາມການປົກປ້ອງ ຜູ້ຊົມໃຊ້ວ່າຊັ້ນສະ."

ນອກຈາກນັ້ນຄະນະຣັຖບານຍັງຕົກລົງເອົາໃຈໃສ່ ຕິດຕາມກວດກາ ແລະ ສະກັດກັ້ນການດຳເນີນ ທຸຣະກິດ ຄ້າຂາຍ ນຳເຂົ້າ-ສົ່ງອອກ ທີ່ບໍ່ຖືກ ກົດໝາຍ ແລະ ລະບຽບຫຼັກການ ເປັນຕົ້ນການລັກລອບນໍາເຂົ້າ ສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງ ຜິດກົດໝາຍ ພ້ອມທັງ ຈະສຸມໃສ່ ການເກັບລາຍຮັບ ເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.