ຈີນ ໄດ້ຮັບອະນຸຍາດ ໃຫ້ປູກພືດເສຖກິດ ແທນຝິ່ນ
ກະຊວງປ້ອງກັນ ຄວາມສງົບ ອະນຸຍາດ ໃຫ້ນັກລົງທຶນຈີນ ມາປູກພືດ ເສຖກິຈ ແທນການປູກຝິ່ນ ຢູ່ແຂວງຜົ້ງສາລີ ໃນຮູບແບບ 2+3 ຂອງຣັຖບານ.
-
ພູວົງສ໌
2019-10-18 -
-
-
Your browser doesn’t support HTML5 audio
ຄນະ ກັມມະການ ກວດກາ ແລະ ຄວບຄຸມ ຢາເສພຕິດ, ກະຊວງປ້ອງກັນຄວາມສງົບ ອະນຸຍາດ ໃຫ້ນັກລົງທຶນຈີນ ເຂົ້າມາປູກພືດເສຖກິຈ ໃນຮູບແບບ ໂຄງການ 2+3 ຂອງຣັຖບານ ເພື່ອທົດແທນ ການປູກຝິ່ນ ຢູ່ແຂວງຜົ້ງສາລີ, ເຊິ່ງມີການເຊັນ MOU ຣະຫວ່າງ 2 ຝ່າຍ ໃນມື້ວັນທີ 15 ຕຸລາ ທີ່ຜ່ານມານີ້, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກະຊວງ ປກສ ທີ່ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 18 ຕຸລາ ນີ້ວ່າ:
“ຂໍ້ມູນຝິ່ນນີ້ ເຂົ້າມາສົ່ງເສີມ ປູກພືດ ແບບວ່າເຮັດ 2+3 ຫັ້ນນ່າ, ເຊົ່າດິນໃຫ້ ປະຊາຊົນລາວ ເຮົານີ້ ແຫຼະປູກ. ກ່ຽວກັບ ກາເຟ, ຢາງພາຣາ, ປູກພືດຣະດູແລ້ງ ຈະມີໝາກເຜັດ ໝາກຖົ່ວ.”
ທ່ານເວົ້າວ່າ ຮູບແບບ ການລົງທຶນ ກໍຄື ບໍຣິສັດຈີນ ເຂົ້າມາເຊົ່າດິນ ນຳຣັຖບານລາວ ແລ້ວຈ້າງ ຄົນລາວ ທີ່ເປັນ ຄົນຊົນເຜົ່າປູກ ແລະ ເບິ່ງແຍງ. ເມື່ອເຖິງ ເວລາເກັບກ່ຽວ ຜົລຜລິຕ, ກໍເອົາໄປຂາຍ ໃຫ້ແກ່ບໍຣິສັດຈີນ ທີ່ເປັນຜູ້ລົງທຶນ ແລ້ວເຂົາ ຈະຫັກຄ່າລົງທຶນ ທັງໝົດ, ສ່ວນທີ່ເຫຼືອ ແລະ ກຳໄລ ກໍເປັນຂອງ ຄົນລາວ. ສຳລັບ ພືດເສຖກິຈ ທີ່ຄົນຈີນ ຈະເຂົ້າມາ ສົ່ງເສີມຄົນລາວ ປູກນັ້ນ, ຈະມີກາເຟ, ຢາງພາຣາ ແລະ ພືດລົ້ມລຸກ ປອດສານພິດ ຊນິດຕ່າງໆ ເປັນຕົ້ນກໍ ແມ່ນໝາກຖົ່ວ, ໝາກແຕງ ແລະ ໝາກເຜັດ.
ການເຊັນ MOU ຮ່ວມມືກັນໃນຄັ້ງນີ້, ກະຊວງ ປກສ ບໍ່ໄດ້ເປີດເຜີຍ ຣາຍລະອຽດ ຢ່າງຈະແຈ້ງວ່າ ຈະໃຫ້ ບໍຣິສັດຈີນ ເຂົ້າໄປລົງທຶນ ຢູ່ເມືອງໃດ? ແລະ ມີເນື້ອທີ່ ຫຼາຍສ່ຳໃດ?
ທີ່ຜ່ານມາ, ຣັຖບານລາວ ອະນຸຍາດ ໃຫ້ບໍຣິສັດຈີນ 3 ບໍຣິສັດ ຄື ບໍຣິສັດ ຕີ້ຢວນ, ບໍຣິສັດ ຢາງພາຣາ ຢຸນນານ ແລະ ບໍຣິສັດ ຢາງພາຣາ ລາວ-ຈີນ ເຂົ້າມາລົງທຶນ ປູກພືດ ເສຖກິຈ ໄປແລ້ວ ໃນປີ 2015, ໂດຍເຊົ່າດິນຣັຖ 10 ພັນເຮັກຕ້າ ຢູ່ແຂວງຫຼວງນ້ຳທາ, ອຸດົມໄຊ ແລະ ຜົ້ງສາລີ ເພື່ອປູກຢາງພາຣາ. ແຕ່ປະຈຸບັນ, ຣາຄາ ຢາງພາຣາ ຕົກຕ່ຳຫຼາຍ ບໍ່ເປັນຣາຄາ.
ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງຜົ້ງສາລີ ກໍໄດ້ກ່າວ ຕໍ່ຜູ້ສື່ຂ່າວ ພວກເຮົາ ໃນມື້ດຽວກັນວ່າ ສະພາບ ການປູກຝິ່ນພາຍ ໃນແຂວງຜົ້ງສາລີ ໃນຕອນນີ້ ບໍ່ຮູ້ວ່າມີ ໜ້ອຍ-ຫຼາຍ ສ່ຳໃດ? ແຕ່ເທົ່າທີ່ເຫັນ ຄົນຊົນເຜົ່າ ບາງຄອບຄົວ ເຂົາກໍປູກພຽງ ເພື່ອເປັນຢາ ນຳໃຊ້ ພາຍໃນຄອບຄົວ ເທົ່ານັ້ນ, ບໍ່ເຫັນເຂົາຂາຍ.
“ສ່ວນຫຼາຍ ແມ່ນເຂົາປູກ ເຂົາກໍປູກ ບໍ່ກ້າຂາຍດອກ ບາງເທື່ອຫັ້ນນ່າ ຕາມສັນນິຖານເນາະ, ແຕ່ວ່າ ເຂົາປູກ ເຂົາກໍເປັນຢາ ຮັບໃຊ້ ຄອບຄົວ ເຂົາຊື່ໆດອກ.”
ຢ່າງໃດກໍຕາມ, ຣັຖບານລາວ ເຫັນວ່າ ຝິ່ນ ຄື ຢາເສພຕິດ ປະເພດນຶ່ງ ທີ່ມີຜົລຮ້າຍ ຕໍ່ສັງຄົມ ຈຶ່ງເຂັ້ມງວດ ໃນການກວດກາ ແລະ ປາບປາມ ຜູ້ທີ່ລັກລອບປູກຝິ່ນ ຢ່າງໜັກ ໃນຮອບ 10 ປີ ທີ່ຜ່ານມານີ້, ໂດຍສະເພາະ ບັນດາ ແຂວງພາກເໜືອ ທີ່ຍັງມີພື້ນທີ່ ປູກຝິ່ນ ຫຼາຍທີ່ສຸດ. ເປົ້າໝາຍຫຼັກໆ ກໍເພື່ອຫຼຸດຜ່ອນ ບັນຫາ ການປູກຝິ່ນ ຂອງຊາວລາວ ທີ່ເປັນຊົນເຜົ່າ ແລະ ຕ້ອງການແກ້ໄຂ ບັນຫາຄວາມທຸກຍາກ ໃນເຂດຫ່າງໄກ ໃຫ້ມີອາຊີພ ແລະ ຣາຍໄດ້ທີ່ໝັ້ນຄົງ.
ຕາມຣາຍງານ ຂອງສຳນັກງານ ຢາເສພຕິດ ແລະ ອາຊຍາກັມ ສະຫະປະຊາຊາຕ ຫຼື UNODC ໃນຣາຍງານຫົວຂໍ້ “ສຳຣວຈຝິ່ນ” ໃນພາກພື້ນ ເອເຊັຽຕາເວັນອອກສຽງໃຕ້ ປະຈຳປີ 2016 ໄດ້ຣະບຸວ່າ ລາວມີເນື້ອທີ່ ປູກຝິ່ນ ທັງໝົດ 5,700 ເຮັກຕ້າຣ໌ ແລະ ເປັນປະເທດ ທີ່ປູກຝິ່ນຫຼາຍ ເປັນອັນດັບ 3 ຂອງໂລກ ຮອງຈາກອັຟການິສຖານ ແລະ ພະມ້າ.