ຄົນງານລາວຢູ່ມາເລເຊັຽ ຂໍຄວາມ ຊ່ອຍເຫຼືອ ກັບເມືອລາວ
2020.12.18

ຄົນງານປະມົງລາວ ທີ່ເຮັດວຽກໃນເຮືອປະມົງຫາປາ ທີ່ ຣັຖ ຈໍຮໍ ຄອງທະເລ ເມືອງເອັນດາວ ຕ້ອງການກັບບ້ານດ່ວນເນື່ອງຈາກ ຊີວິດການເປັນຢູ່ ລຳບາກຫຼາຍ. ປັຈຈຸບັນເຮືອປະມົງ ໃນຄອງນີ້ທຸກລຳ ຂອງແຕ່ລະບໍຣິສັດ ກໍໄດ້ຈອດທຽບທ່າ ອອກຫາປາບໍ່ໄດ້ ເນື່ອງຈາກເປັນ ຣະດູ ມໍຣະສຸມ.
ໃນຂນະທີ່ເຈົ້າຂອງ ທີ່ວ່າຈ້າງນັ້ນກໍບໍ່ໄດ້ຈ້າງແລ້ວ, ຕອນນີ້ກໍພຽງແຕ່ລ້ຽງຄົນງານ ທີ່ຍັງກັບບໍ່ໄດ້, ທີ່ກິນນອນຢູ່ໃນເຮືອນັ້ນຊົ່ວຄາວ ກ່ອນຈົນກ່ວາວ່າຈະກັບໄດ້.
ຜ່ານມາຄົນງານປະມົງລາວ ໄດ້ເຮັດໜັງສືສົ່ງໄປຍັງສະຖານທູດລາວປະຈຳມາເລເຊັຽແລ້ວ, ເມືອງກາງເດືອນພືສຈິກາ 2020, ໂດຍໄດ້ຮັບຄຳຕອບວ່າ ໄດ້ປະສານງານມາຍັງຂແນງ ການທີ່ກ່ຽວຂ້ອງ ແລະ ຈະຊອກຫາຖ້ຽວບິນ ເພື່ອເຊົ່າເໝົາລຳ ໂດຍຄົນງານ, ປະມົງລາວ ອອກຄ່າໃຊ້ຈ່າຍ. ທາງທູດລາວປະຈຳມາເລເຊັຽ ໃຫ້ຄຳຕອບວ່າ, ວັນທີ 12-17 ທັນວາ ຈະມີຖ້ຽວບີນ ທ້າຍທີ່ສຸດກໍບໍ່ມີ ຫຍັງເກີດຂື້ນ.
ສ່ວນຄົນງານປະມົງລາວ ທີ່ຍັງເຫຼືອບໍ່ກ້າສ່ຽງກໍໄດ້, ແຕ່ລໍຖ້າຢ່າງດຽວເພື່ອໃຫ້ສະຖານທູດມາຊ່ອຍ, ແລະໃຫ້ຄຳຕອບທີ່ແນ່ນອນວ່າ ເມື່ອໃດ, ຈະໄດ້ກັບບ້ານ. ເພື່ອໃຫ້ທ່ານໄດ້ເຂົ້າໃຈ ສະພາບການປັຈຈຸບັນ ທາງຄົນງານລາວປະມົງທີ່ຢູ່ຣັຖ ຈໍຮໍ ຄອງທະເລ ເມືອງເອັນດາວ ໄດ້ເປີດໃຈໃຫ້ສັມພາດຕໍ່ ເອເຊເຊັຽເສຣີ ໃນວັນທີ 16 ທັນວາ 2020. ໄປຕິດຕາມຟັງການ ສັມພາດນໍາກັນ.
ປັຈຈຸບັນຄົນງານປະມົງລາວ ບາງສ່ວນກໍລັກຂ້າມມາທາງຊາຍແດນມາເລເຊັຽ-ໄທຍ, ເຊີ່ງ ຢູ່ເຂດພາກໃຕ້ຂອງໄທຍ, ຫຼ້າສຸດເຈົ້າໜ້າທີ່ ຕຳຣວດໄທຍກໍຈັບຄົນງານລາວ ທີ່ລັກລອບ ຜ່ານເຂດນີ້ໄດ້ຈຳນວນ 40 ຄົນ ສ່ວນທີ່ເຫຼືອຍັງບໍ່ຮູ້ຊະຕາກັມ.
ໂດຍຄົນງານລາວປະມົງບອກວ່າ, ຍອມຊ່ຽງກັບທາງນີ້ເພື່ອໃຫ້ ທາງການໄທຍສົ່ງກັບດີກ່ວາ. ຖ້າຈະລໍຖ້າທາງການລາວມາຊ່ອຍຄົງ, ເປັນໄປໄດ້ຍາກ ອີກຢ່າງນື່ງຄ່າໃຊ້ຈ່າຍ ກໍແພງຫຼາຍ ພ້ອມນີ້ຍັງບໍ່ທັນໄດ້ມີວຽກເຮັດ ຕ້ອງລໍຖ້າອີກສອງ ຫາສາມເດືອນ ຈື່ງຈະມີ ວຽກໃໝ່. ເຊີ່ງເງິນທີ່ໄດ້ຢ້ານບໍ່ພໍຈ່າຍເພາະແຕ່ລະເດືອນ ນັ້ນໄດ້ແບ່ງຝາກໃຫ້ກັບຄອບຄົວແດ່ ກໍເລີຍຈຳເປັນຕ້ອງໄດ້ ລັກລອບກັບ.