ຄົນງານລາວເຂດເສຖກິຈ ພິເສດ ເຂົ້າຕາຈົນ
2021.08.05
ຄະນະສະເພາະກິຈປ້ອງກັນຄວບຄຸມ ແລະ ແກ້ໄຂການຣະບາດຂອງພຍາດໂຄວິດ-19 ແຂວງບໍ່ແກ້ວ ໄດ້້ອອກແຈ້ງການປິດ ການເດີນທາງເຂົ້າ-ອອກ ເຂດເສຖກິຈພິເສດສາມຫຼ່ຽມຄຳ ເປັນເວລາ 15 ວັນ ນັບແຕ່ວັນທີ 01 ສິງຫາ ເປັນຕົ້ນມາ. ໂດຍເນື້ອ ໃນສຳຄັນ ໄດ້ຣະບຸວ່າ ກໍຣະນີຜູ້ຕິດເຊຶື້ອໂຄວິດ-19 ຢູ່ແຂວງຫຼວງນໍ້າທາ ແລະ ແຂວງຄຳມ່ວນ ແມ່ນອອກມາຈາກ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ. ເພື່ອປ້ອງກັນບໍ່ໃຫ້ແຜ່ລາມ ທາງການແຂວງບໍ່ແກ້ວ ຈຶ່ງໄດ້ປະກາດປິດການ ເຂົ້າ-ອອກ, ໃຫ້ເຈົ້າໜ້າທີ່ແພດໝໍ ເລັ່ງຊ່ອຍເຫຼືອກວດຫາເຊື້ອ ຂອງຄົນໃນເຂດ.
ຕໍ່ກັບແຈ້ງການດັ່ງກ່າວໂດຍສະເພາະຄົນງານລາວ ທີ່ເຮັດວຽກຢູ່ໃນເຂດ ເສຖກິຈພິເສດ ສາມຫຼ່ຽມຄຳ ຈຳນວນຫຼາຍຖືກສັ່ງກັກ ບໍຣິເວນພາຍໃນເຂດ ບໍ່ສາມາດອອກຈາກເຂດ ກັບໄປ ບ້ານຕົນເອງ. ສ່ວນຄົນງານຕ່າງປະເທດ ເຊັ່ນ ໄທຍ, ພະມ້າ ແລະ ຈີນ ບໍ່ໄດ້ຖືກສັ່ງໃຫ້ກັກບໍຣິເວນ ຖ້າຕ້ອງການອອກຈາກເຂດ ກໍສາມາດອອກໄດ້ ໂດຍບໍ່ມີເງື່ອນໄຂໃດໆ.
ຕໍ່ກັບບັນຫານີ້ແຫຼ່ງຂ່າວ ທີ່ໃຫ້ຂ່າວຢູູ່ພາຍໃນ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຈຳນວນຫຼາຍ ໄດ້ເວົ້າເຖິງກໍຣະນີ ດັ່ງກ່າວນີ້ວ່າ. ບັນຫາ ນີ້ບໍ່ແມ່ນຫາກໍເກີດຂຶ້ນໃໝ່ ການຣະບາດ ໃນເຂດ ເສຖກິຈ ຊຸດກ່ອນຄົນງານລາວ ທີ່ເຮັດວຽກຢູ່ໃນເຂດ ກໍໄດ້ຮັບຜົລກະທົບ ມາແລ້ວ. ມາເທື່ອນີ້ພຽງ ແຕ່ເປັນການຣະບາດ ທີ່ກວດພົບວ່າຜູ້ຕິດເຊື້ອ ອອກໄປຈາກເຂດເທົ່ານັ້ນ ທາງຄະນະບໍຣິຫານ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ອອກມາຕການເຂັ້ມງວດ ກັກບໍຣິເວນຄົນງານລາວ ບໍ່ໃຫ້ອອກໄປນອກເຂດ ດັ່ງຄົນງານລາວຜູ້ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 4 ສິງຫາ ວ່າ.
"ບໍ່ຈັກຊະສິວ່າມັນຫຼາຍເນາະ ສຳລັບນ້ອງ ນ້ອງກັກໂຕສິໄດ້ສາມເດືອນ ສີ່ເດືອນ ທີ່ວ່າຢູ່ແຕ່ໃນຫ້ອງ ບໍ່ໄດ້ອອກໄປໃສເລີຍ ອອກຈາກຕຶກ ກະບໍ່ໄດ້ເຂົາບໍ່ໃຫ້ອອກ ຄົນອອກລົງໄປ ລະຖືກປັບໃໝ ຄົນລະ ໝື່ນຢວນ ຖ້າໃຜບໍ່ປັບສະພາບ ຖືກປັບໝື່ນຢວນ ມີຫຼາຍຄົນ ບາງຄົນ ທີ່ເຂົາເຈົ້າຕົກງານ ບໍ່ມີວຽກເຮັດ ລະກະຫົວໜ້າ ບໍ່ໄດ້ຈ້າງອີ່ຫຍັງ ຫັ້ນນ່າລະເຂົາ ຢາກກັບບ້ານ."
ຄົນງານລາວຜູ້ນີ້ຍັງໄດ້ກ່າວຕື່ມວ່າ ສະພາບການເປັນຢູ່ຕອນນີ້ ລຳບາກຫຼາຍກໍຢາກໃຫ້ ທາງການແຂວງບໍ່ແກ້ວ ເຂົ້າມາຊ່ອຍແກ້ໄຂ ບັນຫາເອົາຄົນງານລາວ ອອກໄປຈາກເຂດ. ຜ່ານມາ ກໍພຍາມຊອກຫາວິທີ ອອກຈາກເຂດແຕ່ຕ້ອງໄດ້ເສັຍເງິນ ຄ່ານາຍໜ້າຫຼາຍ ພັນຢວນ ເຊິ່ງ ຕົນເອງກໍບໍ່ມີເງິນ ພໍກໍໄດ້ແຕ່ຢູ່ຫ້ອງຈົນກວ່າເພິ່ນຈະປະກາດປົດລ໊ອກ ໃນວັນທີ 15 ສິງຫາ 2021 ທີ່ຈະມາເຖິງນີ້.
ໃນຂນະທີ່ຫົວໜ້າ ກຸ່ມຄົນງານລາວ ທີ່ຕັ້ງກຸ່ມສົນທະນາກັນ ໃນເຟສບຸກເພື່ອຫາທາງຊ່ອຍເຫຼືອ ກັນນັ້ນກໍໄດ້ສັມພາດເວົ້າເຖິງສາເຫດ ວ່າເປັນຫຍັງຄົນງານລາວ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ຕ້ອງການກັບບ້ານ. ສາເຫດຫຼັກກໍແມ່ນ ບໍ່ມີວຽກເຮັດມາຫຼາຍເດືອນ ແລະ ຕ້ອງໄດ້ກຸ້ມຕົນເອງ.
"ຊ່ວງນີ້ມັນແບບ ໂຄວິດຣະບາດເນາະ ເຂົາບໍ່ໃຫ້ອອກໄປໃສຫັ້ນນ່າ ມີແຕ່ຢູ່ແຕ່ໃນຫ້ອງ ບັດນີ້ບ່ອນເຮັດວຽກອີ່ຫຍັງນີ້. ບາງບ່ອນ ເຂົາເຈົ້າກະປິດທີ່ເຄີຍຫາເງິນໄດ້ ກະບໍ່ໄດ້ ເຮັດບໍ່ໄດ້ ຫາແລ້ວ ແຮງງານອີຫຍັງ ແຮງງານລາວບາງຄົນ ເຂົາກໍບໍ່ມີວຽກເຮັດ ເຂົາກະຢາກກັບບ້ານອີ່ຫຍັງຫັ້ນນ່າ ມີຄວາມເດືອດຮ້ອນ ຫຼາຍຊ່ວງນີ້ຫັ້ນນ່າ. ຫຼາຍຄົນທີ່ຢາກກັບ ບ້ານ ແຕ່ກັບບໍ່ໄດ້ຍ້ອນວ່າ ຢູ່ໃນນີ້ບໍ່ມີວຽກເຮັດ ຊິເອົາເງິນໃສມາເຊົ່າຫ້ອງ ຫ້ອງແຕ່ລະຫ້ອງນັບມືຶ້ ມັນກະແພງ ມື້ນຶ່ງກະຖືກຢູ່ຫ້າຫົກແສນ ຢູ່ໃນນີ້ມັນບໍ່ແມ່ນ ຖືກໆ ອີ່ຫຍັງ ມັນກະແພງເບິດ ຊ່ວງນີ້ ກະເງິນຂຶ້ນແດ່ ເພາະເຂົາເຈົ້າລ໊ອກດາວ ມານີ້ສິໄດ້າສາມສີ່ເດືອນ ລະບັດນີ້ວຽກເຂົາ ກະບໍ່ໄດ້ເຮັດເຂົາ ຈະເອົາເງິນໃສມາຊື້ ຢູ່ຊື້ກິນ ເຂົາກະເລີຍ ຢາກກັບຫັ້ນນ່າ."
ຄົນງານຜູ້ນີ້ໄດ້ກ່າວຕື່ມວ່າ ແຈ້ງຣາຍຊື່ໄປແລ້ວ ແຕ່ກໍຍັງບໍ່ຮູ້ເທື່ອວ່າມື້ໃດ ຈະໄດ້ກັບບ້ານຍັງລໍຖ້າ ຄະນະຮັບຜິດຊອບໃນເຂດ ແຈ້ງມາ.
"ນ້ອງກະຖ້າມື້ໃດ ວ່າສິໄດ້ກັບບ້ານນິ ແຈ້ງຣາຍຊື່ໄປ ກະບໍ່ຮູ້ບໍ່ມີວີ່ແວວ ມື້ໃດສິໄດ້ກັບ ຢູ່ໃນນີ້ວຽກກະບໍ່ມີເຮັດຫັ້ນນ່າ ອີກຢ່າງ ຄ່າເຊົ່າຫ້ອງມັນກະແພງຫັ້ນນ່າ ຢາກກັບບ້ານ ກະກັບບໍ່ໄດ້ ໃຫ້ຢູ່ຕໍ່ ຈະຢູ່ແນວໃດເງິນກະບໍ່ມີ."
ຄົນງານລາວຜູ້ບໍ່ປະສົງອອກຊື່ ແລະສຽງ ໄດ້ເລົ່າໃຫ້ທີມງານຂ່າວຟັງວ່າ ມີ ທ່ານໝໍ ເວົ້າເອງວ່າການທີ່ເອົາຄົນລາວໄປກັກໂຕແມ່ນ ເປັນທຸຣະກິຈແລ້ວ ເພາະຄົນນຶ່ງຈ່າຍບໍ່ຕໍ່າກວ່າ 3,000 ຢວນ. ໂດຍການຮັກສາກະບໍ່ໄດ້ ເອົາໄປກິນ-ນອນ ຮອດມື້ລະປ່ອຍ ຖ້າບໍ່ມີຄົນມາຈ່າຍເງິນໃຫ້ ກໍກັກໄວ້ໂດຍບໍ່ມີກຳນົດ ໂດຍສ່ວນຫຼາຍມີແຕ່ລູກຈ້າງ. ບາງເທື່ອການເຂົ້າໄປ ກັກໂຕ ນາຍຈ້າງຄົນຈີນ ບາງຄົນກໍຮັບຜິດຊອບ ແລ້ວຫັກເງິນເອົາກັບຄົນງານຈົນໝົດ ແຕ່ຖ້າບໍ່ມີອີ່ຫຼີ ນາຍຈ້າງຄົນຈີນ ຈະຈ່າຍໃຫ້ມື້ລະ 100 ຢວນ.
ຄົນງານຜູ້ນີ້ໄດ້ບອກພວກເຮົາຕື່ມວ່າ ເຄີຍສເນີໄປຍັງຫ້ອງວ່າການ ແຂວງບໍ່ແກ້ວແຕ່ກໍບໍ່ມີການແກ້ໄຂໃດໆ ຍົກໂຕຢ່າງວ່າມີຄົນກວດ ອອກມາເປັນຜົລບວກ ທີ່ທາງໝໍຈີນ ແຈ້ງແລ້ວ ເອົາໄປກັກໂຕ ຢູ່ໂຮງໝໍສນາມ ເຊິ່ງຫ້ອງການເຂດເສຖກິຈພິເສດ ສາມຫຼ່ຽມຄຳ ສ້າງຂຶ້ນເອງ ແຕ່ກັບບໍ່ໄດ້ແຈ້ງໃຫ້ແຂວງ ຮັບຊາບຕໍ່ກໍຣະນີ ຄົນມີຜົລບວກ ໃນຈຳນວນນີ້ ກໍມີປະມານ 400-500 ຄົນ ບໍ່ໄດ້ນັບ ຮວມທັງຄົນ ພະມ້າ,ໄທຍ ແລະ ຈີນ.
ສ່ວນເຣື່ອງທີ່ວ່າ ໃຜຕ້ອງການຢາກອອກຈາກ ເຂດນັ້ນ ຕອນນີ້ ກໍມີນາຍໜ້າ ແຕ່ຕ້ອງໄດ້ຈ່າຍເງິນ ໃຫ້ນາຍໜ້າຈຳນວນຫຼາຍຈຶ່ງບໍ່ ສາມາດ ອອກຈາກເຂດໄດ້. ຍ້ອນເຫດນີ້ຕົນເອງຈຶ່ງ ລໍຖ້າວ່າເມື່ອໃດ ທາງການຈະພາອອກໄປ. ຖ້າອີງໃສ່ກຳນົດການ ແມ່ນວັນທີ 15 ສິງຫາ ແມ່ນໝົດເຂດ ລ໊ອກດາວ ແຕ່ການໃຊ້ຊີວິດ ຢູ່ໃນນີ້ຍາມນີ້ ບໍ່ຕ່າງຫຍັງກັບນັກໂທດ ກໍຂໍສເນີ ມາຍັງພາກສ່ວນກ່ຽວຂ້ອງ ຫາວິທີທາງແກ້ໄຂ ໃຫ້ຄົນງານພວກເຮົາດ້ວຍ.
ຄົນງານຊາຍອີກຄົນນຶ່ງໄດ້ບອກກ່າວ ພວກເຮົາວ່າ ນ້ອງເອງກໍງົງຄົນຕິດ ໂຄວິດ-19 ຢູ່ໃນນີ້ປິ່ນປົວກະເສັຽເງິນ ທັງທີ່ວ່າທົ່ວໂລກເຂົາ ປິ່ນປົວໃຫ້ລ້າໆ. ຂນາດວ່າຜົລກວດທີ່ວ່າອອກ ມາບໍ່ຊັດເຈນ ກະຍັງເອົາໄປກັກໂຕ ແລະ ໄດ້ຈ່າຍເງິນໃຫ້ເຂົາພ້ອມ.
ຄົນຢູ່ນອກຢູ່ຕ່າງແຂວງບໍ່ຮູ້ ແລະຄົນຢູ່ໃນນີ້ທຸກຄົນ ມາເພື່ອຫາເງິນແຕ່ດຽວນີ້ ບໍ່ໄດ້ເຮັດວຽກມາສາມເດືອນປາຍ ບາດຊິອອກໄປພັດ ໄດ້ລົງທະບຽນຍາກກວ່າໄປເສັງ ສ່ວນພາກຣັຖ ກະບໍ່ມີວ່າສິມາສົນໃຈເລີຍ ໂດຍສະເພາະໜ່ວຍງານ ສະເພາະກິຈ. ຈັກແມ່ນເພິ່ນສິ ປິດໄປເຮັດຫຍັງ ໃຜຢາກອອກກະປ່ອຍໃຫ້ອອກ ກວດຫາເຊື້ອແທ້ໆ ກັກໂຕແທ້ໆ ແຕ່ຍັງອອກບໍ່ໄດ້ ເບິ່ງແຮງງານ ມາແຕ່ໄທຍມື້ນຶ່ງ ເຂົ້າມາຫຼາຍຮ້ອຍຄົນ ບາດຢູ່ປະເທດລາວແທ້ໆ ພັດອອກບໍ່ໄດ້ ຫຼື ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ນີ້ແມ່ນບໍ່ໄດ້ຂຶ້ນກັບຣັຖບານ ລາວ ແລ້ວບໍ່.
ຕໍ່ກໍຣະນີດັ່ງກ່າວ ເຈົ້າໜ້າທີ່ຂອງຫ້ອງການສົ່ງເສີມ ແລະຄຸ້ມຄອງເຂດເສຖກິຈ ແຂວງບໍ່ແກ້ວ ຜູ້ຂໍສງວນຊື່ ແລະສຽງ ໄດ້ກ່າວວ່າ, ປັຈຈຸບັນ ຍັງມີການລັກລອບ ເຂົ້າ-ອອກ ເຊິ່ງຈະເຮັດ ໃຫ້ເຂດເສຖກິຈພິເສດ ມີຄວາມສ່ຽງ ທີ່ອາດຈະເກີດມີ ການຣະບາດຂອງເຊື້ອ ພຍາດໂຄວິດ-19 ຮອບໃໝ່.
ນອກຈາກພະນັກງານ ແລ້ວບຸກຄົນອື່ນໆ ຫ້າມເຄື່ອນໄຫວເຂົ້າ-ອອກ ເຂດເສຖກິຈພິເສດ. ດ່ານເຂົ້າ-ອອກແມ່ນຫ້າມບໍ່ໃຫ້ບຸກຄົນ ທີ່ບໍ່ໄດ້ ກ່ຽວຂ້ອງເຂົ້າມາໃນເຂດ, ສ່ວນການນຳເຂົ້າ ສິນຄ້າ ແລະ ຜູ້ທີ່ມີຈຸດປະສົງ ຢາກອອກຈາກເຂດ ແມ່ນໃຫ້ແຈ້ງເປັນປົກກະຕິ.
ສ່ວນເຣື່ອງທີ່ວ່າ ການບໍ່ອະນຸຍາດ ໃຫ້ຄົນງານລາວອອກນອກເຂດ ແລະ ຖືກກັກບໍຣິເວນນັ້ນ ທາງການແຂວງບໍ່ແກ້ວ ໄດ້ຮັບຊາບ ແລ້ວຈະຊອກຫາວິທີທາງ ເຂົ້າມາແກ້ໄຂ ຂັ້ນຕົ້ນ ແມ່ນໃຫ້ຄົນງານ ທີ່ມີຈຸດປະສົງ ຢາກອອກນອກເຂດ ແມ່ນໃຫ້ລົງທະບຽນ. ຈາກນັ້ນແພດຜູ້ປະຈຳການ ປິ່ນປົວໂຄວິດ-19 ຕ້ອງແຈ້ງໂຕເລກ ໂຕຈິງ ໃຫ້ຄະນະຮັບຊາບ ຈາກນັ້ນ ຈະຈັດລຳດັບແຍກກຸ່ມຄົນ ອອກ ແລະ ໃຫ້ການຊ່ອຍເຫຼືອເບື້ອງຕົ້ນ ຄືການກັກບໍຣິເວນ ໃນສູນຂອງແຂວງ ແລະ ສົ່ງກັບພູມລຳເນົາຂອງໃຜລາວ. ບັນຫານີ້ ກຳລັງ ຜ່ານກອງປະຊຸມ ຂອງອົງການປົກຄອງ ແຂວງບໍ່ແກ້ວ ເຊິ່ງໃນໄວໆ ນີ້ພວກເຮົາຈະເຂົ້າໄປແກ້ໄຂ.
ສ່ວນເຣື່ອງການເກັບເງິນ ຄ່າປິ່ນປົວໂຄວິດ-19 ແລະ ເກັບຄ່ານາຍໜ້າ ພາອອກນອກເຂດ ກໍຣະນີນິ ພວກເຮົາຈະໄດ້ລົງໂທດ ພວກກ່ຽວທີ່ ກະທໍາບໍ່ຖືກຣະບຽບ ທີ່ຄະນະສະເພາະກິຈ ວາງອອກ. ເພາະຂັດກັບແຈ້ງການ ປິດການ ເຂົ້າ-ອອກ ເຂດເສຖກິຈ ພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ ໄດ້ອອກແຈ້ງການ ຈົນກ່ວາຈະໝົດເຂດ ໃນວັນທີ 15 ສິງຫາ ນີ້.
ຜົລກະທົບຂອງການຣະບາດ ເຊື້ອໂຄວິດ-19 ຢູ່ເມືອງຕົ້ນເຜີິ້ງ ແຂວງບໍ່ແກ້ວ ທີ່ຣະບາດໜັກກວ່າໝູ່ ກໍແມ່ນຢູ່ເຂດ ເສຖກິຈພິເສດ ສາມຫຼ່ຽມຄຳ. ແຕ່ການຣະບາດ ໃນເດືອນສິງຫາ ຍັງບໍ່ຮຸນແຮງເທົ່າກັບເທື່ອກ່ອນ ເຖິງວ່າຈະມີມາຕການຄວບຄຸມໄວ້ ແຕ່ໃນໄລຍະ ຜ່ານມາ ໃນເຂດຍັງມີການເຄື່ອນໄຫວ ຄ້າ-ຂາຍ ໂດຍສະເພາະ ແມ່ນກາຊິໂນ ຍັງມີການຫຼີ້ນ ຜ່ານອອນລາຍ ແລະ ຜູ້ຄົນກໍຍັງ ເຂົ້າ-ອອກ ໂດຍສະເພາະຄົນຈີນ, ຄົນໄທຍ ແລະ ຄົນລາວ ທີ່ສມັກເຂົ້າໄປເຮັດວຽກ ເຊິ່ງມັນເປັນທີ່ມາ ຂອງການເກີດຄວາມສ່ຽງ ໃນການຣະບາດ ໂຄວິດ-19 ຮອບນີ້.