ຄົນງານລາວວ່າ ນາຍຈ້າງ ເອົາປຽບ

ໄຊຍາ
2020.01.13
F-Ciment-Conh ໂຮງງານຊິເມັນ ຂອງບໍຣິສັດຊິເມັນ COHN ຢູ່ ແຂວງຫຼວງພຣະບາງ ທີ່ມີຄົນງານພາກັນ ຮຽກຮ້ອງຂໍຄວາມເປັນທັມ ເຣື່ອງຄ່າຈ້າງ ແຮງງານ.
ຮູບຈາກ : ນັກຂ່າວພົລເມືອງ

ກັມມະກອນຄົນລາວ ທີເຮັດວຽກຢູ່ໂຮງງານຊິເມັນ ຂອງບໍຣິສັດຊິເມັນ CONH ຮຽກຮ້ອງ ຂໍຄວາມເປັນທັມ ເຣື່ອງຄ່າແຮງງານ. ຜ່ານມາ ໂຮງງານບໍ່ຈ່າຍຄ່າແຮງງານ ລ່ວງເວລາໃຫ້ ບໍ່ໄດ້ພັກຕອນສວຍບາງມື້ ຈົນເຮັດໃຫ້ກັມມະກອນຫຼາຍຄົນ ອົດບໍ່ໄຫວ ຈຶ່ງລາອອກໄປ. ດັ່ງ ກັມມະກອນ ທີ່ຢູ່ໃນໂຮງງານໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 13 ມົກຣາ ວ່າ; ຂໍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ລົງມາກວດກາ ໂຮງງານ ແຫ່ງດັ່ງກ່າວ ເພື່ອຊ່ອຍເຫຼືອໃຫ້ກັມມະກອນ ໄດ້ຮັບຄວາມເປັນທັມ.

"ຄັນວ່າເຮົາໄປຊ້ານີ້ຖືກຕັດເງິນເນາະ ແຕ່ວ່າເຮົາເຮັດວຽກເກີດຊົ່ວໂມງ 2-3 ຊົ່ວໂມງເຂົາບໍ່ໄລ່ໂອທີໃຫ້ ເລີຍ, ພະນັກງານກໍ່ທົນບໍ່ໄຫວ ຫັ້ນນ່າລາອອກຫຼາຍ ຕອນເຊົ້ານີ້ ເຂົ້າ 07 ໂມງເຊົ້າ ກໍບໍ່ໄດ້ພັກເລີຍ ຕອນສວາຍບາງມື້ ບໍ່ໄດ້ພັກເລີຍ, ຕອນສວາຍ ບາງມື້ກິນເຂົ້າ 12 ໂມງ ແລ້ວກໍເຮັດວຽກເລີຍ ແລ້ວກໍເລີກ 06 ໂມງຊິນ່າ 06ໂມງ ຍັງຊິໃຫ້ເຮັດໄປຮອດ 09-10 ໂມງ ແຕ່ວ່າບໍ່ໄລ່ເງິນໃຫ້."

ສ່ວນກັມມະກອນອີກຄົນນຶ່ງ ກໍເວົ້າວ່າຜ່ານມາເຄີຍເຫັນຄົນຈີນ ທີ່ເປັນຜູ້ຄຸມຄົນງານ ທຳຮ້າຍຮ່າງກາຍ ກັມມະກອນລາວ ຢ່າງຮຸນແຮງ ແຕ່ບໍ່ຮູ້ວ່າຍ້ອນສາເຫດຫຍັງ ຈຶ່ງທຳຮ້າຍຮ່າງກາຍ.

"ຄົນຈີນນັ້ນແບບເຂົາເອົາມານັ່ງ ແລ້ວຕີ ຄົນຈີນຫັ້ນເອົາຕີນຢັນເດ້ ຖືກສອງຄົນ ປະມານສອງອາທິດຜ່ານມາ ຕອນນັ້ນຂະເຈົ້າຈັບມັດ ກັມມະກອນຕິດກັນເລີຍ ແລ້ວຂ້ອຍເຫັນແຕ່ຕອນເຂົາເອົາຕີນ ຢັນຫັ້ນແລ້ວ ກໍຄົນຈີນຕີ ແຕ່ວ່າຕອນຂ້ອຍເຫັນ ມີແຕ່ເຫັນຕອນເຂົາ ເອົາຕີນຢັນເພາະວ່າຂ້ອຍ ມອງແລ້ວຂ້ອຍຍ່າງກາຍເລີຍນ່າ."

ກ່ຽວກັບເຣື່ອງການທຸບຕີ ນັ້ນ ເຈົ້າໜ້າທີ່ ບ້ານຜາແດງ ໄດ້ຢືນຢັນວ່າ ບໍ່ແມ່ນຄວາມຈິງ ເຣື່ອງກໍແມ່ນມີພວກໜຸ່ມ ເຂົ້າໄປລັກສາຍໄຟໃນ ໂຮງງານ ຫົວໜ້າຄົນຈີນເຫັນຈຶ່ງຈັບມາແລ້ວຕີ.

"ແບບໂຕນີ້ເຂົາຕີນີ້ ແມ່ນແທ້ ແຕ່ໄປລັກເຄື່ອງເຂົານ່າ ແບບວ່າຄົນຈີນ ເຂົາຈັບໄດ້ໄປລັກເຄື່ອງຂອງ 2 ຄົນ ເດັກເນາະອາຍຸ ກໍບໍ່ຮອດ ປະມານ 15-16 ປີແຫຼະ ບໍ່ຮອດ 18 ປີ ໄປລັກເຄື່ອງເຂົາຕິແລ້ວ ກໍເຂົາຈັບໄດ້ນ່າ ແບບໄປລັກສາຍໄຟ ແບບສາຍທອງ ແບບເອົາໄປປອກ ຂາຍນ່າ ຈັບເອົາໄປແລ້ວຕີເພາະວ່າ ຕຳຣວດຍັງບໍ່ມາຮອດ."

ຕໍ່ກໍຣະນີດັ່ງກ່າວ ເຈົ້າໜ້າທີ່ຜແນກແຮງງານແຂວງຫຼວງພຣະບາງ ໃຫ້ຄວາມເຫັນວ່າເຖິງຈະເປັນຄົນຂີ້ລັກ ກໍບໍ່ມີສິດຕີຕ້ອງໃຫ້ເຈົ້າໜ້າທີ່ ຕຳຣວດສືບສວນກ່ອນ:

"ແບບນີ້ບໍ່ໄດ້ ບໍ່ໄດ້ ບໍ່ຖືກຕ້ອງ ມັນຕ້ອງມີການສືບສວນ ເຈົ້າໜ້າທີ່ທ້ອງຖິ່ນ ຕ້ອງເຂົ້າໄປສືບສວນ ຖ້າວ່າມີກໍຣະນີແບບນີ້ ຫັ້ນນ່າ ພໍ່ແມ່ ກໍຕ້ອງໄປ ແຈ້ງເຈົ້າໜ້າທີ່ທ້ອງຖິ່ນ ບ່ອນທີ່ເກີດທີ່ຢູ່ໃນເມືອງໂຕນັ້ນຫັ້ນນ່າ ຕ້ອງໄປແຈ້ງນ່າ ບໍ່ແມ່ນວ່າຢູ່ເສີຍ ໆ ບໍ່ໄດ້ຄື ກໍຕ້ອງແຈ້ງຕຳຣວດ ເພື່ອເອີ້ນມາໄກ່ເກັ່ຍເນາະ."

ໂຮງງານຊິມັງ ຄອນ ຂອງຈີນ ເປີດມາໄດ້ 03 ປີແລ້ວຕັ້ງຢູ່ເຂດ ບ້ານຜາແດງ ມີກັມມະກອນ ເຮັດວຽກປະມານ 200 ຄົນ. ໃນໄລຍະ ຜ່ານມາ ກໍມີພາກສ່ວນກ່ຽວຂ້ອງ ເຄີຍລົງມາເຕືອນໂຮງງານ ແຫ່ງດັ່ງກ່າວແລ້ວ ແຕ່ກໍຍັງມີເຫດການ ເອົາປຽບ ກັມມະກອນລາວ ເກີດຂຶ້ນ ຈົນຕ້ອງໄດ້ຂໍຄວາມເປັນທັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.