ວັນ ກັມມະກອນສາກົນ ວັນທີ 1 ພຶສພາ
ສິດນີ
2018.05.01
2018.05.01
ໃນມື້ວັນທີ 26 ເມສາ ຜ່ານມາ, ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງແຮງງານ ແລະສວັດດີການສັງຄົມ (ຮສສ) ໄດ້ລົງໄປ ຢ້ຽມຢາມ ແລະຊຸກຍູ້ວຽກງານ ຄຸ້ມຄອງແຮງງານ ຢູ່ 2 ຫົວໜ່ວຍທຸຣະກິດ ເປັນຕົ້ນບໍຣິສັດຜລິດເກີບ CKL ຢູ່ບ້ານຊຽງດາ ແລະ ບໍຣິສັດ ເຈແຟມີລີ ເທຣດດິ້ງ ຈຳກັດ ຢູ່ ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອສ້າງຂວັນກຳລັງໃຈ ແກ່ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເນື່ອງໃນໂອກາດ ການສລອງ ວັນກັມມະກອນສາກົນ 1 ພຶສພາ ໃນປີນີ້ ແລະ ເພື່ອປົກປ້ອງສິດຜົນປະໂຫຍດຂອງ ຜູ້ໃຊ້ແຮງານ ແລະ ຜູ້ອອກແຮງງານໃນວັນດັ່ງກ່າວ.