ພ້ອມສ້າງ ໂຮງງານກັ່ນນ້ຳມັນ ແຫ່ງທີ່ 3 ໃຫຍ່ສຸດໃນລາວ
ບໍຣິສັດ ເອເນີ້ຣ໌ຈີ ດີວີລອບເມັ້ນທ໌ ລາວ ຈຳກັດ ຕຣຽມກໍ່ສ້າງ ໂຮງງານກັ່ນນ້ຳມັນ ແຫ່ງທີ່ 3 ມີເນື້ອທີ່ 23 ເຮັກຕ້າຣ໌ ປະກອບມີ ໂຮງງານ, ສາງນ້ຳມັນ ແລະ ກິຈການອື່ນໆ ມູນຄ່າການກໍ່ສ້າງ 100 ລ້ານໂດລາຣ໌ສະຫະຣັຖ ໂດຍຈະເຣີ່ມລົງມື ກໍ່ສ້າງໃນໄວໆນີ້ ແລະຄາດວ່າຈະ ສຳເຣັດພາຍໃນ 15 ເດືອນ.
-
ໄຊຍາ
2023-02-28 -
-
-
Your browser doesn’t support HTML5 audio
ໃນວັນທີ 18 ກຸມພາ 2023 ທີ່ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ໄດ້ຢ້ຽມຢາມພື້ນທີ່ກໍ່ສ້າງ ໂຮງງານກັ່ນນ້ຳມັນເຊື້ອເພີງ ຢູ່ເຂດເສຖກິຈພິເສດແຂວງຄຳມ່ວນ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ໂດຍໄດ້ຮັບຟັງການຣາຍງານ ກ່ຽວກັບການກໍ່ສ້າງ ໂຮງງານກັ່ນນ້ຳມັນ ຂອງບໍຣິສັດ ເອເນີ້ຣ໌ຈີ ດີວີລອບເມັ້ນທ໌ ລາວ ຈຳກັດ (Energy Development Lao Co.,Ltd.) ຢູ່ໃນເຂດເສຖກິຈພິເສດແຂວງຄຳມ່ວນ ມີເນື້ອທີ່ 23 ເຮັກຕ້າຣ໌ ປະກອບມີ ໂຮງງານ, ສາງນ້ຳມັນ ແລະ ກິຈການອື່ນໆ ມີມູນຄ່າການກໍ່ສ້າງທັງໝົດ 100 ລ້ານໂດລາຣ໌ສະຫະຣັຖ ໂດຍຈະເຣີ່ມລົງມືກໍ່ສ້າງໃນໄວໆນີ້ ແລະຄາດວ່າຈະໃຊ້ເວລາກໍ່ສ້າງ ສຳເຣັດພາຍໃນ 15 ເດືອນ.
ສຳລັບ ຄວາມສາມາດ ໃນການຜລິດນ້ຳມັນ ໃນໄລຍະທີ 1 ຈຳນວນ 120 ລ້ານລິດຕໍ່ປິີ ແລະມີເປົ້າໝາຍສູງສຸດ ຢູ່ທີ່ 500-1,000 ລ້ານລິດພາຍໃນ 5 ປີຕໍ່ໜ້າ. ໂດຍສັດສ່ວນຂອງນ້ຳມັນ ທີ່ຈະຜລິດໄດ້ປະກອບມີ ນ້ຳມັນກາຊວນ ກວມເອົາ 80%, ນ້ຳມັນແອັດຊັງ 15% ແລະນ້ຳມັນເຕົາ 5% ເຊິ່ງຄາດວ່າຈະສາມາດປັບໂຄງສ້າງ ລາຄາຈຳໜ່າຍນ້ຳມັນໃຫ້ຫຼຸດລົງໄດ້ 7-12%, ອີງຕາມຣາຍງານຂ່າວໜັງສື ພິມແຂວງຄຳມ່ວນ.
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງບັນດາ ຜູ້ຊົມໃຊ້ນ້ຳມັນ ແລະຜູ້ປະກອບການປ້ຳນ້ຳມັນຢູ່ລາວ, ໂດຍທາງດ້ານຜູ້ປະກອບກາ ນຣົຖຂົນສົ່ງສິນຄ້າ ທ່ານນຶ່ງ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ຜູ້ບໍ່ປະສົງອອກຊື່ ເວົ້າວ່າ ທ່ານຍັງບໍ່ທັນຮູ້ວ່າໂຮງກັ່ນນ້ຳມັນດັງກ່າວ ຈະສາມາດຫຼຸດຜ່ອນບັນຫາລາຄານ້ຳມັນແພງໄດ້ແນວໃດ ແລະຍ້ອນລາຄານ້ຳມັນແພງ ກະເຮັດໃຫ້ອາຫານການກິນ ແພງຂຶ້ນຫຼາຍ.
ດັງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ກຸມພາ 2023 ວ່າ:
“ໂຕນີ້ເຮົາບໍ່ຮູ້ເດ ຂຶ້ນຫຼາຍ ໆ ຂຶ້ນທຸກຢ່າງ. ເຮົາເຄີຍຊື້ແຕ່ໂຕສຸກມາ ໂຕສຸກກະໂລນຶ່ງກະ 18 ພັນບໍ່.”
ໃນຂະນະທີ່ ຜູ້ປະກອບການຣົຖທ່ອງທ່ຽວ ທ່ານນຶ່ງ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ເຊັ່ນດຽວກັນ ເວົ້າວ່າ: ທ່ານຍັງບໍ່ແນ່ໃຈວ່າ ການມີໂຮງກັ່ນນ້ຳມັນນີ້ ຈະຊ່ອຍເຮັດໃຫ້ລາຄານ້ຳມັນ ຫຼຸດລົງປານໃດ ແຕ່ວ່າ ລາຄານ້ຳມັນດຽວນີ້ ແມ່ນແພງຫຼາຍ ເມື່ອສົມທຽບກັບຊ່ວງໄລຍະກ່ອນ ທີ່ຈະເກີດພາວະເງິນເຟີ້ ຢູ່ລາວ.
ດັງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:
“ເພິ່ນຊິຕັ້ງໂຮງກັ່ນນໍ້າມັນບໍ່? ບໍ່ໄດ້ເຫັນຂ່າວເລີຍ. ຍັງບໍ່ມີຂໍ້ມູນແນວໃດເລີຍ ເພາະວ່າເຮົາບໍ່ໄດ້ຮູ້. ເຕັມຖັງມັນກະຢູ່ 10 ລິດຂອງໄທເຮົາ 10 ລິດມັນກໍ່ຕົກຢູ່ 2 ແສນປາຍ ແອັດຊັງ. ດຽວນີ້ມາຍົກກຳລັງ 2 ເທົ່າປາຍລະ.”
ຜູ້ປະກອບການຣົຖທ່ອງທ່ຽວ ທ່ານນີ້ ຍັງຣະບຸຕື່ມວ່າ ດຽວນີ້ນັກທ່ອງທ່ຽວຕ່າງປະເທດ ມາທ່ຽວແຂວງຄຳມ່ວນຫຼາຍຂຶ້ນ ເຮັດໃຫ້ທ່ານມີລາຍໄດ້ຫຼາຍຂຶ້ນ ພໍທີ່ຈະຮັບມືກັບສະຖານະການ ລາຄານ້ຳມັນເຊື້ອເພີງຢູ່ໄດ້.
ໃນຂະນະທີ່ ຜູ້ປະກອບການປ້ຳນ້ຳມັນ ຍານາງນຶ່ງ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ເວົ້າວ່າ ຍັງບໍ່ຄຶດວ່າການມີໂຮງກັ່ນນ້ຳມັນ ຢູ່ແຂວງຄຳມ່ວນ ຈະຊ່ອຍໃຫ້ລາຄານ້ຳມັນ ເຊື້ອເພີງຫຼຸດລົງປານໃດ ຍ້ອນວ່າໄລຍະທາງ ແຕ່ແຂວງຄຳມ່ວນ ຫາແຂວງຈຳປາສັກ ໄກຫຼາຍ ເຊິ່ງຈະເຮັດໃຫ້ມີຄ່າຂົນສົ່ງ ນ້ຳມັນຕື່ມອີກ.
ດັງທີ່ຍານາງກ່າວວ່າ:
“ໂອຍ! ຍັງດອກໂອຍ ມັນຍັງໄກນໍເຈົ້າ ຈໍາປາສັກກັບຄໍາມ່ວນ ຍັງໄກໂພດ. ໂອຍ! ຍັງບໍ່ລົງໂຕດອກ ມັນກະປົກກະຕິຂອງມັນ.”
ຜູ້ປະກອບການ ປ້ຳນ້ຳມັນຍານາງນີ້ ເວົ້າຕື່ມວ່າ ລາຄານ້ຳມັນເຊື້ອເພີງຕອນນີ້ ບໍ່ໄດ້ມີການປ່ຽນແປງຢ່າງປັ່ນປ່ວນປານໃດ ເມື່ອສົມທຽບກັບໃນຊ່ວງກາງປີ 2022 ທີ່ຜ່ານມາ.
ດັງທີ່ຍານາງກ່າວຕື່ມວ່າ:
“ທິດນຶ່ງເພິ່ນປ່ຽນເທື່ອນຶ່ງເຈົ້າ. (ລາຄາ) ມັນກະຍັງສູງຢູ່ດອກ 18 ພັນພຸ້ນແຫຼະ ລົງມັນກະ 4 ຮ້ອຍປາຍນໍ ກາຊວນເຈົ້າ ແອັດຊັງກະຂາຍເຈົ້າ 20 ປາຍພັນນີ້ລະແມ່ນ.”
ກ່ຽວກັບໂຄງການ ກໍ່ສ້າງໂຮງງານກັ່ນນ້ຳມັນເຊື້ອເພີງ ຢູ່ແຂວງຄຳມ່ວນ, ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ໄປຍັງຜແນກພະລັງງານ ແລະບໍ່ແຮ່ ແລະຜແນກອຸຕສາຫະກັມ ແລະການຄ້າ ແຂວງຄຳມ່ວນ ແຕ່ເຂົາເຈົ້າບໍ່ຮັບສາຍ.
ໃນປີ 2022 ທີ່ຜ່ານມາ, ພາວະເງິນເຟີ້ຢູ່ປະເທດລາວ ເຮັດໃຫ້ເກີດ ບັນຫາລາຄານ້ຳມັນເຊື້ອເພີງ ແພງຂຶ້ນເທົ່າໂຕ ແລະການຂາດແຄນນ້ຳມັນ ເຊື້ອເພີງຢ່າງຮຸນແຮງ ຍ້ອນຣັຖບານລາວ ບໍ່ມີເງິນຕຣາຕ່າງປະເທດ ສຳຮອງພຽງພໍ. ຣັຖບານລາວພະຍາຍາມ ຊອກຫາວິທີແກ້ໄຂບັນຫາ ໂດຍອອກແຈ້ງການ ເລຂທີ 621/ຫສນຍ ລົງວັນທີ 6 ພຶສະພາ 2022 ເພື່ອໃຫ້ມີການຄວບຄຸມ ການນຳເຂົ້າ ແລະແຈກຢາຍນ້ຳມັນເຊື້ອໄຟ. ສະພາບດັງກ່າວຈຶ່ງແມ່ນ ແຮງຍູ້ດັນຣັຖບານຕັດສິນໃຈ ອະນຸຍາດໃຫ້ບໍຣິສັດ ເອກະຊົນ ເຂົ້າມາກໍ່ສ້າງ ໂຮງກັ່ນນ້ຳມັນເຊື້ອເພີງ ຢູ່ໃນປະເທດລາວ ເພື່ອຫຼຸດຜ່ອນບັນຫາລາຄານ້ຳມັນ ແພງ ແລະການຂາດແຄນ ນ້ຳມັນເຊື້ອເພີງ.
ປະເທດລາວ ມີໂຮງກັ່ນນ້ຳມັນເຊື້ອເພີງ ທີ່ເປີດນຳໃຊ້ແລ້ວ 2 ແຫ່ງ ໄດ້ແກ່ ໂຮງກັ່ນນ້ຳມັນ LAOPEC ຢູ່ເຂດເສຖກິຈກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ບໍຣິສັດຂອງຈີນ ມາລົງທຶນ ແລະໂຮງກັ່ນນ້ຳມັນຍອດງື່ມພາວເວີ ຢູ່ແຂວງຊຽງຂວາງ ທີ່ເປັນບໍຣິສັດຂອງລາວ ເຊິ່ງຈະຜລິຕນ້ຳມັນໃຫ້ແກ່ບໍຣິສັດ ຣັຖວິສາຫະກິຈນ້ຳມັນເຊື້ອໄຟ ລາວ. ຢ່າງໃດກໍ່ຕາມ, ຍັງບໍ່ທັນມີຂໍ້ມູນຍ່າງຈະແຈ້ງວ່າ ໂຮງກັ່ນນ້ຳມັນທັງສອງແຫ່ງ ມີການກັ່ນນ້ຳມັນເຊື້ອເພີງ ສຳລັບຈຳໜ່າຍພາຍ ໃນປະເທດລາວແລ້ວ ຫຼື ບໍ່.