ລາວ-ໄທຍ ຕຣຽມເປີດໃຊ້ ທາງຣົຖໄຟເຊື່ອມຕໍ່ກັນ

ທາງການລາວ ແລະ ໄທຍ ຕຣຽມເປີດເສັ້ນທາງຣົຖໄຟ ລາວ-ໄທຍ ຢ່າງເປັນທາງການ ໃນທ້າຍປີ 2023 ນີ້ ຫຼັງຈາກທີ່ກໍ່ສ້າງທາງຣົຖໄຟ ແລະ ສະຖານີຄຳສະຫວາດ ສຳເຣັດເມື່ອປະມານເດືອນມິຖຸນາ ທີ່ຜ່ານມາ ລວມມູນຄ່າການກໍ່ສ້າງ 944 ລ້ານບາທ.

ໂຄງການກໍ່ສ້າງທາງຣົຖໄຟ ຄວາມໄວສູງຂອງໄທຍ ທີ່ຈເຊື່ອມຕໍ່ ສປປ ລາວ ແລະ ສປ ຈີນ. ເດືອນທັນວາ ປີ 2022. RFA

ທາງການລາວ ແລະ ໄທຍ ຕຣຽມເປີດເສັ້ນທາງຣົຖໄຟ ລາວ-ໄທຍ ຢ່າງເປັນທາງການ ໃນທ້າຍປີ 2023 ນີ້ ຫຼັງຈາກທີ່ກໍ່ສ້າງທາງຣົຖໄຟ ແລະ ສະຖານີຄຳສະຫວາດ ສຳເຣັດເມື່ອປະມານເດືອນມິຖຸນາ ທີ່ຜ່ານມາ ລວມມູນຄ່າການກໍ່ສ້າງ 944 ລ້ານບາທ, ສະຖານີຄຳສະຫວາດ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ແມ່ນເປັນພາກຂຍາຍຕໍ່ຈາກສະຖານີ ທ່ານາແລ້ງ.

ພ້ອມດຽວກັນນີ້ ທາງການລາວຍັງຈະກູ້ຢືມເງິນ ເພີ່ມຈາກທາງການໄທຍຈໍານວນ 1.8 ຕື້ບາທເພື່ອສ້າງເສັ້ນທາງ ເລຂທີ R12 ເຣີ່ມຈາກເມືອງທ່າແຂກ ແຂວງຄຳມ່ວນ ໄປຫາດ່ານສາກົລ ນາເພົ້າ ຊາຍແດນ ລາວ-ວຽດນາມ ໄລະຍະທາງ 147 ກິໂລແມັດ. ທາງເສັ້ນນີ້ຈະເຊື່ອມຕໍ່ໄປເຖິງທ່າເຮືອວຸ່ງອັງ ໃນປະເທດວຽດນາມ ປັດຈຸບັນທາງການໄທຍ ຢູ່ລະຫວ່າງຕຣຽມ ອະນຸມັດເງິນກູ້ ທີ່ຍັງຊັກຊ້າ ເພາະຍັງບໍ່ສາມາດຈັດຕັ້ງຣັຖບານຊຸດໃໝ່ໄດ້.

ດັ່ງເຈົ້າໜ້າທີ່ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 15 ສິງຫາ ນີ້ວ່າ:

ໂຕ 900 ນີ້ຄືຢູ່ໃນການດຳເນີນງານໄລຍະທີ 2 ເປັນໂຄງການທ່ານາແລ້ງ ໄປວຽງຈັນ 1,800 ນີ້ມັນເປັນວົງເງິນທີ່ຕຣຽມອະນຸມັດໂຄງການ R12.”

ເຈົ້າໜ້າທີ່ການຣົຖໄຟ ແຫ່ງປະເທດໄທຍ ກະຊວງຄົມມະນາຄົມ ກ່າວວ່າ ໂຄງການກໍ່ສ້າງເສັ້ນທາງ ຣົຖໄຟລາວ-ໄທຍ ໄລຍະທີ 2 ຈາກສະຖານີທ່ານາແລ້ງ ໄປຫາບ້ານຄຳສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີໄລຍະທາງ 7.5 ກິໂລແມັດ ປັດຈຸບັນສ້າງສຳເຣັດແລ້ວ 100% ໂດຍເຣີ່ມການກໍ່ສ້າງ ມາຕັ້ງແຕ່ວັນທີ 01 ຕຸລາ 2019 ມີບໍຣິສັດ Asian Engineering Consultants ຂອງປະເທດໄທຍ ຮັບເໝົາກໍ່ສ້າງ.

ສໍາລັບເສັ້ນທາງຣົຖໄຟ ລາວ-ໄທຍ ແມ່ນເປັນເສັ້ນທາງຣົຖໄຟ ທັມມະດາ ບໍ່ແມ່ນຣົຖໄຟຄວາມໄວ ສູງ ແລະ ບໍ່ໄດ້ເຊື່ອມຕໍ່ກັບທາງຣົຖໄຟ ລາວ-ຈີນ ແລະ ສະຖານີຣົຖໄຟ ລາວ-ຈີນ ປັດຈຸບັນທາງຣົຖໄຟ ລາວ-ໄທຍ ຖືວ່າມີຄວາມພ້ອມທີ່ຈະເປີດໃຫ້ບໍຣິການແລ້ວ.

ດັ່ງເຈົ້າ ໜ້າທີ່ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:

ສະຖານີບ້ານຄຳສະຫວາດ ມັນຈະເປັນລະບົບເສັ້ນທາງ ຣົຖໄຟ ຂະໜາດ 1 ແມັດ. ຣົຖໄຟປັດຈຸບັນຖ້າເປັນຣົຖໄຟ ລາວ-ຈີນ ມັນຈະອອກໄປທາງວຽງຈັນ ໃຕ້ໄທຍ-ຈີນ ໄປເຊື່ອມຕໍ່ກັບ ລາວ-ຈີນ.

ທາງດ້ານເຈົ້າໜ້າທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງລາວກ່າວວ່າ ຣັຖບານລາວມີການກູ້ຢືມເງິນຈາກສຳນັກງານ ຄວາມຮ່ວມມືພັທນາເສຖກິຈ ກັບປະເທດເພື່ອນບ້ານ ຫຼື NEDA ຂອງໄທຍທີ່ໄດ້ອະນຸມັດເງິນກູ້ຢືມ ໄປແລ້ວຈຳນວນ 21 ໂຄງການມູນຄ່າ 15.32 ຕື້ບາທໂດຍສ່ວນໃຫຍ່ເປັນໂຄງການ ພັທນາດ້ານພື້ນຖານໂຄງຮ່າງ ເປັນຕົ້ນຖນົນຫົນທາງ, ເສັ້ນທາງຣົຖໄຟ, ຂົວ ແລະ ຂົວມິດຕະພາບ, ປັບປຸງສນາມບິນ, ຮ່ອງລະບາຍນໍ້າ ແລະ ສາຍສົ່ງໄຟຟ້າ.

ຫຼ້າສຸດທີ່ຣັຖບານລາວ ຈະຂໍກູ້ຢືມເງິນ ນໍາສໍານັກງານຄວາມຮ່ວມມື ພັທນາເສຖກິຈ ກັບປະເທດເພື່ອນບ້ານ ກໍຄືໂຄງການພັທນາ ເສັ້ນທາງເລຂທີ R12, ປັດໄຈສໍາຄັນ ທີ່ເຮັດໃຫ້ຣັຖບານລາວ ກູ້ຢືມຈາກສະຖາບັນການເງິນ ຂອງໄທຍນັ້ນ ແມ່ນເປັນເງິນກູ້ຢືມ ທີ່ມີມູນຄ່າສູງ ແຕ່ຣັຖບານລາວ ສາມາດຈ່າຍດອກເບັ້ຍຕໍ່າ ປະມານ 1.5% ຕລອດສັນຍາສັມປະທານ ເຊິ່ງ ສັນຍາສັມປະທານ ກໍຈະຢູ່ປະມານ 15-30 ປີ.

ດັ່ງເຈົ້າໜ້າທີ່ ທ່ານນີ້ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:

ການເຊັນ MOU ຕ່າງໆ ລະຖືວ່າຜ່ານມາເຮົາໄດ້ຕົກລົງເຫັນດີກັນແລ້ວ ລະຫວ່າງຣັຖບານ 2 ປະເທດຫັ້ນນ່າຊິໃຫ້ຝ່າຍລາວນີ້ຢືມ ແຕ່ວ່າຢືມຢູ່ໃນດອກເບັ້ຍຕໍ່າຢູ່ ໄລຍະຍາວຫັ້ນນ່າ.

ກ່ຽວກັບເຣື່ອງນີ້ ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າເສັ້ນທາງຣົຖໄຟ ລາວ-ໄທຍ ມີເປົ້າໝາຍ ເພື່ອການຂົນສົ່ງສິນຄ້າ ລະຫວ່າງປະເທດ ເປັນຫຼັກສ່ວນເຣື່ອງການທ່ອງທ່ຽວ ແລະ ບໍຣິການເປັນເຣື່ອງຮອງລົງມາ. ດັ່ງນັ້ນຖ້າຣັຖບານລາວ ບໍ່ມີສິນຄ້າທີ່ຈະສົ່ງອອກ ເທົ່າກັບວ່າຣັຖບານລາວ ຈະເສັຍຜົລປໂຍດ ໃນຈຸດນີ້ຄືກັນກັບເສັ້ນທາງ ຣົຖໄຟລາວ-ຈີນ.

ສ່ວນເຣື່ອງທີ່ຣັຖບານລາວ ແລະ ປະຊາຊົນລາວຈະໄດ້ຮັບຜົລປໂຍດ ຄືການເດີນທາງພາຍໃນປະເທດ ແລະ ລະຫວ່າງປະເທດ ຈະສະດວກສະບາຍຂຶ້ນກ່ວາເກົ່າ ໂດຍສະເພາະ ໂຄງການພັທນາເສັ້ນທາງ ເລຂທີ R12 ລະຫວ່າງໄທຍ, ລາວ ແລະ ວຽດນາມ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ມັນກາບໍ່ຕ່າງຫຍັງ ກັບເສັ້ນທາງຣົຖໄຟ ອັນດຽວນີ້ ນີ້ແຫຼະ (ລາວ-ຈີນ) ເຣື່ອງສິນຄ້າໄທເຮົາ ລະມັນນຳເຂົ້າຫຼາຍກ່ວາສິນຄ້າ ຂອງເຮົາຈະນຳອອກເພາະການຜລິດ ຂອງເຮົາຍັງບໍ່ທັນມີຫຍັງເດ້ ສິດຜົລປໂຍດລະແມ່ນໂອ້ຍ ໄດ້ຮັບໜ້ອຍ. ມັນໄດ້ແຕ່ວ່າເຣື່ອງການຄົມມະນາຄົມ ຫັນແຫຼະ.

ຊາວລາວ ໃນເມືອງທ່າແຂກ ແຂວງຄໍາມ່ວນກ່າວວ່າ ເຫັນດີໃຫ້ຣັຖບານລາວກູ້ຢືມເງິນ ນໍາສະຖາບັນການເງິນໄທຍ ເພາະຫຼາຍໂຄງການ ກໍ່ສ້າງໄດ້ດີ ແລະ ຢູ່ໃນລະດັບມາຕຖານສາກົລ ເມືືື່ອໂຄງການສ້າງສຳເຣັດ ປະຊາຊົນລາວໃນແຂວງຄຳມ່ວນ ຈະໄດ້ມີເສັ້ນທາງທີ່ໄປ-ມາ ສະດວກລະຫວ່າງໄທຍ-ລາວ ແລະ ວຽດນາມ ແລະ ຍັງເປັນການກະຕຸ້ນ ເສຖກິຈໃນລາວ ໄດ້ເປັນຢ່າງດີ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:

ກາເປັນຈຸດນຶ່ງທີ່ວ່າ ເຮັດໃຫ້ໄປມາຫາສູ່ກັນກາງ່າຍ ເສຖກິຈມັນກາງ່າຍ ໄປອີກ. ເຮົາກາເຮັດໄປຫັ້ນແຫຼະ ພະຍາຍາມປັບປຸງໄປ ເທື່ອລະໜ້ອຍ.

ນອກຈາກນີ້ ທາງການໄທຍ ຍັງມອບເງິນຊ່ອຍເຫຼືອ ດ້ານວິຊາການມີ 12 ໂຄງການ ລວມມູນຄ່າ 189 ລ້ານບາທ ເຊິ່ງທີ່ຜ່ານມາ ມີເຈົ້າໜ້າທີ່ຂອງລາວ ໄດ້ເດີນທາງໄປຝຶກອົບຮົມ ຢູ່ປະເທດໄທຍ ທັງໝົດ 206 ຄົນໃນຫຼັກສູດຕ່າງໆ ທີ່ກ່ຽວຂ້ອງ ກັບການຂົນສົ່ງ, ການເງິນ ແລະ ການຄ້າ ເພື່ອນຳທັກສະຄວາມຮູ້ມາປັບໃຊ້ ກັບວຽກງານຂອງຣັຖ. ເມື່ອມີການເປີດໃຊ້ເສັ້ນ ທາງຣົຖໄຟ ລາວ-ໄທຍ ແລ້ວນັກທ່ອງທ່ຽວໄທຍ ແລະ ຕ່າງປະເທດ ສາມາດນັ່ງຣົຖໄຟ ຈາກປະເທດໄທຍ ເພື່ອເດີນທາງໄປຍັງໃຈກາງ ນະຄອນຫຼວງວຽງຈັນ ແລ້ວຕໍ່ໄປຍັງສະຖານທີ່ ທ່ອງທ່ຽວອື່ນໆໄດ້ເລີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org