ຄົນງານຣົດໄຟ ລາວ-ຈີນ ບໍ່ໄດ້ ເງິນເດືອນ

ຈໍາປາທອງ
2021.09.14
ຄົນງານຣົດໄຟ ລາວ-ຈີນ ບໍ່ໄດ້ ເງິນເດືອນ ສະຖານທີ່ກໍ່ສ້າງ ໂຄງການກໍ່ສ້າງ ທາງຣົດໄຟລາວ-ຈີນ ເຂດບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເມື່ອເດືອນ ກໍຣະກະດາ 2021.
ພາບປະກອບ: ນັກຂ່າວພົລເມືອງ

ຄົນງານລາວຈໍານວນນຶ່ງ ທີ່ເຮັດວຽກ ກັບໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ເຂດ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ບໍ່ໄດ້ຮັບ ເງິນເດືອນ ຈາກບໍຣິສັດຈີນ ມາໄດ້ 1 ເດືອນປາຍແລ້ວ ໂດຍທີ່ ທາງບໍຣິສັດ ບໍ່ໄດ້ບອກ ເຫດຜົລໃຫ້ຮູ້ ເຮັດໃຫ້ ພວກເຂົາເຈົ້າ ມີຄວາມຫຍຸ້ງຍາກ ໃນການຢູ່ກິນ ແລະ ບໍ່ມີເງິນ ຄ່າເດີນທາງ ກັບຄືນບ້ານ ທີ່ຢູ່ ຕ່າງແຂວງ, ດັ່ງຄົນງານຜູ້ນຶ່ງ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ກັນຍາ ນີ້ວ່າ:

“ມາເຮັດວຽກ ກະໄດ້ປະມານ ເດືອນປາຍ ເງິນເດືອນ 3 ລ້ານກີບ ບໍ່ທັນໄດ້ຊໍ້ານ່າ ບາງຄົນ ກະໄດ້ແດ່ ບໍ່ໄດ້ແດ່ ໄປແລ້ວ ຂະເຈົ້າ ກະບໍ່ຢູ່ ເລີຍຫັ້ນນ່າ ກະບໍ່ເຫັນໂຕ ເລີຍນະ ນາຍຈ້າງ ເພິ່ນບໍ່ເຂົ້າມາ ເລີຍນ່າ ຈັ່ງໃດ ກະຍັງບໍ່ທັນຮູ້.”

ທ່ານກ່າວຕື່ມວ່າ ມາຮອດ ປັດຈຸບັນ ຕົນກໍບໍ່ໄດ້ ໄປເຮັດວຽກ ໃນໂຄງການນັ້ນອີກ ຖ້າຈົນກວ່າວ່າ ຈະໄດ້ເງິນເດືອນ ຈາກນາຍຈ້າງ, ຕອນນີ້ ຕົນເອງ ແລະ ເມັຽ ບໍ່ສາມາດ ເຮັດຫຍັງໄດ້ ແລະ ບໍ່ມີທາງໄປ ບ່ອນອື່ນ ຍ້ອນບໍ່ມີເງິນ ຕິດຕົວ ຈັກກີບ ດັ່ງນັ້ນ ຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ລົງມາພື້ນທີີ່ ຕິດຕາມແກ້ໄຂ ບັນຫາດັ່ງກ່າວ ເພື່ອທວງ ຄວາມເປັນທັມ ໃຫ້ຕົນ ແລະ ຄົນງານລາວ ທີ່ຕົກຢູ່ໃນ ສະພາບດຽວກັນ.

ກ່ອນໜ້ານີ້ ຄືເມື່ອວັນທີ 10 ກັນຍາ ຄົນງານລາວ ອີກຜູ້ນຶ່ງ ທີ່ເຮັດວຽກ ໃນໂຄງການ ກໍ່ສ້າງທາງຣົດໄຟ ຢູ່ເຂດ ບ້ານດົງໂພສີ ກໍເວົ້າ ຜ່ານສື່ສັງຄົມ ອອນລາຍວ່າ ຕົນ ແລະ ຄົນງານລາວ ອີກຫຼາຍຄົນ ກໍຍັງບໍ່ໄດ້ ເງິນເດືອນ ຈາກນາຍຈ້າງ ທີ່ເປັນຄົນຈີນ ຍ້ອນເຮັດວຽກ ບໍ່ສໍາເຣັດ ຕາມທີ່ ນາຍຈ້າງກໍານົດ ເນື່ອງຈາກ ບໍ່ສາມາດ ເຮັດວຽກໄດ້ ໃນໄລຍະຝົນຕົກ ນາຍຈ້າງ ບໍ່ຈ່າຍ ເງິນເດືອນໃຫ້:

“ຄົນຈີນ ທີ່ມາເຮັດວຽກນີ້ ຫຼາຍຄົນ ກະນິສັຍ ດີຢູ່ເນາະ ຜິດກັບ ຄົນລາວຕລອດ ຂຶ້ນຫ້ອງການຕລອດ ຄົນລາວ ກະບໍ່ໄດ້ວຽກ ເປັນປົກຕິ ວ່າຊັ້ນສາ ບໍ່ຄຸ້ມຄ່າ ມາເຮັດວຽກກະບໍ່ໄດ້ເງິນ ຖ້າເອົາເງິນກະມີ ຈີນມັນເບີກ ເປັນງວດ ບາດນີ້ນ່າ ເພາະວ່າ ເປັນນໍາສັນຍາ ຣະດັບ ຣັຖບານພຸ້ນເນາະ ວຽກບໍ່ແລ້ວ ກະບໍ່ຈ່າຍ ເງິນຊີ້ນ່າ ແຕ່ວ່າ ມັນສິແລ້ວ ຈັ່ງໃດ ຝົນຕົກ ບາດນີ້.”

ແລະໃນເດືອນ ກໍຣະກະດາ ທີ່ຜ່ານມາ ກໍມີຄົນງານລາວ ທີ່ເຮັດວຽກ ໃນໂຄງການ ຢູ່ເຂດດຽວກັນນີ້ ກໍໄດ້ເວົ້າຜ່ານ ສື່ສັງຄົມ ອອນລາຍ ວ່າ ຕົນເປັນຄົນງານ ທີ່ເຮັດວຽກ ໃນໂຄງການ ດັ່ງ ກ່າວ ແລ້ວຖືກນາຍຈ້າງ ຄົນຈີນ ໂກງເງິນ ຄ່າແຮງງານ ແລະ ໄລ່ຕົນໜີ ໂດຍໃຊ້ປືນ ຂົ່ມຂູ່ ເມື່ອຕົນໄປທວງ ຖາມເອົາເງິນ ຄ່າຈ້າງ ຈົນວ່າຕົນ ໄດ້ຕັດສິນໃຈ ລາອອກ ຈາກການເຮັດວຽກ ຢູ່ບ່ອນນັ້ນ.

ກ່ຽວກັບເຣື່ອງນີ້ ປະຊາຊົນ ໃນນະຄອນຫຼວງ ວຽງຈັນ ເວົ້າວ່າ ໃນໄລຍະ ທີ່ຜ່ານມາ ຕົນກໍເຄີຍໄດ້ຍິນ ໝູ່ຄູ່ຈໍາ ນວນນຶ່ງ ທີ່ໄປເຮັດວຽກ ໃນໂຄງການ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ເຂດ ບ້ານດົງໂພສີ ແລະ ເຂດອື່ນໆ ໃນນະຄອນຫຼວງ ແລ້ວບໍ່ໄດ້ ເງິນເດືອນ ຫຼື ໄດ້ເງິນເດືອນ ຫຼ້າຊ້າ ເນື່ອງຈາກ ຈໍານວນນຶ່ງ ບໍ່ໄດ້ເຮັດ ສັນຍາຈ້າງ ເປັນລາຍລັກອັກສອນ:

“ໂອ໋ ແມ່ນລະຫວາ ມັນກະມີ ຫຼາຍບ່ອນ ຫຼາຍບໍຣິສັດເນາະ ທີ່ວ່າເຂົາຕົວະ ເຂົາສໍ້ໂກງ ກັນຫັ້ນນ່າ ຄືຢູ່ລາວນີ້ ເຮົາເວົ້າໄປສເນີ ໄປ ຮ້ອງຟ້ອງ ກະບໍ່ໄດ້ຫັ້ນນ່າ ເຂົາເຮັດວຽກ ມະຍຸມະຍະຊື່ໆ ບໍ່ມີ ສັນຍອກສັນຍາ ຫຍັງເຮັດ ບໍ່ຢາກໃຫ້ເຂົາ ກະບໍ່ໃຫ້ນ່າ.”

ແລະວ່າ ກ່ຽວກັບ ບັນຫາດັ່ງກ່າວ ຕົນກໍຮູ້ສຶກ ເປັນຫ່ວງນໍາ ພວກຄົນງານ ແລະ ຢາກໃຫ້ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄປກວດສອບ ແລະ ຫາກພົບວ່າ ຄົນງານລາວ ຖືກເອົາລັດ ເອົາປຽບແທ້ ກໍຄວນຊ່ອຍ ທວງເງິນ ໃຫ້ພວກເຂົາເຈົ້າ ເພື່ອຄວາມເປັນທັມ.

ອີງຕາມຄໍາເວົ້າ ຂອງພະນັກງານ ບໍຣິສັດ ຜູ້ຮັບເໝົາກໍ່ສ້າງແຫ່ງນຶ່ງ ທີ່ຂຶ້ນກັບ ໂຄງການກໍ່ສ້າງ ທາງຣົດໄຟ ຢູ່ເຂດ ບ້ານດົງໂພສີ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 13 ກັນຍານີ້, ກໍຣະນີ ຄົນງານລາວ ບໍ່ໄດ້ຮັບ ເງິນເດືອນ ຈາກນາຍຈ້າງນັ້ນ ຕົນກໍບໍ່ຮູ້ວ່າ ແມ່ນນາຍຈ້າງ ຂອງ ບໍຣິສັດໃດ ເພາະມີ ຫຼາຍບໍຣິສັດ ທີ່ຮັບເໝົາ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ເຂດນີ້. ແຕ່ຕາມປົກຕິແລ້ວ ນາຍຈ້າງ ແຕ່ລະບໍຣິສັດ ກໍຈ່າຍ ເງິນເດືອນ ໃຫ້ຄົນງານ ຕາມກໍານົດ ຍົກເວັ້ນຄົນງານ ທີ່ເຮັດວຽກ ບໍ່ຄົບມື້ ຕາມກໍານົດ, ບໍ່ດຸໝັ່ນ ຫຼື ເຮັດຜິດລະບຽບການ ຕ່າງໆ ກໍອາດ ເຮັດໃຫ້ນາຍຈ້າງ ຄົນຈີນ ບໍ່ຈ່າຍເງິນເດືອນໃຫ້ ຕາມທີ່ໄດ້ຕົກລົງ ກັນໄວ້ ດັ່ງທີ່ນາງກ່າວວ່າ:

“ບາງຄົນນີ້ ກັມກອນນີ້ ມາເຮັດວຽກແລ້ວ ບໍ່ຕັ້ງໃຈເຮັດ ເຈົ້າກະຮູ້ ເຮັດວຽກ ນໍາຄົນຈີນ ຕ້ອງແມ່ນ ລະບົບຈີນ ບາງຄົນ ທີ່ມາເຮັດວຽກ ບໍ່ຕັ້ງໃຈ ເຮັດວຽກ ນອນຫຼັບກະມີ ເສບຢາມ້າຢາເມົາ ລັກເຄື່ອງລັກຂອງເຂົາ ຖືກຫັກເງິນ ຫັກນີ້ຫັກນັ້ນ ແກ້ບໍ່ຕົກ ຕ້ອງໄດ້ເອົາ ຕໍາຣວດ ທະຫານ ມາເອົາໄປເວົ້າກັນ ຢູ່ກັບຕໍາຣວດ ເອົາໄປເຂົ້າຄຸກ ກະມີ.”

ໃນຂະນະດຽວກັນ ຄົນງານລາວ ທີ່ເຮັດວຽກ ໃນໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ຊີ້ແຈງວ່າ ຄົນງານລາວ ຫຼາຍຄົນ ທີ່ເຮັດວຽກ ໃນໂຄງການນີ້ ມັກເຂົ້າໃຈວ່າ ຕົນຈະໄດ້ຮັບ ເງິນເດືອນ ຈາກນາຍຈ້າງ ໃນທ້າຍເດືອນ ຂອງແຕ່ລະເດືອນ ຕາມທີ່ ຫຼາຍບໍຣິສັດ ໃນລາວ ປະຕິບັດກັນ, ແຕ່ໃນຕົວຈິງແລ້ວ ນາຍຈ້າງຄົນຈີນ ຈະຈ່າຍ ເງິນເດືອນໃຫ້ ກໍຕໍ່ເມື່ອ ຄົນງານລາວ ເຮັດວຽກສໍາເຣັດ ຕາມທີ່ໄດ້ມອບໝາຍ ໃຫ້ເທົ່ານັ້ນ, ຄວາມບໍ່ເຂົ້າໃຈກັນ ເກີດຂຶ້ນ ອາຈເປັນຍ້ອນ ການສື່ສານ ທີ່ຜິດພາດ ມາຕັ້ງແຕ່ ຕົ້ນແລ້ວ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມ ຕິດຕໍ່ ຫາຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງຫາດຊາຍຟອງ ແລະ ບໍຣິສັດທາງຣົດໄຟ ລາວ-ຈີນ ຈໍາກັດ ເພື່ອຂໍຮູ້ ຣາຍລະອຽດ, ແຕ່ເຈົ້າໜ້າທີ່ ຍັງບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ.

ແຕ່ເຖິງຢ່າງໃດ ກໍຕາມ, ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ກໍກ່າວວ່າ ທາງກະຊວງ ຍັງບໍ່ທັນໄດ້ ຮັບແຈ້ງ ກ່ຽວກັບ ບັນຫາ ດັ່ງກ່າວເທື່ອ. ແຕ່ຖ້າຫາກ ຄົນງານລາວ ຜູ້ເສັຽຫາຍ ໄດ້ຮ້ອງທຸກ ເຂົ້າມາແລ້ວ ກໍຈະມີ ການແຕ່ງຕັ້ງ ເຈົ້າໜ້າທີ່ ລົງໄປ ຕິດຕາມ ສະພາບຕົວຈິງ:

“ເຮົາຍັງບໍ່ເຫັນ ຂໍ້ມູນ ຕ້ອງແມ່ນ ທາງຜູ້ກ່ຽວ ອິຫຍັງ ຣາຍງານ ມາເປັນ ລາຍລັກອັກສອນ ຄັນມີອິຫຍັງ ສິປຶກສາ ກະຕ້ອງເຮັດເປັນ ເອກສານ ມາເນາະ.”

ເມື່ອກ່ອນໜ້ານີ້ ກໍເຄີຍ ມີນາຍຈ້າງ ທີ່ເປັນຄົນຈີນ ບໍ່ຈ່າຍ ເງິນເດືອນໃຫ້ ຄົນງານລາວ ໃນຫຼາຍໂຄງການ ເປັນຕົ້ນ ນາຍຈ້າງໂຄງການ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ເຂດເມືອງນາໝໍ້ ແຂວງອຸດົມໄຊ ທີ່ຕິດຄ້າງ ເງິນເດືອນ ຄົນງານລາວ ເປັນເວລາ 4 ເດືອນ ໃນໄລຍະ ຕົ້ນປີ 2019 ໂດຍໃຫ້ເຫດຜົນວ່າ ພວກນາຍຈ້າງ ທີ່ເດີນທາງ ກັບປະເທດຈີນ ເມື່ອທ້າຍປີ 2019 ຍັງກັບເຂົ້າ ມາລາວ ບໍ່ທັນໄດ້,  ແຕ່ຕໍ່ມາ ກໍໄດ້ມີ ການຈ່າຍເງິນເດືອນ ຢ້ອນຄືນຫຼັງ ໃຫ້ຄົນງານລາວ ຕາມປົກຕິ.

ແລະເມື່ອ ເດືອນເມສາ 2019 ຄົນງານລາວ ຫຼາຍຄົນ ທີ່ເຮັດວຽກ ໃນໂຮງງານຕັດຫຍິບ ຂອງນັກລົງທຶນຈີນ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍໄດ້ພາກັນ ປະທ້ວງ ຢູ່ໜ້າໂຮງງານ ຍ້ອນນາຍຈ້າງ ບໍ່ຈ່າຍເງິນເດືອນໃຫ້ ຕາມກໍານົດ ທີ່ໄດ້ຕົກລົງກັນໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 15, 2021 11:25 AM

ທົ່ວໂລກທີ່ຈີນເຂົ້າໄປມັນຈະແມ່ນປະເທດທີ່ດ້ອຍການພັດທະນາແລະປະເທດທີອ່ອນແອດ້ານການເມືອງການທະຫານແລະລັດທະບານຂອງປະເທດນັ້ນໆຈະໂອນອງຽໄປໃນທາງພະເດດການເປັນອັນດັບຕົ້ນໆແລະປະເທດທີ່ກໍາລັງພັດທະນາແລະພັດທະນາແລ້ວຈີນຈະບໍ່ຄ່ອຍຈະເຂົ້າໄປຖ້າເຂົ້າໄປເຂົາຈະຕ້ອງປະຕິບັດກົດໝາຍປະເທດນັ້ນໆຢ່າງຈິງຈັງແລະສ່ວນຫຼາຍຈີນຈະບໍ່ເຂົ້າໄປລົງທືນໃນປະເທດທີ່ກໍາລັງຳັດທະນາແລະທີ່ພັດທະນາແລ້ວນອອກຈາກວ່າປະເທດນັ້ນໆເປັນຜະເດັດການຄືກັນເພາະຈີນຈະຫັວງຜົນກໍາໄລຢ່າງດຽວຫຼາຍກ່າວອັນອື່ນ,ທ່ານທັງຫຼາຍຂ້ອຍຢາກຖາມພວກທ່ານເບີ່ງວ່າ,ຈັກກະພັດຍິປຸ່ນ,ສະຫະພາບໂຊວຽດລັດເຊ,ເຍັຽລະມັນຮິດເລີ້ໃນສາມກໍລະນີທີ່ກ່າວມານີ້ໃນສະໄໝກ່ອນທີ່ຜ່ານມາຍັງບໍ່ໄດລວມໄສ່ຣາຊອາຈັກອັ່ງກິດຈໍາພວກນທີ່ຢາກຈະກ້າວຂື້ນມາເປັນຜູ້ນໍາໂລກນັ້ນແລະພວກເລົ່ານີ້ຈົບລົງດ້ວຍເຫດຜົນອັນໄດແລະແມ່ນໃຜ?ທີ່ເຮັດໄຫ້ພວກນີ້ໝົດຄວາມສີ້ນຫັວງທີ່ຈະມາເປັນມະຫາອໍານາດບອກຂ້ອຍແດ່,ແລະຄົນສ່ວນຫຼາຍເກືອຍເຄີ່ງນືງປະຊາກອນຂອງໂລກບອກວ່າຈີນຈະກາຍມາເປັນອັນດັບນຶ່ງແຊງອາເມລິການັ້ນຂ້ອຍຜູ້ດຽວທີ່ຂັດຄ້ານກັບຄົນເຄີ່ງໂລກວ່າມັນເປັນໄປບໍ່ໄດ້ຕາບໄດທີຈີນຢັງປົກປິດຂໍ້ມູນຂອງຕົ້ນກໍາເນີດຂອງໂຄວິດ19ແລະຢຸຕິການກະທໍາທຸກຢ່າງທີ່ຈີນບໍ່ຄວນຈະທໍາຕໍ່ຊາວໂລກແລະປະຊາຊົນໃນຈີນເອັງສຸດທ້າຍມັນກໍຈະຈົບລົງແບບບໍ່ງາມເລີຍ.